ມາດຕະການຂົນສົ່ງສິນຄ້າເຂົ້າ-ອອກ ປະເທດຊ້ວງໂຄວິດ-19

ໃນໄລຍະການລະບາດຂອງໄວຣັດໂຄວິດ-19 ທີ່ຍັງລະບາດຮຸ່ນແຮງ ແລະມີຄວາມຈໍາເປັນຕ້ອງມີມາດຕະການເຝົ້າລະວັງຢ່າງໃກ້ສິດເພື່ອປ້ອງກັນບໍ່ໃຫ້ເຊື້ອໄວຣັດດັ່ງກ່າວຕິດມານໍາຍານພາຫະນະ, ສິນຄ້າ ແລະຄົນຂັບລົດມາແຜ່ລະບາດໃນ ສປປ ລາວ ແຕ່ມາດຕະການປ້ອງກັນ ແລະເຝົ້າລະວັງເຫັນວ່າມີຜົນກະທົບຕໍ່ກັບການຂົນສົ່ງສິນຄ້າ ລະຫວ່າງປະເທດເຮັດໃຫ້ສິນຄ້າ ຫຼືພາຫະນະຂົນສົ່ງສິນຄ້າຄ້າງຫຼາຍຄືນຢູ່ບາງດ່ານສາກົນເນື່ອງຈາກຄວາມຈໍາເປັນຕ້ອງປະຕິບັດຂັ້ນຕອນຕ້ານການລະບາດຂອງໄວຣັດ ໂຄວິດ- 19. ເພື່ອແກ້ໄຂບັນຫາຈຸດນີ້, ທາງກະຊວງໂຍທາທິການ ແລະຂົນສົ່ງຈຶ່ງໄດ້ອອກມາດຕະການ ແລະຂັ້ນຕອນໃນການກວດປ່ອຍສິນຄ້າໃຫ້ໄວຂຶ້ນກວ່າເກົ່າແນ່ໃສ່ຫຼຸດຜ່ອນຄວາມແອອັດຂອງພາຫະນະ ແລະສິນຄ້າທີ່ຄ້າງຢູ່ດ່ານ ຫຼືຖ້າສິນຄ້າຄ້າງຫຼາຍວັນອາດເຮັດໃຫ້ສິນຄ້າປະເພດກະສິກໍາມີຄວາມເສຍຫາຍໄດ້.
  ສ່ວນຂໍ້ມູນຂ່າວສານທາງການຄ້າຂອງ ສປປ ລາວ ເປີດເຜີຍໃຫ້ຮູ້ວ່າ: ອີງຕາມແຈ້ງການເລກທີ 00283/ຍທຂ ລົງວັນທີ 24 ເມສາ 2020 ໄດ້ແນະນໍາຂັ້ນຕອນການຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງປະເທດໃຫ້ເຈົ້າໜ້າທີ່ດ່ານ ແລະບັນດາບໍລິສັດຂົນສົ່ງຮັບຮູ້ ແລະເອົາໃຈໃສ່ປະຕິບັດຢ່າງເຂັ່ມງວດດັ່ງນີ້: ການຂົນສົ່ງສິນຄ້າຂາ ເຂົ້າຄົນຂັບລົດຕ່າງປະເທດທີ່ຈະຂົນສິນຄ້າເຂົ້າ ສປປ ລາວ ທີ່ສາມາດຄ່ຽນຖ່າຍຢູ່ຈຸດສະເພາະນັ້ນແມ່ນຕ້ອງປະຕິບັດຕາມມາດຕະການທາງສາທາລະນະສຸກໄດ້ວ່າງອອກຢ່າງເຂັ້ມງວດເຊັ່ນ: ຕ້ອງໃສ່ຜ້າປິດປາກ-ດັງ ແລະກວດອຸນຫະພູມຈາກເຈົ້າໜ້າທີ່ສາທາລະນະສຸກຢູ່ດ່ານລາວສ່ວນຄົນຂັບລົດຕ່າງປະເທດທີ່ຈະຂົນສິນຄ້າປະເພດສານເຄມີອັນຕະລາຍ ແລະເຄື່ອງຮັບໃຊ້ໂຄງການກໍ່ສ້າງທາງດ່ວນ, ເຂື່ອນໄຟຟ້າ ແລະ ອື່ນໆ ທີ່ບໍ່ສາມາດຄ່ຽນຖ່າຍເນື່ອງຈາກຄວາມສ່ຽງດ້ານຄວາມປອດໄພໃນເວລາຄ່ຽນ ຖ່າຍເຊິ່ງຕ້ອງໄດ້ອະນຸຍາດໃຫ້ເຂົ້າດີນແດນເຂດລາວ ແລະຂົນສົ່ງໃຫ້ເຖິງປາຍທາງບົນພື້ນຖານການປະຕິບັດທີ່ເຂັ້ມງວດຄື: ມີເອກະສານຢັ້ງຢືນຈາກເຈົ້າຂອງໂຄງການ ຫລືຕົວແທນຢູ່ລາວເຖິງສິນຄ້າທີ່ຈະຂົນສົ່ງ ແລະ ຈຸດໝາຍປາຍທາງໃຫ້ຈະແຈ້ງ ແລະ ຖືກຕ້ອງເພື່ອໃຫ້ເຈົ້າໜ້າທີ່ປະຈໍາຢູ່ຈຸດທາງຜ່ານນັ້ນຮັບຮູ້ ແລະ ອໍານວຍຄວາມສະດວກເຊິ່ງຜູ້ຂັບມີສິດເຂົ້າເຖິງຈຸດທີ່ກໍານົດສົ່ງສິນຄ້າເທົ່ານັ້ນ.ໃນກໍລະນີທີ່ຜູ້ຂັບຕ້ອງໄດ້ຄ້າງຄືນແມ່ນເຈົ້າຂອງໂຄງການຕ້ອງເປັນຄົນຮັບຜິດຊອບຈັດກຽມສະຖານທີພັກເຊົ່າໃຫ້ມີຄວາມປອດໄພ ແລະແຍກປ່ຽວຈາກຜູ້ອື່ນ.


  ສ່ວນການຂົນສົ່ງສິນຄ້າຂາອອກລົດຂົນສົ່ງຂອງລາວສາມາດຂົນສົ່ງສິນຄ້າໄປເຖິງຈຸດຄ່ຽນຖ່າຍໃສ່ລົດຕ່າງປະເທດ ຫລື ໄປເຖິງຈຸດໝາຍປາຍທາງໃນກໍລະນີທີ່ປະເທດທີສອງໄດ້ອະນຸຍາດ; ອະນຸຍາດໃຫ້ລົດຂົນສົ່ງ ແລະຕູ້ຄອນເທນເນີເປົ່າສາມາດເຂົ້າມາເອົາສິນຄ້າຢູ່ດ່ານລາວ ເພື່ອຈະສົ່ງອອກ; ຄົນຂັບລົດ ແລະ ຜູ້ຕິດຕາມທີ່ເປັນຄົນຕ່າງປະເທດນັ້ນຕ້ອງປະຕິບັດຕາມມາດຕະການທີ່ໄດ້ວ່າງອອກຈາກສາທາລະນະສຸກຢ່າງເຂັ້ມງວດກໍ່ຄື: ການປິດປາກ-ດັງ ແລະວັດແທກອຸນຫະພູມຢູ່ດ່ານລາວ.

--------------

ໜັງສືພິມເສດຖະກິດ-ສັງຄົມ