ໂຄງການກໍ່ສ້າງສາຍສົ່ງ 115 KV ເຂື່ອນເຊລະນອງ 1 ໃກ້ສຳເລັດ

  ໃນຕອນເຊົ້າຂອງວັນທີ 8 ພຶດສະພາ ຜ່ານມານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດພ້ອມຄະນະຊຶ່ງປະກອບມີ: ພະແນກພະລັງ ງານ-ບໍ່ແຮ່, ພະແນກຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ, ພະແນກກະສິກຳ-ປ່າໄມ້ ໄດ້ສົມທົບກັບຄະນະການນຳຂັ້ນເມືອງຂອງເມືອງພີນ ຊຶ່ງນຳໂດຍທ່ານ ສາລີ ວິນລາວັນ ເຈົ້າເມືອງພີນ ໄດ້ລົງຊີ້ນຳ ແລະຕິດຕາມເບິ່ງຄວາມຄືບໜ້າຂອງໂຄງການກໍ່ສ້າງສາຍສົ່ງ 115 KV ຂອງເຂື່ອນໄຟຟ້າ ເຊລະນອງ 1 ແນໃສ່ເພື່ອໃຫ້ເຮັດການຈັດຕັ້ງປະຕິບັດວຽກງານດັ່ງກ່າວສຳເລັດຕາມແຜນການທີ່ວາງໄວ້ຊຶ່ງຈະເປັນເງື່ອນໄຂສຳຄັນໜຶ່ງທີ່ຈະຊ່ວຍຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງສະ ຫວັນນະເຂດ ກໍ່ຄືບັນດາເມືອງທີ່ນອນໃນເຂດໂຄງການເຂື່ອນໄຟຟ້າເຊລະນອງ 1 ໃຫ້ ມີການພັດທະນາຢ່າງຕໍ່ເນື່ອງ.

  ໂອກາດນີ້, ທາງຄະນະການນຳຂັ້ນແຂວງ ແລະເມືອງກໍ່ໄດ້ລົງສຳຫຼວດ ແລະຕິດຕາມເບິ່ງການຈັດຕັ້ງປະຕິບັດໂຄງການກໍ່ສ້າງສາຍສົ່ງ 11 KV ຂອງເຂື່ອນ ໄຟຟ້າເຊລະນອງ 1 ຊຶ່ງໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 29 ພະຈິກ2019, ປະກອບມີເສົາທັງໝົດ 82 ຕົ້ນ ໂດຍແລວສາຍສົ່ງໄຟຟ້າແມ່ນເລີ່ມແຕ່ເຂື່ອນໄຟຟ້າເຊລະນອງ 1 ມາເຊື່ອມຕໍ່ໃສ່ແລວສາຍສົ່ງ 115 KV ເມືອງພີນແຂວງສະຫວັນນະເຂດຫາແຂວງສາລະວັນ, ມີລວງຍາວທັງໝົດ 32,8 ກິໂລແມັດ, ມາຮອດປະຈບັນໂຄງການກໍ່ສ້າງສາຍສົ່ງດັ່ງກ່າວແມ່ນໄດ້ສຳເລັດແລ້ວ 98% ຂອງແຜນການ ແລະຄາດວ່າຈະໃຫ້ສຳເລັດໃນກາງເດືອນມິຖຸນາ 2020ນີ້.

  ໂອກາດລົງເຄື່ອນໄຫວວຽກງານໃນຄັ້ງນີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ເມືອງພີນຊຶ່ງປະກອບມີ: ເຈວລ້າງມື, ຜ້າອັດປາກ, ໝີ່ ແລະປາກະປ໋ອງ, ລວມມູນຄ່າກວ່າ 4 ລ້ານກີບ.