ປະທານສະພາແຫ່ງຊາດລາວ-ຫວຽດນາມປະຊຸມຜ່ານທາງໄກ

 (ສພຊ) ໃນຕອນເຊົ້າວັນພະຫັດທີ 7 ພຶດສະພາ 2020 ສະຫາຍ ນາງ ຫງວຽນ ທິກິມເງິນ ປະທານສະພາແຫ່ງຊາດ ສສ ຫວຽດນາມພ້ອມດ້ວຍຄະນະໄດ້ປະຊຸມທາງໄກ ກັບ ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະ; ໃນໂອກາດນີ້, ທັງສອງຝ່າຍໄດ້ສະແດງຄວາມປິຕິ ຊົມຊື່ນຕໍ່ການແລກປ່ຽນຄວາມຄິດຄວາມເຫັນໃນບັນຫາສຳຄັນ ແລະ ຮີບດ່ວນເພາະມັນກະທົບເຖິງເສດຖະກິດ-ສັງຄົມ, ການພັດທະນາປະເທດຊາດ ແລະຊີວິດອິນຊີຂອງປະຊາຊົນບັນດາເຜົ່າ ຊຶ່ງມີຄວາມເປັນເອກະພາບຕໍ່ກັບ 3 ເນື້ອໃນທີ່ສໍາຄັນດັ່ງນີ້:

1. ການແຜ່ລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈະໂລກສາຍພັນໃໝ່ (ໂຄວິດ-19)

  ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງຈິງໃຈ ແລະຕີລາຄາສູງຕໍ່ພັກ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມອ້າຍນ້ອງທີ່ ໄດ້ປະສົບຜົນສໍາເລັດຢ່າງໜ້າໃນການສະກັດກັ້ນ-ປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງທັນການ, ມີປະສິດທິຜົນຊຶ່ງສາມາດປົກປັກຮັກສາຊີວິດອິນຊີຂອງປະຊາຊົນ, ປາສະຈາກການລົ້ມຫາຍຕາຍຈາກ, ຈາກຜົນສໍາເລັດດັ່ງກ່າວ ສສ ຫວຽດນາມ ໄດ້ຮັບການຍ້ອງຍໍຊົມເຊີຍຢ່າງກວ້າງຂວາງ ແລະ ໄດ້ຮັບນາມມະຍົດເປັນປະເທດດີເດັ່ນ ແລະມີຜົນສໍາເລັດໃນບັ້ນຮົບສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ, ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ານມາ ແລະຍັງ ສາມາດສະໜອງຂໍ້ມູນແລະບົດຮຽນໃຫ້ແກ່ບັນດາປະເທດຕ່າງໆ ໃນພາກພື້ນ ແລະໃນໂລກ; ຕີລາຄາສູງຕໍ່ຜົນສໍາເລັດດັ່ງກ່າວຂອງ ສສ ຫວຽດນາມ ຊຶ່ງເປັນການຢັ້ງຢືນເຖິງແນວທາງນະໂຍບາຍຂອງພັກ-ລັດຫວຽດນາມໃນການຖືເອົາຄວາມປອດໄພຂອງຊີວິດ ແລະ ສຸຂະນາໄມທາງດ້ານຮ່າງກາຍຂອງປະຊາຊົນເປັນບູລິມະສິດ, ພ້ອມນັ້ນກໍສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດທາງໄກສະໄໝພິເສດຂອງຜູ້ນໍາອາຊຽນແລະກອງປະຊຸມສຸດຍອດສະໄໝພິເສດຜູ້ນໍາອາຊຽນ ບວກສາມກ່ຽວກັບການລະບາດຂອງພະຍາດໂຄວິດ-19 ພາຍໃຕ້ການເປັນປະທານອາຊຽນຂອງ ສສ ຫວຽດນາມ ທີ່ໄດ້ເປັນເຈົ້າການ ແລະມີຂໍ້ລິເລີ່ມຈັດກອງປະຊຸມດັ່ງກ່າວຢ່າງທັນການ,ຊຶ່ງຜູ້ນໍາອາຊຽນ ແລະຜູ້ນໍາອາຊຽນບວກສາມໄດ້ເຫັນດີຮັບຮອງເອົາຖະແຫຼງການຂອງສອງກອງປະຊຸມດັ່ງກ່າວເພື່ອສືບຕໍ່ຮ່ວມມືກັນສະກັດກັ້ນ, ຮັບ ມື ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

 ສະຫາຍປະທານສະພາແຫ່ງຊາດລາວຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຊຶ່ງພັກ ແລະລັດຖະບານລາວໄດ້ເອົາໃຈໃສ່ໃນການຊີ້ນໍາຢ່າງຈົດຈໍ່ຕໍ່ກັບການເຝົ້າລະວັງ, ການຄວບຄຸມ ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ອອກຫຼາຍນິຕິກໍາ ແລະໄດ້ໂຄສະນາເຜີຍແຜ່ບັນດາມາດຕະການປ້ອງກັນຕ່າງໆຢ່າງກວ້າງຂວາງໂດຍການປຸກລະດົມທຸກອົງການຈັດຕັ້ງພັກ, ລັດ, ທຸກພາກສ່ວນທຸລະກິດ ແລະປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ພ້ອມນັ້ນ ລັດຖະບານໄດ້ມີມາດຕະການແຕ່ ຫົວທີ່ຕໍ່ກັບການເຄື່ອນຍ້າຍກັບຄືນ ປະເທດຂອງແຮງງານລາວຈາກ ປະເທດເພື່ອນບ້ານໃກ້ຄຽງຊຶ່ງສາມາດສະກັດກັ້ນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ດີພໍສົມຄວນ, ພິເສດແມ່ນການຮ່ວມມືແລກປ່ຽນຈາກທີມງານແພດຊ່ຽວຊານຂອງ ສສ ຫວຽດນາມ ແລະ ສປ ຈີນພ້ອມນັ້ນ ສປປ ລາວ ຍັງໄດ້ຮັບການຊ່ວຍ ເຫຼືອຈາກບັນດາປະເທດເພື່ອນມິດກໍຄືອົງການຈັດຕັ້ງສາກົນ ແລະການຊ່ວຍເຫຼືອຈາກສັງຄົມຢູ່ພາຍໃນປະ ເທດ, ໃນໂອກາດນີ້ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດ ນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການແພດທີ່ຈໍາເປັນ ແລະສົ່ງທີມງານນັກວິຊາການແພດມາຊ່ວຍໃນການວາງແຜນສະກັດກັ້ນກໍຄືບົດຮຽນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19.

 2. ການເປັນເຈົ້າພາບໄອປາຂອງສະພາແຫ່ງຊາດຫວຽດນາມ:

  ສະຫາຍປະທານແຫ່ງຊາດລາວໄດ້ມີຄໍາເຫັນວ່າ: ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະຜົນປະໂຫຍດຂອງປະຊາຊົນລາວຈະສະໜັບສະໜູນ ແລະເປັນເອກະພາບຂອງບັນດາສະມາຊິກລັດຖະ ສະພາອາຊຽນຮ່ວມກັບລັດຖະ ບານໃນການຕ້ານ ແລະສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ-19 ແລະຈະສືບຕໍ່ປຸກລະດົມປະຊາຊົນ ເຂົ້າຮ່ວມຢ່າງຕັ້ງໜ້າ; ພ້ອມທັງຕີ ລາຄາສູງຕໍ່ການປະຕິບັດໜ້າທີ່ ການເປັນປະທານໄອປາປີ 2020 ຂອງສະພາແຫ່ງຊາດຫວຽດນາມໃນການເຊີດຊູນ້ຳໃຈສາມັກຄີ, ແບ່ງ ປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ແລະສະໜັບສະໜູນກັນຢ່າງເຕັມທີ່ເພື່ອຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ນີ້; ສະພາແຫ່ງ ຊາດລາວເຫັນດີເປັນເອກະພາບແລະສະໜັບສະໜູນຕໍ່ບັນດາມາດ ຕະການທີ່ຜູ້ນໍາອາຊຽນໄດ້ເປັນເອກະພາບກັນ ແລະໄດ້ຮັບຮອງເອົາຖະແຫຼງການຂອງກອງປະຊຸມສຸດຍອດທາງໄກສະໄໝພິເສດ ຂອງຜູ້ນໍາອາຊຽນ ແລະກອງປະ ຊຸມສຸດຍອດສະໄໝພິເສດ ຜູ້ນໍາ ອາຊຽນບວກສາມກ່ຽວກັບການ ລະບາດຂອງພະຍາດໂຄວິດ 19; ໃນຖານະສະມາຊິກໄອປາຈະປະ ຕິບັດພາລະບົດບາດຕົນໃນການຕິດຕາມຊຸກຍູ້ລັດຖະບານຈັດຕັ້ງ ຜັນຂະຫຍາຍເນື້ອໃນຖະແຫຼງການ ຂອງສອງກອງປະຊຸມດັ່ງກ່າວ ໃຫ້ມີປະສິດທິຜົນເປັນຢ່າງດີ.ພ້ອມທັງເຊື່ອໝັ້ນວ່າ ສະພາແຫ່ງ ຊາດຫວຽດນາມໃນຖານະປະທານ ໄອປາຈະສືບຕໍ່ປະສານສົມທົບກັບບັນດາປະເທດສະມາຊິກໄອປາເພື່ອຄວາມເປັນເອກະພາບກັນ ກ່ຽວກັນຮູບການ ແລະວິທີການໃນການຈັດກອງປະຊຸມໄອປາທີ່ຈະມາເຖິງ, ໂດຍຄຳນຶງເຖິງຜົນປະໂຫຍດ,ຄວາມປອດໄພຂອງປະຊາຊົນເປັນຫຼັກ; ພ້ອມນັ້ນກໍໄດ້ສະເໜີໃຫ້ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານແລກປ່ຽນບົດຮຽນ,ການຮ່ວມມື ແລະ ຊຸກຍູ້ແລກປ່ຽນບົດຮຽນນໍາກັນກ່ຽວກັບການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ລວມທັງການປັບປຸງກົດໝາຍ ແລະນິຕິກໍາຕ່າງໆ ເພື່ອຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

  ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໃຫ້ຮູ້ຕື່ມວ່າກ່ຽວກັບການຈັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ນີ້ ຈະໄດ້ຈັດຂຶ້້ນໃນວັນທີ 22 ມິ ຖຸນາ 2020 ຊຶ່ງສະພາແຫ່ງຊາດຈະປະຊຸມແບບປົກກະຕິໂດຍອີງໃສ່ສະພາບການການແຜ່ລະບາດຂອງພະຍາດໂຄວິດ-19 ນີ້ ຈະໄດ້ຫຼຸດເນື້ອໃນຂອງກອງປະຊຸມທີ່ບໍ່ຈຳເປັນຊຶ່ງໄດ້ນໍາເອົາຫົວຂໍ້ທີ່ຈຳເປັນ ແລະຮີບດ່ວນແທ້ໆ ແລະໄດ້ນໍາໃຊ້ເວລາໃນກອງປະຊຸມສັ້ນລົງພ້ອມທັງພະຍາຍາມປະຕິບັດຕາມການແນະນຳຂອງຄະນະສະເພາະກິດກ່ຽວກັບການຮັບປະກັນສຸຂະພາບໃຫ້ແກ່ບັນດາທ່ານສະມາຊິກສະພາແຫ່ງຊາດ.

  3. ການດຳເນີນໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່

 ສະຫາຍປະທານສະພາແຫ່ງຊາດລາວໄດ້ຕາງໜ້າຄະນະຄຸ້ມຄອງໂຄງການປຸກສ້າງຫໍສະພາ ແຫ່ງຊາດຫຼັງໃໝ່,ແຈ້ງໃຫ້ສະຫາຍປະທານສະພາແຫ່ງຊາດຫວຽດນາມຊາບກ່ຽວກັບການຈັດຕັ້ງປະ ຕິບັດບັນດາໜ້າວຽກໂຄງການກໍ່ ສ້າງໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ຊຶ່ງໄດ້ ສົ່ງຜົນກະທົບຕໍ່ການກໍ່ສ້າງໂຄງ ການໃນບາງດ້ານເປັນຕົ້ນ: ການນໍາເຂົ້າ-ສົ່ງອອກເຄື່ອງວັດສະດຸອຸປະກອນ, ວິຊາການ, ແຮງງານ, ການຜະລິດເຄື່ອງເຟີນິເຈີ ແລະ ອື່ນໆ... ຕໍ່ບັນຫາດັ່ງກ່າວໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະຄຸ້ມໂຄງການຝ່າຍລາວ ແລະຫວຽດນາມ, ຄະນະຮັບຜິດຊອບຜູ້ຮັບເໝົາກໍ່ສ້າງ (ແມ່ນທັບ ນ້ອຍ 11), ທີ່ປຶກສາສອງຝ່າຍ ແລະບໍລິສັດຜູ້ອອກແບບສອງຝ່າຍໄດ້ມີມາດຕະການຕໍ່ການປະຕິບັດບັນດາໜ້າວຽກຕ່າງໆຂອງໂຄງການ ແລະມີຄວາມຄືບໜ້າດັ່ງນີ້: ປະຕິບັດປະຕິບັດຄໍາສັ່ງເລກທີ 06/ນຍ ລົງວັນ ທີ 29/3/2020 ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ່າງເຂັ້ມງວດ; ຜູ້ຮັບເໝົາກໍ່ສ້າງ (ແມ່ທັບນ້ອຍ 11) ມີມາດຕະການກວດກາ-ຄຸ້ມຄອງປ້ອງກັນແຕ່ ລະວັນຢ່າງເຂັ້ມງວດ; ຄະນະຄຸ້ມຄອງໂຄງການໄດ້ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າລະຫວ່າງປະ ເທດ ແລະພາຍໃນປະເທດເພື່ອຮັບປະກັນສະໜອງວັດສະດຸທີ່ຈໍາເປັນໃຫ້ແກ່ການກໍ່ສ້າງໂຄງການສາມາດດໍາເນີນຕາມປົກກະຕິ;ຊຸກຍູ້ການຜະລິດເຟີນິເຈີໃຫ້ສາມາດດໍາເນີນຢ່າງ ປົກກະຕິ; ໄດ້ສໍາເລັດໂດຍພື້ນຖານ ການອອກແບບເຕັກນິກ ແລະໄດ້ ມອບໃຫ້ຄະນະຄຸມຄອງຝ່າຍຫວຽດນາມເພື່ອຜັນຂະຫຍາຍ; ການຄວັດລວດລາຍລາວ ປະເພດໄມ້ ແລະຫີນ ແມ່ນໄດ້ກະກຽມຄົບຖ້ວນ, ໄດ້ສໍາເລັດການເຮັດແບບ ແລະສາມາດສົ່ງໃຫ້ຄະນະຄຸ້ມຄອງຝ່າຍຫວຽດນາມຈໍານວນໜຶ່ງເພື່ອຜະລິດໂດຍສະເພາະແມ່ນລາຍລາວທີ່ເປັນໄມ້; ສ່ວນແບບເຄື່ອງເຟີນີເຈີແມ່ນໄດ້ສົ່ງເອກກະສານຄົບຊຸດໃຫ້ຄະນະຄຸ້ມຄອງໂຄງການຝ່າຍຫວຽດນາມ ແລ້ວ; ວຽກງານພື້ນຖານໂຄງລ່າງເປັນຕົ້ນ: ໄດ້ສໍາເລັດວຽກລະບົບຕາຂ່າຍໄຟຟ້າ ແລະນໍ້າປະປາ. ສ່ວນລະບົບເສັ້ນທາງ ແລະຮອງລະບາຍນໍ້າ ເພື່ອລະບາຍນໍ້າອອກຢູ່ໃນຂັ້ນຕອນການປະມູນຕາມແຜນແມ່ນຈະສໍາເລັດໃນເດືອນ ຕຸລາ 2020; ການສະໜອງໄມ້ເຂົ້າ ຮັບໃຊ້ໂຄງການແຕ່ລະປະເພດ ຕາມການອອກແບບ ແມ່ນໄດ້ຕາມ ຈໍານວນທີ່ຕ້ອງການແລ້ວ; ຕໍ່ກັບການນໍາເຂົ້າແຮງງານໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງປະກອບມີນາຍຊ່າງ ແລະພະນັກງານວິຊາການ, ແຮງງານປະມານ 70-100 ຄົນ, ໂດຍພື້ນ ຖານຝ່າຍລາວເຫັນດີ, ແຕ່ຕ້ອງໄດ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດເພື່ອປົກປ້ອງ, ຄວບຄຸມ ແລະແກ້ໄຂການລະບາດຂອງໂຄວິດ-19 ເພື່ອຫຼຸດຜ່ອນຄວາມສ່ຽງປະຈຸບັນແຮງ ງານທີ່ກໍາລັງປະຕິບັດໜ້າທີ່ຢູ່ໃນ ໂຄງການ ມີປະມານ 600 ຄົນ, ແຕ່ສະຖານທີ່ພັກເຊົາໃນເຂດຮົ້ວ ໂຄງການກໍ່ມີຈໍາກັດ. ສະນັ້ນການ ນໍາເຂົ້າແຮງງານຕົວຈິງຈຶ່ງໄດ້ມອບໃຫ້ຄະນະຄຸ້ມຄອງຝ່າຍລາວປະສານສົມທົບກັບພາກສ່ວນຕ່າງໆຂອງລາວ ແລະບໍລິສັດຮັບເໝົາກໍ່ສ້າງ (ແມ່ທັບນ້ອຍ 11) ສ້າງແຜນການນໍາເຂົ້າລະອຽດໃນ ແຕ່ລະໄລຍະເພື່ອໃຫ້ສອດຄ່ອງກັບສະພາຄວາມຫຍຸ້ງຍາກໃນປະຈຸບັນ.

  ໃນຕອນທ້າຍ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ມີຂໍບາງສະເໜີດັ່ງນີ້: ອີງຕາມເນື້ອໃນຂອງສັນຍາລະຫວ່າງລັດຖະບານ ສປປ ລາວ ແລະລັດຖະບານ ສສ ຫວຽດນາມ ກ່ຽວກັບໂຄງການກໍ່ສ້າງຫໍສະພາແຫ່ງຊາດ,ທີ່ເວົ້າເຖິງຜູ້ຮັບເໝົາໂຄງການກໍ່ສ້າງໄດ້ມີໜັງສືເຖິງສະຫາຍລັດຖະມົນຕີກະຊວງກໍ່ສ້າງ ສສ ຫວຽດນາມ ທັງເປັນເຈົ້າຂອງໂຄງການ ແລະຫົວໜ້າຄະນະກຳ ມະການຊີ້ນໍາການປຸກສ້າງຝ່າຍ ລາວ ກໍໄດ້ມີໜັງສືຢັ້ງຢືນເຖີງສະ ຫາຍຮອງນາຍົກລັດຖະມົນຕີຫົວໜ້າຄະນະຊີ້ນໍາຝ່າຍຫວຽດນາມ ມາຮອດປະຈຸບັນຍັງບໍ່ທັນໄດ້ຮັບ ຄໍາຕອບຢ່າງເປັນທາງການເພື່ອ ໃຫ້ຄະນະກໍາມະການຊີ້ນໍາຝ່າຍລາວລາຍງານເບື້ອງລັດຖະບານແຫ່ງ ສປປ ລາວ; ສະເໜີໃຫ້ກະຊວງກໍ່ສ້າງ ສສຫວຽດນາມ ເພີ່ມ ທະວີເພື່ອຊີ້ນໍາບໍລິສັດທີ່ປຶກສາຄຸມ ງານກໍ່ສ້າງ IBST ໃນການປະ ສານ ແລະສະໜອງຂໍ້ມູນການເຮັດ ວຽກຮ່ວມກັບບໍລິສັດທີ່ປືກສາຝ່າຍລາວ OCG ຢ່າງລະອຽດ ເພື່ອບັນລຸເປົ້າໝາຍດ້ານຄຸນນະພາບເຕັກ ນິກການກໍ່ສ້າງທີ່ໄດ້ຮັບຮອງຕາມ ການອອກແບບ, ຊີ້ນໍາພາກສ່ວນກ່ຽວຂ້ອງການນໍາເຂົ້າວັດສະດຸອຸປະກອນມາຮັບໃຊ້ການກໍ່ສ້າງໂຄງການປຸກສ້າງຫໍສະພາແຫ່ງຊາດລາວໃຫ້ຖືກຕ້ອງຕາມບໍລິມາດ(BOQ) ທີ່ໄດ້ຮັບຮອງເອົາແລ້ວ; ກ່ຽວກັບກຳນົດເວລາແຜນສໍາ ເລັດຂອງໂຄງການຕາມສັນຍາສອງລັດຖະບານກຳນົດໄວ້ຄວາມຊັກຊ້າໃນການກໍ່ສ້າງອັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19 ອາດຈະບໍ່ສາມາດສໍາເລັດຕາມແຜນການ. ສະນັ້ນຕໍ່ບັນຫາດັ່ງກ່າວທັງສອງຝ່າຍຄະນະຮັບຜິດຊອບຈະມີການປຶກສາຫາລືກັນຕື່ມກ່ຽວກັບກຳນົດເວລາສູ້ຊົນໃຫ້ໄດ້ມອບຮັບເບື້ອງຕົ້ນໃນຕົ້ນປີ 2021.

  ສະໜັບສະໜູນໂດຍ: HONDA

 ສະຫາຍ ຫງວຽນທິກິມເງິນ ໄດ້ສະແດງຄວາມດີໃຈ ແລະຕີລາຄາສູງຕໍ່ການສົນທະນາບາງປະເດັນທີ່ສໍາຄັນ ແລະເລັ່ງດ່ວນໂດຍການປະຊຸມໃນຄັ້ງນີ້;ພ້ອມນັ້ນ,ສະຫາຍປະທານສະພາແຫ່ງ ຊາດຫວຽດນາມໄດ້ແຈ້ງໃຫ້ຮູ້ໂດຍ ຫຍໍ້ກ່ຽວກັບສະພາບເສດຖະກິດ-ສັງຄົມ ແລະສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງ ປະຈຸບັນຜ່ານມາ 22 ມື້ ບໍ່ພົບຜູ້ຕິດ ເຊື້ອ ແລະສາມາດຄວບຄຸມໄດ້ ໂດຍພື້ນຖານ, ບາງມາດຕະການ ໄດ້ມີການແກ້ໄຂເປັນຕົ້ນການສຶກສາໄດ້ເປີດໂຮງຮຽນ, ການຄົມມະນາຄົມຂົນສົ່ງໄດ້ເປັນປົກກະຕິໃນປີ 2020 ນີ້ສະພາແຫ່ງຊາດຫວຽດນາມໃນນາມປະທານໄອປາຈະພະຍາຍາມເຮັດໃຫ້ດີທີ່ສຸດໃຫ້ບັນດາປະເທດສະມາຊິກໄດ້ຮັບຜົນປະໂຫຍ ດ, ຊຶ່ງໃນໄລຍະຜ່ານມາໄດ້ຮັບຜົນກະທົບຈາກການ ແຜ່ລະບາດຂອງພະຍາດໂຄວິດ- 19 ເຮັດໃຫ້ການຈັດກອງປະຊຸມເລື່ອນອອກໄປແຕ່ຄາດຄະແນວ່າໃນເດືອນມິຖຸນາ 2020 ຈະໄດ້ເປີດ ກອງປະຊຸມໄອປາ-ອາຊຽນຢູ່ດານັງປະເທດຫວຽດນາມ, ໃນນີ້ ສະຫາຍປະທານສະພາແຫ່ງຊາດຫວຽດນາມກໍໄດ້ເຊື້ອເຊີນປະທານສະພາແຫ່ງຊາດລາວເຂົ້າຮ່ວມຊຶ່ງປະທານສະພາແຫ່ງຊາດກໍໄດ້ຕອບຮັບຄໍາເຊີນ,ກ່ຽວກັບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ພັກ-ລັດຖະບານ,ສະພາແຫ່ງຊາດຫວຽດ ນາມໄດ້ຕີລາຄາ ສູງຕໍ່ການເອົາໃຈໃສ່ຂອງແຕ່ລະ ພາກສ່ວນ ແລະໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກຮອບດ້ານໃຫ້ແກ່ການກໍ່ສ້າງສະພາແຫ່ງຊາດລາວ, ແຕ່ການກໍ່ສ້າງກໍພົບຄວາມຫຍຸ້ງຍາກເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ໂຄງການກໍ່ສ້າງມີຄວາມຊັກຊ້າ ແລະ ມີຜົນກະທົບຕໍ່ການນໍາເຂົ້າແຮງ ງານ, ວັດສະດຸ ອຸປະກອນໃນການກໍ່ສ້າງແລະບັນ ຫາອື່ນໆ; ໃນນີ້, ປະທານສະພາແຫ່ງຊາດຫວຽດນາມໄດ້ສະເໜີໃຫ້ພັກ-ລັດຖະບານ ສປປ ລາວ ເອົາໃຈໃສ່ເອົານວຍຄວາມສະດວກໃຫ້ແກ່ການນໍາເຂົ້າແຮງງານ ແລະວັດສະດຸອຸປະກອນອື່ນໆເພື່ອອຳນວຍຄວາມສະດວກ ແລະຮັບປະກັນໃຫ້ໂຄງການກໍ່ສ້າງບັນລຸຕາມແຜນການທີ່ວາງໄວ້.

----------------

ຂຽນໂດຍສົມນຶກ ແກ້ວໄຊຍະຈັກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ