ສຳເລັດກອງປະຊຸມໜ່ວຍພັກກົມຄຸ້ມຄອງທະນາຄານທຸລະກິດ

  ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງໜ່ວຍພັກກົມຄຸ້ມຄອງທະນາຄານທຸລະກິດທະນາຄານແຫ່ງ ສປປ ລາວ(ທຫລ) ໄດ້ສໍາເລັດລົງໃນວັນທີ 13 ພຶດສະ ພາ 2020 ທີ່ຫ້ອງປະຊຸມ ທຫລ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະ ພັກ-ຜູ້ວ່າການ ທຫລ ແລະການເປັນປະທານຂອງສະຫາຍ ພຸດທະໄຊ ສີວິໄລ ຄະນະປະຈໍາພັກ ທຫລ, ເລຂາໜ່ວຍພັກ-ຮອງຜູ້ວ່າການ ທຫລ; ພ້ອມນີ້, ກໍ່ມີສະຫາຍ ພານຸສັກ ແກ່ນວົງ ພະຈັນ ຄະນະພັກ ທຫລ, ຫົວໜ້າກົມຈັດຕັ້ງ ແລະພະນັກງານ ທຫລ; ບັນດາສະຫາຍຜູ້ຕາງໜ້າຄະນະໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ທຫລ, ສະມາຊິກພັກ ແລະ 3 ອົງການຈັດຕັ້ງມະຫາຊົນຂອງກົມດັ່ງກ່າວເຂົ້າຮ່ວມ.

  ສະຫາຍເລຂາໜ່ວຍພັກກົມດັ່ງກ່າວໄດ້ນໍາສະເໜີບົດລາຍງານການເມືອງຕະຫຼອດໄລຍະ 5 ປີ ແຫ່ງການຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍ ພັກກົມຄຸ້ມຄອງທະນາຄານທຸລະກິດ ຄັ້ງທີ II ໃນຜ່ານມາ ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ-ຄະນະ ຜູ້ວ່າການ ທຫລ; ຄະນະໜ່ວຍພັກກົມ ຍາມໃດກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ-ສະມາຊິກພັກເປັນບັນຫາສໍໍໍາ ຄັນຕົ້ນຕໍດ້ວຍຫຼາຍຮູບການພ້ອມທັງຖືເອົາວຽກງານນີ້ສອດຫ້ອຍເຂົ້າໃນທຸກການເຄື່ອນໄຫວວຽກງານຕົວຈິງອັນໄດ້ເຮັດໃຫ້ສະພາບແນວຄິດຂອງທຸກຄົນມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີການຫັນປ່ຽນ ທີ່ຕັ້ງໜ້າກວ່າເກົ່າ, ມີສະຕິຕໍ່ການຈັດຕັ້ງ, ຫ້າວຫັນໃນການປະຕິບັດວຽກງານຢ່າງເປັນເຈົ້າການ ແລະໃນຜ່ານມາໄດ້ສຸມໃສ່ສ້າງຂະບວນການຕ່າງໆຢ່າງເລິກເຊິ່ງ ແລະຕັ້ງໜ້າ, ອັນສໍາຄັນໄດ້ຖືເອົາການປະຕິບັດວຽກງານວິຊາສະເພາະເປັນຂະບວນການຕົ້ນຕໍ, ໄປຄຽງຄູ່ກັບການດໍາເນີນຊີວິດການເມືອງພາຍໃນໜ່ວຍພັກເພື່ອສໍາຫຼວດຕີລາຄາການ ນໍາພາລວມຂອງຄະນະໜ່ວຍພັກ, ຂອງບຸກຄົນໃນຄະນະໜ່ວຍພັກ ແລະສະມາຊິກພັກ.

 ສະຫາຍເລຂາໜ່ວຍພັກກົມຍັງໄດ້ຍົກໃຫ້ດ້ານຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະຕ້ອງນໍາໄປແກ້ໄຂໂດຍໄວ ແລະຊີ້ໃຫ້ເຫັນສາເຫດ, ບົດຮຽນທີ່ຖອດຖອນໄດ້ພ້ອມທັງວາງທິດ ທາງລວມ-ໜ້າທີ່ຕົ້ນຕໍໃນການຊີ້ນໍາ-ນໍາພາໃນ 5 ປີຕໍ່ໜ້າ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ III ຂອງໜ່ວຍພັກກົມຄຸ້ມຄອງທະນາຄານທຸລະກິດ ໃນ 5 ປີຕໍ່ໜ້າ.

  ຈາກນັ້ນ; ບັນດາຜູ້ແທນກອງປະຊຸມ, ຍັງຕັ້ງໜ້າປະກອບຄໍາຄິດຄໍາເຫັນຢ່າງຕົງໄປຕົງມາ, ພາວະວິໃສ ແລະມີປະຊາທິປະໄຕເພື່ອເຮັດໃຫ້ບົດລາຍງານການເມືອງ ແລະທິດທາງລວມ, ແຜນການໃນຕໍ່ໜ້າມີຄວາມສົມບູນຍິ່ງໆຂຶ້ນ ແລະໃນເວລາຕໍ່ມາກໍໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກກົມຄຸ້ມຄອງທະນາຄານທຸລະກິດຊຸດໃໝ່ປະກອບດ້ວຍ 5 ສະຫາຍ ໂດຍສະຫາຍ ນາງ ໂພທິຈັນ ທໍາມະເທວາ ໄດ້ຮັບການເລືອກຕັ້ງເປັນເລຂາໜ່ວຍພັກ; ສະຫາຍ ມະໂນລາ ເມືອງມະນີ ເປັນຮອງເລ ຂາ ແລະເລືອກ ສະຫາຍ ນາງ ຄໍາຫຼ້າ ເຮືອນມະນີວົງ ເປັນປະທານຄະນະກວດກາໜ່ວຍພັກ;

  ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ທຫລ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ ແລະໃນໂອກາດດັ່ງກ່າວສະຫາຍເລຂາຄະ ນະພັກ ທຫລ ຍັງໃຫ້ທິດຊີ້ນໍາຕໍ່ກອງປະຊຸມເພື່ອໃຫ້ຄະນະໜ່ວຍພັກຊຸດໃໝ່ ແລະ ສະມາຊິກພັກ-ພະນັກງານນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃສ່ວຽກງານຕົວຈິງໃຫ້ປາ ກົດຜົນສໍາເລັດດ້ວຍບາດກ້າວທີ່ໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ.

_____________

ຂຽນໂດຍຣັດສະໝີ ດວງສັດຈະ    

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ