ສະຫວັນພົບໄຂ້ເລືອດອອກເກືອບ 60 ກໍລະນີ

 ໄປຄຽງຄູ່ກັບການຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ມາໃນປະຈຸບັນນີ້, ແຂວງສະຫວັນນະເຂດ ກໍ່ໄດ້ເອົາໃຈໃສ່ໃນການຕິດຕາມ ແລະເຝົ້າລະວັງການແຜ່ລະບາດຂອງພະຍາດໄຂ້ເລືອດອອກເນື່ອງຈາກຈະກ້າວເຂົ້າສູ່ລະດູຝົນຊຶ່ງເປັນຊ່ວງທີ່ມັກມີການລະບາດຂອງພະຍາດໄຂ້ເລືອດອອກເກີດຂຶ້ນ.

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ດຣ ບົງສຸວັນ ພັນທະວົງສາ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດໄດ້ລາຍງານໃຫ້ຮູ້ວ່າ: ສະພາບການເຈັບເປັນຍ້ອນພະ ຍາດໄຂ້ເລືອດອອກນັບແຕ່ເດືອນມັງກອນມາຮອດວັນທີ 8 ພຶດສະພາ 2020 ທົ່ວແຂວງສະຫວັນນະເຂດ ພົບກໍລະນີຕິດເຊື້ອໄຂ້ເລືອດອອດທັງໝົດ 59 ຄົນ ໃນ 41 ບ້ານ ໃນນີ້ເມືອງທ່າປາງທອງ 14 ຄົນ, ນະຄອນໄກສອນ ພົມວິຫານ 8 ຄົນ, ເມືອງອາດສະພອນ 8 ຄົນ, ເມືອງພີນ 6 ຄົນ, ເມືອງອຸທຸມພອນ 5 ຄົນ, ເມືອງສອງຄອນ 5 ຄົນ, ສ່ວນເມືອງຊົນນະບູລີ, ໄຊບູລີ,ໄຊພູທອງ ແມ່ນພົບເມືອງລະ 3 ຄົນ ແລະເມືອງເຊໂປນ 1 ຄົນ ຊຶ່ງມາໃນປະຈຸບັນ, ທາງພະແນກສາທາລະນະສຸກແຂວງກໍ່ໄດ້ເຮັດໜັງສືແຈ້ງການໄປຍັງບັນດາຫ້ອງການສາທາລະນະສຸກເມືອງຕ່າງໆ ພາຍໃນແຂວງເພື່ອໃຫ້ພ້ອມກັນເຝົ້າລະວັງ ແລະກຽມຕອບໂຕ້ກັບພະຍາດດັ່ງກ່າວແຕ່ຫົວທີ່ພ້ອມນີ້ກໍ່ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈົ່ງເປັນເຈົ້າການ ແລະປະກອບສ່ວນໃນການທຳລາຍແຫຼ່ງເພາະພັນຂອງຍຸງລາຍໃນແຕ່ລະຄອບຄົວ ແລະ ສະຖານທີ່ສາທາລະນະລວມທັງສຳນັກງານອົງການພາກລັດ ແລະເອກະຊົນຕື່ມອີກ.