ຖວທ ແຂວງບໍ່ແກ້ວລົງຊຸກຍູ້ວຽກງານຢູ່ເມືອງປາກທາ

 ວັນທີ 12 ພຶດສະພາ 2020 ນີ້ ທ່ານ ປອ ສົມຄິດ ວົງປັນຍາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງພ້ອມຄະນະລົງເຄື່ອນໄຫວຢ້ຽມ ຢາມ ແລະຊຸກຍູ້ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວຢູ່ເມືອງປາກທາເຂົ້າຮ່ວມໃນຄັ້ງນີ້ມີ ທ່ານ ທອງຈັນ ອິນທະພອນ ຄະນະປະຈຳພັກມືອງຫົວໜ້າຫ້ອງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເມືອງປາກທາ, ຮອງຫົວໜ້າຫ້ອງການ ແລະພະນັກງານວິຊາການຂອງແຂວງ, ເມືອງເຂົ້າຮ່ວມ.

  ການລົງຢ້ຽມຢາມ ແລະເຮັດວຽກໃນຄັ້ງນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມແລກປ່ຽນບົດຮຽນຕໍ່ວຽກງານຮອບດ້ານຂອງຫ້ອງການ ຖວທ ເມືອງພ້ອມທັງມີຄຳເຫັນເນັ້ນ ໜັກຫຼາຍວຽກງານເປັນຕົ້ນດ້ານວຽກງານຖະແຫຼງຂ່າວແມ່ນໃຫ້ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍເນື້ອໃນຂ່າວສານຂອງແຂວງ, ເມືອງຂອງສູນກາງຢ່າງກວ້າງຂວາງໂດຍສະເພາະແມ່ນມະຕິຄຳສັ່ງຂອງພັກຂອງຊາດບັນຫາການແຜ່ລະບາດຂອງພະຍາດໂຄວິດ-19ທີ່ປະເທດເຮົາພວມປະເຊີນຢູ່ໃນປະຈຸບັນນີ້,ສືບຕໍ່ເປັນກະບອກສຽງຂອງພັກຂອງລັດຕາມພາລະບົດບາດ, ສິດໜ້າທີ່ຢ່າງຕັ້ງໜ້າ ແລະໃຫ້ມີປະສິດທິພາບສູງ, ດ້ານວຽກງານວັດທະນະທຳໃຫ້ສຸມໃສ່ສ້າງຄອບຄົວ, ບ້ານ,

  ກຸ່ມບ້ານວັດທະນະທຳໃຫ້ໄດ້ຕາມຄາດໝາຍສູ້ຊົນພ້ອມທັງປະເມີນຄືນຄອບຄົວ, ບ້ານ, ກຸ່ມບ້ານວັດທະນະທຳທີ່ປະກາດໄປແລ້ວຄືນໃໝ່ຕາມມາດຖານເງື່ອນໄຂທີ່ກະ ຊວງໄດ້ກຳນົດໄວ້ນອກນັ້ນໃຫ້ເອົາໃຈໃສ່ປົກປັກຮັກສາຮີດຄອງປະເພນີ, ສິລະປະວັນນະຄະດີພື້ນເມືອງທີ່ເປັນເອກະລັກຂອງເມືອງໃຫ້ມີການສືບທອດລຸ້ນຕໍ່ລຸ້ນຕະຫຼອດໄປ ແລະວຽກງານທ່ອງທ່ຽວແມ່ນໃຫ້ສ້າງແຜນປັບປຸງຟື້ນຟູແຫຼ່ງທ່ອງທ່ຽວໂດຍການສົ່ງເສີມ,ຄຸ້ມຄອງ ແລະພັດທະນາຕາມທິດທາງເໝາະສົມນອກນີ້ວຽກງານຄຸ້ມຄອງບຸກຄະລາກອນແມ່ນໃຫ້ຈັດຕັ້ງຕາມພາລະບົດບາດໃຫ້ເໝາະສົມຕາມຕຳແໜ່ງງານໃຫ້ສອດຄອງກັບວຽກງານຕົວຈິງ.

 ໂອກາດທີ່ລົງມາເຮັດວຽກໃນຄັ້ງນີ້ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຍັງໄດ້ນຳເອົາອຸປະກອນຄອມພິວເຕີ 1 ຊຸດ ແລະປຣິນເຕີ 1 ໜ່ວຍລວມມູນຄ່າ 4770,000 ກີບ ມອບໃຫ້ກັບ ຖວທ ເມືອງປາກທາ ເພື່ອນຳໄປໝູນໃຊ້ເຂົ້າວຽກງານໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ.