ຄະນະສະເພາະກິດປັບປຸງເງື່ອນໄຂ ແລະມາດຕະການສືບຕໍ່ເຄື່ອນໄຫວຂອງພາທຸລະກິດ

  ເພື່ອເປັນການຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວຈາກການສືບຕໍ່ມາດຕະການໃນການປ້ອງກັນຄວບຄຸມ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງໂຄວິດ -19 ໃນໄລຍະແຕ່ວັນທີ 4-17 ພຶດສະພາ 2020 ຕາກການແຈ້ງການຂອງຫ້ອງການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 524/ຫສນຍ, ລົງວັນທີ 1 ພຶດ ສະພາ 2020. ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ອອກຄຳແນະນຳກ່ຽວກັບການປັບປຸງເງື່ອນໄຂ ແລະ ມາດຕະການສໍາລັບການສືບຕໍ່ເຄື່ອນໄຫວຂອງພາກທຸລະກິດໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຕາມທີ່ໄດ້ກໍານົດໃນຄໍາແນະນໍາ 031/ສພກ, ລົງ ວັນທີ 21 ເມສາ 2020 ດັ່ງນີ້:

  ເງື່ອນໄຂຂອງພາກທຸລະກິດທີ່ສາມາດເປີດດໍາເນີນກິດຈະການມີຄື: 1) ມີສະຖານທີ່ເຮັດວຽກທີ່ບໍ່ແອອັດ ແລະຮັບປະກັນໄລຍະຫ່າງ 1 ແມັດຂຶ້ນໄປ, 2) ມີຫ້ອງອາ ຫານທີ່ບໍ່ແອອັດ,ຮັບປະກັນຫຼັກອະນາໄມ, ບໍ່ໃຫ້ໃຊ້ເຄື່ອງຮ່ວມກັນ ແລະເວລານັ່ງກິນອາຫານຕ້ອງມີໄລຍະຫ່າງ 1 ແມັດຂຶ້ນໄປ ແລະມີສະຖານທີ່ແຍກປຽວສໍາລັບກໍລະນີສົງໃສພະຍາດໂຄວິດ-19, 3) ມີນໍ້າດື່ມ, ນໍ້າໃຊ້ທີ່ສະອາດ, ມີຜ້າ ອັດປາກ-ດັງ, ບ່ອນລ້າງມື, ສະບູ ແລະເຈວລ້າງມືໃຫ້ພະນັກງານ, ກໍາມະກອນຢ່າງພຽງພໍ ແລະໃຫ້ຖືກຕາມຫຼັກການອະນາໄມ, 4) ມີເຈົ້າໜ້າທີ່ຮັກສາເວນຍາມ ແລະ ມີການກວດກາພະນັກງານ, ກໍາມະກອນທີ່ເຂົ້າ-ອອກຢ່າງເຂັ້ມງວດ, 5) ມີໜ່ວຍງານອະນາໄມ ແລະມີກະຕ່າຂີ້ເຫຍື້ອ ແບບມີຝາປິດຢຄ່ແຕ່ລະຈຸດເພື່ອບັນຈຸຂີ້ເຫຍື້ອ ແລະສິ່ງເສດເຫຼືອທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ, 5) ມີການອໍານວຍຄວາມສະດວກໃຫ້ແກ່ທີມແພດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າໄປຕິດຕາມກວກກາ ຫຼືເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດໂຄວິດ-19 ເປັນແຕ່ລະໄລຍະສໍາລັບໂຄງການ, ບໍລິສັດ ແລະ ໂຮງ ງານຕ່າງໆ.

 ສໍາລັບມາດຕະການທີ່ຕ້ອງປະຕິບັດສໍາລັບພາກທຸລະກິດທີ່ຈະດໍາເນີນກິດຈະການມີຄື: 1) ຕ້ອງມີຈຸດກວດອຸນນະພູມ ແລະສະໜອງເຈວລ້າງມືໃຫ້ພະນັກງານ-ກໍາມະກອນຢູ່ທາງເຂົ້າ-ອອກ ບ່ອນເຮັດວຽກ, ຫໍພັກ ແລະຫ້ອງອາຫານຕອນເຊົ້າ-ແລງໃນແຕ່ລະວັນ ແລະຖ້າພົບເຫັນຜູ້ມີອາການໄຂ້ (ອຸນນະພູມສູງກວ່າ 37.5 ອົງສາ) ຫຼື ໄອ ຫຼື ຫາຍໃຈຍາກແມ່ນໃຫ້ບັນທຶກໄວ້ ແລະ ຕ້ອງໄດ້ສົ່ງເຂົ້າຫ້ອງແຍກປ່ຽວຂອງໂຄງການ, ບໍລິສັດ ແລະ ໂຮງງານທີ່ຈັດໄວ້ຢ່າງຮີບດ່ວນແລ້ວໂທປຶກສາສາຍດ່ວນ 166, 165 ແລະພົວ ພັນໃຫ້ແພດໝໍເຂົ້າກວດທັນທີ, 2) ຕ້ອງ ມີຜ້າອັດປາກ-ດັງ ສະໜອງໃຫ້ພະນັກ ງານ-ກໍາມະກອນ ທຸກຄົນໃສ່ຕະຫຼອດໄລຍະເວລາເຮັດວຽກ ແລະເວລາຢູ່ຮ່ວມກັນໃນສະຖານທີ່ໃດໜຶ່ງ ແລະມີສະຖານທີ່ສະດວກສໍາລັບລ້າງມືໃສ່ສະບູ ຫຼື ເຈວລ້າງມື, 3) ຕ້ອງມີການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດຂຶ້ນໄປ ສໍາລັບພະນັກງານ-ກໍາມະກອນ, ຫ້າມດໍາເນີນກິດຈະ ກໍາທີ່ບໍ່ສາມາດຮັກສາໄລຍະຫ່າງໄດ້ເຊັ່ນ: ກີລາ, ງານລ້ຽງ, ລວມທັງການຊຸມ ນຸມຕ່າງໆ, 4) ຕ້ອງມີມາດຕະການກວດກາຄົນຂັບລົດຂົນສົ່ງສິນຄ້າ ຫຼື ຜູ້ມາພົວພັນວຽກຈາກພາຍນອກຢ່າງເຄັ່ງຄັດຕາມມາດຕະການທີ່ວາງອອກຄືກັນກັບພະນັກງານ-ກໍາມະກອນຂອງຕົນ, 5) ຕ້ອງອະນາໄມ ສະຖານທີ່ເຮັດວຽກຂອງພະນັກງານ-ກໍາມະກອນ, ຫ້ອງອາຫານ, ຫ້ອງນໍ້າ, ບ່ອນພັກ ແລະສາງບ່ອນທີ່ຮັບສົ່ງສິນຄ້າພາຍຫຼັງສີ້ນສຸດກິດຈະກໍາທຸກໆມື້ ສໍາລັບໂຄງການ, ບໍລິສັດ ແລະໂຮງງານ.

__________

ຂຽນໂດຍຟ້າ