ໄຟຟ້າ 2 ເມືອງຂອງ ນວ ເສຍຫາຍເກືອບຕື້ກີບຈາກພາຍຸ

  ໃນຕອນບ່າຍຂອງວັນທີ 8 ພຶດສະພາ 2020, ທ່ານ ປອ ຄໍາມະນີ ອິນທະລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ແລະທ່ານ ຄໍາປະເສີດ ເທບປັນຍາ ຮອງຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວພ້ອມພາກສ່ວນທີ່ກ່ຽວຂ້ອງໄດ້ລົງໄປເບິ່ງ ແລະຕິດຕາມສະພາບຄວາມເສຍຫາຍຂອງລະບົບຈໍາໜ່າຍໄຟຟ້າທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນພັດຜ່ານໃນຕ້ອນແລງຂອງວັນທີ 7 ພຶດສະພາ 2020 ຢູ່ທີ່ເມືອງຫາດຊາດຟອງ ນະຄອນຫຼວງວຽງຈັນ, ຜົນເສຍຫາຍໃນຄັ້ງນີ້ໄດ້ເຮັດໃຫ້ຫຼາຍບ້ານທີ່ຂຶ້ນກັບເມືອງຫາດຊາຍຟອງບໍ່ມີກະແສໄຟຟ້າໃຊ້ເປັນບໍລິເວນກວ້າງລະບົບຕາຂ່າຍໄຟຟ້າແຮງດັນ 22 ແລະ 0,4 ກິໂລໂວນ ໄດ້ຮັບຄວາມເສຍຫາຍເປັນຕົ້ນ:

ເສົາໄຟ 14 ແມັດ ຫັກ 12 ຕົ້ນ, ເສົາໄຟ 12 ແມັດ ຫັກ 4 ຕົ້ນ, ເສົາໄຟ 8 ແມັດ ຫັກ 7 ຕົ້ນ, ໝໍ້ແປງ 2 ໜ່ວຍ, ຄອນສາຍ 38 ຊຸດ, ເຫັກຄໍ້າຄອນສາຍ 70 ຊຸດ, ສາຍໄຟໃຊ້ບໍ່ໄດ້, ດອກກັນໄຟແຕກ ແລະອຸປະກອນອື່ນໆ ໄດ້ຮັບຄວາມເສຍຫາຍ ລວມມູນຄ່າ 960 ລ້ານກວ່າກີບ. ຫຼັງຈາກນັ້ນທ່ານລັດຖະມົນຕີກະຊວງພະລັງ ງານ ແລະບໍ່ແຮ່ຍັງຈະໄດ້ໄປເບິ່ງຄວາມເສຍຫາຍລະບົບຈໍາໜ່າຍໄຟຟ້າລາວສາຂາເມືອງປາກງື່ມ ຊຶ່ງເປັນເມືອງໜຶ່ງທີ່ໄດ້ຮັບຄວາມເສຍຫາຍຫຼາຍພໍສົມຄວນເປັນຕົ້ນລະ ບົບຈໍາໜ່າຍໄຟຟ້າແຮງດັນ 22 ແລະ 0,4 ກິໂລໂວນ ລວມມູນຄ່າການເສຍຫາຍຫຼາຍກວ່າ 36 ລ້ານກີບ.