ມອບ-ສົ່ງແຮງງານມຽນມາ 100 ກວ່າຄົນ ກັບປະເທດ

  ຕອນເຊົ້າວັນທີ 8 ພຶດສະພາ 2020 ນີ້ ຢູ່ທີ່ດ່ານບ້ານມອມເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ສົ່ງແຮງງານຊາວມຽນມາທີ່ອາໃສຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ກັບຄືນສູ່ປະເທດ. ເຂົ້າຮ່ວມມີ ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງໆຕົ້ນເຜິ້ງ, ທ່ານ ອູຊານ ມີງຊໍ ເຈົ້າເມືອງໆທ່າຂີ້ເຫຼັກ, ມີຄະນະເຂດເສດຖະກິດພິ ເສດສາມຫຼ່ຽມຄຳ,ພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງ, ເຈົ້າໜ້າທີ່ສະເພາະກິດທັງສອງປະເທດ ເຂົ້າຮ່ວມ.

ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງໆ ຕົ້ນເຜິ້ງກ່າວວ່າ: ຕາມຈຸດປະສົງຂອງທາງຝ່າຍລັດຖະບານມຽນມາກໍ່ຄືໜັງສືສະເໜີຂອງທ່ານເຈົ້າແຂວງທ່າຂີ້ເຫຼັກໂດຍອີງຕາມການສະເໜີຂອງແຮງງານຊາວມຽນມາທີ່ມາອອກແຮງງານຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳເມືອງຕົ້ນເຜິ້ງ ສປປ ລາວ ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ກຳລັງຄຸກຄາມທຸກໆປະເທດໃນໂລກເຊິ່ງວິກິດການດັ່ງກ່າວໄດ້ເຮັດໃຫ້ໂຮງຈັກໂຮງງານ ແລະການເຮັດວຽກງານຕ່າງໆໄດ້ຢຸດຕິໂດຍສະເພາະກໍ່ແມ່ນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳເມືອງຕົ້ນເຜິ້ງ. ສະນັ້ນເປັນການປະຕິບັດນະໂຍບາຍຄວາມສຳພັນໄມຕີອັນດີງາມລະຫວ່າງສອງຊາດລາວ-ມຽນມາ ໃຫ້ຍືນ ຍົງ ແລະແຂງແກ່ນຕະຫຼອດໄປເວົ້າສະເພາະກໍ່ແມ່ນດ້ວຍຄວາມເປັນຫ່ວງຂອງທ່ານເຈົ້າແຂວງໆບໍ່ແກ້ວຕໍ່ກັບການເບິ່ງແຍງດູແລ ແລະໃຫ້ໂອກາດແກ່ແຮງງານຊາວມຽນ ມາໃນການທຳມາຫາກິນມາອອກແຮງງານພວກເຮົາກໍ່ໃຫ້ຄວາມສຳຄັນແກ່ເຂົາເຈົ້າໃນການຄຸ້ມຄອງດູແລ ແລະໄດ້ໃຫ້ເຂົາເຈົ້າເຂົ້າເຖີງການສຶກສາ, ສາທາລະນະສຸກເປັນຕົ້ນການປ້ອງກັນພະຍາດໄຂ້ເລືອດອອກ, ພະຍາດໂລກອະຫິວາ ແລະພະຍາດອື່ນໆ. ໂດຍບໍໄດ້ເສຍຄ່າຄືກັນກັບປະຊາຊົນລາວຊຶ່ງປະຈຸບັນກໍ່ຍັງມີແຮງງານຊາວມຽນມາທີ່ອາໄສຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳຈຳນວນ 3-4 ພັນຄົນ. ສະນັ້ນ ດ້ວຍຄວາມຮັບຜິດຊອບສູງຂອງສອງລັດຖະບານພວກເຮົາຈື່ງໄດ້ຈັດສັນເວລາອັນເໝາະ ສົມເພື່ອນຳເອົາປະຊາຊົນຊາວມຽນມາຈຳນວນ 125 ຄົນ,ຍິງ 51 ຄົນ, ມາມອບໃຫ້ທາງລັດຖະບານ ສສ ມຽນມາ ກໍ່ຄືແຂວງທ່າຂີ້ເຫຼັກ, ເມືອງທ່າ ຂີ້ເຫຼັກ ໄດ້ຮັບເອົາຢ່າງເປັນທາງການ ເພື່ອນຳໄປຄຸ້ມຄອງເບິ່ງແຍງດູແລຕາມ ກົດໝາຍຂອງ ສສ ມຽນມາ ຊຶ່ງໃນຊ່ວງ ໄລຍະທີສອງປະເທດພວກເຮົາກໍ່ຄືສອງ ແຂວງສອງເມືອງພວມຂຸ້ນຂ້ຽວໃນການປ້ອງກັນ ແລະສະກັດກັ້ນພະຍາດໂຄວິດ 19 ໃນຄັ້ງນີ້ໃຫ້ບັນລຸ ແລະມີຜົນສຳເລັດຕາມຈຸດປະສົງ ແລະກໍ່ຫວັງຢ່າງຍິ່ງວ່າໃນໂອກາດຕໍ່ໄປທັງສອງເມືອງສອງ ແຂວງພວກເຮົາຈະໄດ້ຮ່ວມຈິດຮ່ວມໃຈກັນເພີ່ມຂຶ້ນຕື່ມອີກໃນການປະສານສົມທົບແກ້ໄຂບັນຫາຕ່າງໆ ເປັນຕົ້ນກໍ່ແມ່ນບັນຫາແຮງງານ, ການຊື້ຂາຍແລກປ່ຽນສິນຄ້າ,

ການເຂົ້າອອກເມືອງ ແລະບັນຫາອື່ນໆອີກຫຼາຍຢ່າງທີ່ເປັນຜົນດີໃຫ້ທັງສອງເມືອງສອງແຂວງກໍ່ຄືລະຫວ່າງ ສອງປະເທດລາວມຽນມາ. ຈາກນັ້ນກໍ່ໄດ້ລົງນາມເຊັນບົດບັນທຶກມອບ-ສົ່ງແຮງງານຊາວມຽນມາຈຳນວນ 125 ຄົນ, ຍິງ 51 ຄົນ ກັບຄືນສູ່ປະເທດຢ່າງເປັນທາງການ, ລະຫວ່າງ ທ່ານ ເຄືອນເພັດ ວົງຈັນ ເຈົ້າເມືອງໆຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ແລະ ທ່ານ ອູຊານ ມີງຊໍ ເຈົ້າເມືອງໆທ່າຂີ້ເຫຼັກ ແຂວງທ່າ ຂີ້ເຫຼັກ ສສ ມຽນມາ.

ຂຽນໂດຍສ ປັນຍາທອງ