ສຶກສາຫຼວງພະບາງກຽມພ້ອມເປີດຮຽນ-ສອນ

  ທ່ານ ນາງ ບົວທອງ ຕັນແສງສີ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງຫຼວງພະບາງໄດ້ໃຫ້ສໍາພາດຕໍ່ສື່ຂ່າວສັງຄົມປະຈໍາແຂວງຫຼວງພະບາງ ໃນວັນທີ 12 ພຶດສະພາ 2020 ນີ້, ກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ເປີດການຮຽນ-ການສອນ ພາຍຫຼັງທີ່ໄດ້ປິດມາເປັນເວລາເກືອບ 2 ເດືອນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ວ່າ:
 ການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນໄດ້ສົ່ງຜົນກະທົບຕໍ່ຂົງເຂດການສຶກສາຫຼາຍພໍສົມຄວນໂດຍທາງຂະແໜງສຶກສາໄດ້ສັ່ງປິດການຮຽນ-ການສອນແຕ່ວັນ ທີ 19 ມີນາ 2020 ໂດຍອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄໍາສັ່ງແນະນຳຂອງກະຊວງສຶກສາທິການ ແລະ ກີລາທີ່ໄດ້ກຳນົດເປີດການຮຽນ-ການສອນໃນຊັ້ນສຸດທ້າຍຂອງສາຍສາມັນຄື: ປ5, ມ4 ແລະ ມ7 ຊຶ່ງໃນ 3 ຊັ້ນຮຽນນີ້ແມ່ນຈະໄດ້ເປີດການຮຽນ-ການສອນໃນວັນທີ 18 ພຶດສະພາທີ່ຈະມາເຖິງນີ້.


 ທ່ານກ່າວຕື່ມວ່າ: ເພື່ອປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ ແລະກີລາ ເລກທີ 443/ສສກ ລົງວັນທີ 4 ພຶດສະພາ 2020 ວ່າດ້ວຍການຜັນຂະຫຍາຍແຈ້ງການຂອງສໍານັກງານນາຍົກລັດຖະມົມຕີສະບັບເລກທີ 524/ຫສນຍ, ລົງວັນທີ 1 ພຶດສະພາ 2020 ແລະຄໍາ ແນະນໍາວ່າດ້ວຍການໄຂໂຮງຮຽນສາມັນຄືນໃໝ່ ເລກທີ 391/ສມ ລົງວັນທີ 5 ພຶດສະພາ 2020 ເພື່ອຮອງຮັບໃຫ້ແກ່ສະພາບການດັ່ງກ່າວທາງພະແນກສຶກສາທິການ ແລະກີລາແຂວງກໍ່ໄດ້ນຳເອົາແຈ້ງການ, ຄຳແນະນຳຕ່າງໆລົງເຜີຍແຜ່ຜັນຂະຫຍາຍໃຫ້ບັນດາ 11 ເມືອງ 1 ນະຄອນ ແລະຜູ້ບໍລິຫານການສຶກສາໃນ ແຕ່ລະຂັ້ນເພື່ອເອົາໃຈໃສ່ປະສານສົມທົບກັບອຳນາດການປົກຄອງຂັ້ນຕ່າງໆເພື່ອກະກຽມ,ສ້ອມແປງໂຮງຮຽນ, ໂຕະ,ຕັ່ງ, ກະດານທີ່ມີການເປ່ເພພ້ອມທັງສີດຢາຂ້າເຊື້ອບັນດາໂຮງຮຽນທີ່ໄດ້ກຳນົດເປັນສູນກັກກັນຊົ່ວຄາວແຮງ ງານ 14 ວັນທີ່ກັບຈາກຕ່າງປະເທດ ເພື່ອຮັບປະກັນຕາມມາດຕະການປ້ອງກັນ, ຕ້ານການ ແຜ່ລະບາດ ແລະຮັບປະກັນກຽມຄວາມພ້ອມໃຫ້ທັນກັບສະພາບການ, ຊຸກ ຍູ້ໃຫ້ບັນດາໂຮງຮຽນສ້າງອ່າງລ້າງມືຕາມເງື່ອນໄຂຂອງແຕ່ລະໂຮງຮຽນພ້ອມທັງຈັດສັນຄືນໃໝ່,ນັກຮຽນທີ່ບັນຈຸເຂົ້າແຕ່ລະຫ້ອງຮຽນບໍ່ໃຫ້ເກີນ 25-30 ຄົນຕໍ່ 1ຫ້ອງເພື່ອຮັກສາໄລຍະຫ່າງ, ຊຸກຍູ້ໃຫ້ບັນດາຄູ-ອາຈານ ເພື່ອແນະນຳໃຫ້ນັກຮຽນໃນການປະຕິບັດຕາມລະບຽບມາດຕະການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຕື່ມອີກ.


  ສຳລັບນັກຮຽນໃນຊັ້ນ ປ1-ປ4, ມ1-ມ3 ແລະ ມ5-ມ6 ແມ່ນຍັງບໍ່ໄດ້ກໍານົດເປີດຢ່າງເປັນທາງການໃຫ້ເອົາໃຈໃສ່ຄົ້ນຄວ້າສຶກສາຮໍ່າຮຽນດ້ວຍຕົວເອງ, ຮຽນນໍາພໍ່ ແມ່ຢູ່ເຮືອນ ຫຼືຮຽນຜ່ານສື່ ອອນລາຍຕາມເງື່ອນໄຂຖ້າມີຂໍ້ຂ້ອງໃຈແມ່ນສາມາດປະສານຫາຄູ-ອາຈານປະຈຳວິຊາຜ່ານທາງໂທລະສັບ ຫຼືສື່ຕ່າງໆ ເພື່ອລໍຖ້າແຈ້ງການຂອງກະຊວງສຶກສາທິການ ແລະກີລາອອກແຈ້ງການເປີດຮຽນເປັນທາງການຕື່ມ.

_____________

ຂຽນໂດຍສີສຸວັນ           

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ