ມອບ-ຮັບຫົວໜ້າໄຟຟ້າສາຂາອັດຕະປື

  ໃນວັນທີ 12 ພຶດສະພາ 2020ວລາ: 8 ໂມງ 15 ນາທີ ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວສາຂາແຂວງອັດຕະປື, ໄດ້ມີພິທີມອບ-ຮັບຕຳແໜ່ງຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາ ແຂວງອັດຕະປື ລະຫວ່າງຜູ້ເກົ່າ ແລະຜູ້ໃໝ່, ທ່ານລີດສະໜາ ເທບສົມບັນດິດຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາ ແຂວງອັດຕະປື (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຝ່າຍປະຕິບັດການໄຟຟ້າພາກເໜືອ-ໃຕ້ແລະ ແຕ່ງຕັ້ງທ່ານ ເດດສຸວັນ ມະໄລທອງ ວ່າການຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງອັດຕະປື (ຜູ້ໃໝ່) ແລະ ແຕ່ງຕັ້ງທ່ານ ສອນສົມສັກບຸນຍະແສງ ເປັນຮອງຫົວໜ້າສາຂາ ທ່ານ ບົວຄໍາ ອຸໄທພອນ ເປັນຮອງຫົວໜ້າສາຂາໂດຍເຂົ້າ ຮ່ວມເປັນປະທານຂອງທ່ານທອງຂັນ ພິມວິໄລຄະນະພັກກະຊວງຫົວໜ້າກົມຈັດຕັ້ງແລະ ພະນັກງານກະຊວງບໍ່ແຮ່, ທ່ານຄຳປະເສີດ ເທບປັນ ຍາຄະນະພັກຮາກ ຖານ ຟຟລ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ແລະທ່ານ ວິທະຍາພົມມະຈັນ ເລຂາຄະນະພັກຮາກຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ໃນຕອນທ້າຍຂອງວາລະກອງປະຊຸມດ້ວຍຄວາມເປັນຫ່ວງເປັນໄຍຈາກລັດວິສາຫະກິດໄຟຟ້າລາວ (ສຳນັກງານໃຫຍ່) ​ຊຶ່ງໄດ້ມີການມອບເຄື່ອງໃຊ້ຕ້ານພະຍາດ COVID-19 ມີໜ້າກາກອະນາໄມ,​ ເຈວລ້າງມື ແລະເຄື່ອງແທກອຸນຫະພູມໃຫ້ແກ່ພະນັກງານຢູ່ສາຂາແຂວງອັດຕະປື ແລະພະແນກພະລັງງານ-ບໍ່ແຮ່ແຂວງ.