ການນຳພັກ-ລັດເຂົ້າວາງພວງມາລາໄຫວ້ອາໄລເຖີງດວງວິນຍານຂອງສະຫາຍ ພົນເອກ ສິສະຫວາດ ແກ້ວບຸນພັນ

  ວັນທີ 13 ພຶດສະພາ 2020 ນີ້, ຄະນະບໍລິຫານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນການແນວລາວສ້າງຊາດ, ກະຊວງປ້ອງກັນປະເທດ, ນະຄອນ ຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງແຜນການ ແລະ ການລົງທຶນ, ຄອບຄົວການນຳທຸກຂັ້ນ ແລະ ອົງການຈັດຕັ້ງທຸກພາກສ່ວນໄດ້ພ້ອມກັນເຂົ້າວາງພວງມາລາ ແລະຮ່ວມໂມທະນາທານນໍາຄອບຄົວຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ພະນັກງານປະຕິວັດອາວຸໂສ, ອະດີດນາຍົກລັດຖະມົນຕີ, ອະ ດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ,

  ເພື່ອຈາລຶກເຖິງຄຸນງາມຄວາມດີຂອງເພີ່ນທີ່ໄດ້ອຸທິດຊີວິດເຮື່ອແຮງສະຕິປັນຍາແກ່ປະເທດຊາດ ແລະການປະຕິວັດຊຶ່ງເປັນຜູ້ໜຶ່ງທີ່ອົງອາດກ້າແກ່ນນໍ້າໃຈເສຍສະຫຼະອັນສູງສົ່ງໃນບັນດາການນໍາຮຸ່ນທໍາອິດກໍ່ຕັ້ງພັກ ແລະກອງທັບປະຊາຊົນລາວ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນ ກາງແນວລາວສ້າງຊາດໄດ້ຕົກລົງໄຫວ້ອາໄລຢ່າງເປັນທາງການເປັນເວລາ 5 ວັນ ນັບແຕ່ວັນທີ 12 ເຖິງວັນທີ 16 ປະຈຸບັນສົບຂອງສະຫາຍໄດ້ບໍາເພັນກຸສົນໄວ້ຢູ່ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດສ່ວນວັນຊາປະນາກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ພຶດສະພາ 2020 ເວລາ 13 ໂມງ 30 ນາທີ ທີ່ເດີ່ນພະທາດຫຼວງ.

___________

ໜັງສືພິມເສດຖະກິດ-ສັງຄົມ