ເຈີນຢຸຍເຊີ່ນ ຈະໃຊ້ 4,5 ຕື້ກີບ ລົງທຶນປູກກ້ວຍຫອມທີ່ເມືອງເມິງ

  ອີງຕາມການລົງເກັບກໍາຂໍ້ມູນຕົວຈິງຂອງຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວເມືອງເມິງໃນວັນທີ 5 ພຶດສະພາ 2020 ນີ້ ເຊິ່ງນໍາພາໂດຍທ່ານ ນິລະພົບ ທອງສະຫວັດ ກໍາມະການ ພັກເມືອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວເມືອງ ພ້ອມດ້ວຍພະນັກງານວິຊາການ ແລະບໍລິສັດ ເຈີນຢຸຍເຊີ່ນ ຂາເຂົ້າ-ຂາອອກ ຈໍາກັດ ທີ່ມາລົງທຶນປູກພືດກະສິກໍາສະອາດຢູ່ ເມືອງເມິງ ໃນເນື້ອທີ່ 100 ກວ່າເຮັກຕາ ຢູ່ເຂດໂຮງງານເຈ້ຍເກົ່າ ບ້ານປຸ່ງຈອມແສງ ແລະເຂດຫົວນໍ້າຄາ ລວມມູນຄ່າການລົງທຶນທັງໝົດ 500,000 ໂດລາສະຫະລັດ ໃນນີ້ທຶນຈົດທະບຽນມູນຄ່າ 200, 000 ໂດລາສະຫະລັດ.
ຈຸດປະສົງຫຼັກຂອງບໍລິສັດແມ່ນເພື່ອເຂົ້າມາລົງທຶນປູກກ້ວຍຫອມ, ພືດກະສິກໍາອື່ນໆ ແລະລ້ຽງສັດຈໍານວນໜຶ່ງ, ໂດຍປະຕິບັດຕາມສັນຍາວ່າດ້ວຍໂຄງການສໍາປະທານເນື້ອທີ່ດິນລັດເພື່ອປູກພືດກະສິກໍາສະອາດ GAP ຢູ່ເມືອງເມິງ ແຂວງບໍ່ແກ້ວ ເລກທີ 159/ ພຜຫ.ສສ.ບກ, ອີງຕາມຂໍ້ຕົກລົງວ່າດ້ວຍການເຫັນດີມອບໃຫ້ພະແນກແຜນການ ແລະການລົງທຶນ ແຂວງບໍ່ແກ້ວ ຕ່າງໜ້າອົງການປົກຄອງແຂວງ, ເຊັນສັນຍາວ່າດ້ວຍໂຄງການສໍາປະທານເນື້ອທີ່ດິນລັດເພື່ອປູກພືດກະສິກໍາສະອາດ GAP ແລະໃບອະນຸຍາດລົງທຶນຂອງຄະນະກໍາມະການສົ່ງເສີມ ແລະຄຸມຄອງການລົງທຶນແຂວງບໍ່ແກ້ວ, ຊຶ່ງປະຈຸບັນແມ່ນຢູ່ໃນຂັ້ນຕອນການບຸກເບີກພື້ນທີ່ປູກກ້ວຍຫອມ ແລະກ້າເບ້ຍກ້ວຍ ເພື່ອກະກຽມລົງມືປູກໃນມໍ່ໆນີ້, ນອກຈາກນີ້ບໍລິສັດຍັງໄດ້ສຸມໃສ່ປັບປຸງເສັ້ນທາງແຕ່ບ້ານຊຽງກົກ, ເມືອງລອງ, ແຂວງຫຼວງນໍ້າທາ ຫາເມືອງເມິງ ແຂວງບໍ່ແກ້ວຊຶ່ງໜ້າວຽກປະກອບມີການກໍ່ສ້າງຂົວຂ້າມນໍ້າຫ້ວຍຊຽງກົກ,


  ປັບປຸງຂົວນໍ້າຟ້າດ້ວຍການເສີມໂຄງເຫຼັກຂອງຂົວ ແລະ ຂະຫຍາຍເສັ້ງທາງໃຫ້ກວ້າງອອກຕື່ມເພື່ອລະດວກໃນການສັນຈອນໄປ-ມາ ແລະຂົນສົ່ງສິນຄ້າແຕ່ເມືອງເມິງ, ແຂວງບໍ່ແກ້ວ ຫາ ເມືອງລອງ, ແຂວງຫຼວງນໍ້າທາ ອອກສູ່ ສປ ຈີນ ໃຫ້ມີ ຄວາມສະດວກ, ແລະວ່ອງໄວກວ່າເກົ່າ.

_____________

ຂຽນໂດຍພົມມາ ມະນີສອນ       

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ