ເກົາຖືກບ່ອນຄັນ ຈະສົ່ງຜົນດີຕໍ່ການແກ້ໄຂເສດຖະກິດໄລຍະກາງ-ຍາວຫຼັງໂຄວິດ

ການແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ຕໍ່ເສດຖະກິດໄລຍະກາງ-ຍາວຂອງ ສປປ ລາວ ເປັນການຟື້ນຟູປະເທດ ແລະ ການດຳລົງຊີວິດຂອງປະຊາຊົນກັບສູ່ສະ ພາບປົກກະຕິຊຶ່ງສຸມແກ້ຕົ້ນເຫງົ້າເສດຖະກິດໂດຍທ່ານ ປອ. ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສຊ) ໄດ້ຊີ້ວ່າ: ໃນ ທ່າມກາງທີ່ທົ່ວທັງໂລກພວມສຸມໃສ່ຮັບມືດ້ວຍມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ CO VID-19; ສຳລັບ, ສປປ ລາວ ການແກ້ໄຂຜົນກະທົບຕໍ່ເສດຖະກິດໄລຍະກາງ-ຍາວຈະດຳເນີນໄປຄຽງຄູ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດມີທັງຜົນກະທົບທີ່ເປັນສິ່ງທ້າ ທາຍ ແລະໂອກາດໃນໄລຍະກາງ-ຍາວໂດຍພາຍຫຼັງທີ່ສາມາດຄວບຄຸມການແຜ່ລະບາດໄດ້ແລ້ວຍັງສືບຕໍ່ ຮັບຜົນກະທົບ; ແຕ່ເສດຖະກິດ-ສັງຄົມຈະຮັບການຈັດລະບຽບ ແລະ ຮູບແບບການດໍາລົງຊີວິດຂອງຄົນຄືນໃໝ່ທີ່ເອີ້ນວ່າ: ສະພາບປົກກະຕິແບບໃໝ່, ຄວາມຢ້ານກົວຕໍ່ເຊື້ອພະຍາດໃໝ່ເຮັດໃຫ້ການດໍາເນີນຊີວິດຂອງມວນມະນຸດ, ທຸລະກິດ ແລະເສດຖະກິດມີໄລຍະຫ່າງທາງກາຍະພາບຫຼາຍຂຶ້ນ, ໂລກທີ່ບໍ່ຊາຍແດນກ່ອນໜ້ານີ້ທີ່ມີຄວາມສະດວກສະບາຍໃນການເດີນທາງ-ທ່ອງທ່ຽວ ແລະການພົວ ພັນດ້ານທຸລະກິດກໍ່ຕ້ອງຢຸດສະງັກຢ່າງໜ້ອຍກໍ່ອີກ1 ຫາ 2 ປີເພາະແຕ່ລະປະເທດຫຼັງຈາກນີ້ຈະຕ້ອງລະມັດລະວັງຫຼາຍຂຶ້ນດ້ານສຸຂະພາບແລະພາລະນາໄມໃນຂະນະທີ່ການພົວພັນທີ່ບໍ່ແມ່ນທາງກາຍຍະພາບຈະແຜ່ຫຼາຍໂດຍສະເພາະໃນໂລກທີ່ເປັນເສດຖະກິດດິຈິຕອລ.
  ໃນໄລຍະຜ່ານມາ, ເຖິງວ່າລັດຖະບານຈະມີມາດຕະການຕ້ານ, ສະກັດກັ້ນ ແລະມີນະໂຍບາຍຊ່ວຍປະຄັບປະຄອງເສດຖະກິດຫຼາຍດ້ານໃນໄລຍະກາງ ແລະຍາວ, ແຕ່ ຜົນກະທົບທີ່ເປັນສິ່ງທ້າທາຍ ແລະ ໂອກາດຕໍ່ການພັດທະນາເສດຖະ ກິດຂອງລາວຈະຍັງຄົງມີຢູ່ຢ່າງຫຼີກລ້ຽງບໍ່ໄດ້ເປັນຕົ້ນດ້ານສິ່ງທ້າ ທາຍໃນວິກິດການທາງດ້ານການ ສະໜອງແລະຄວາມຕ້ອງການໃນການໃຊ້ມາດຕະການປິດກິດຈະການ ແລະປິດປະເທດຊົ່ວຄາວສົ່ງຜົນກະທົບຕໍ່ລະບົບເສດຖະກິດ ແລະ ການຜະລິດຢ່າງຫຼີກລ່ຽງບໍ່ໄດ້, ບັນດາຫົວໜ່ວຍການຜະລິດ ແລະບໍລິການຕ່າງໆດໍາເນີນການແບບບໍ່ເຕັມກໍາລັງຫຼືຢຸດຊະຫງັກເຮັດໃຫ້ມີການເລີກຈ້າງແຮງງານ, ບັນດາທຸລະກິດທີ່ຕິດພັນກັບຕ່ອງໂສ້ ການສະໜອງບໍ່ສາມາດດໍາເນີນການໄດ້ຍ້ອນຂາດວັດຖຸດິບ ຫຼືປະໄຈການຜະລິດທີ່ຕ້ອງນໍາມາຈາກບ່ອນອື່ນທັງພາຍໃນແລະຕ່າງປະເທດ, ສະພາບດັ່ງກ່າວເຮັດໃຫ້ຕົ້ນ ທຶນຂອງທຸລະກິດເພີ່ມຂຶ້ນ ແລະ ສົ່ງຜົນກະທົບດ້ານລົບຕໍ່ຜະລິດຕະພາບການຜະລິດເຮັດໃຫ້ເກີດບັນຫາດ້ານການຜະລິດບໍ່ສາມາດສະໜອງໄດ້ຕາມຄວາມຕ້ອງການ, ຕ້ອງແກ່ຍາວເວລາໄປອີກ,ດ້ານໜຶ່ງປະເທດເຮົາຍັງເພິ່ງພາການນໍາເຂົ້າສິນຄ້າໃຊ້ສອຍທີ່ຈໍາເປັນໃນຊີວິດປະຈໍາວັນລວມທັງອຸປະກອນການແພດຂັ້ນພື້ນຖານເພື່ອປ້ອງກັນພະຍາດຊຶ່ງປະເທດທີ່ຜະລິດ ແລະສົ່ງອອກໄດ້ປັບມາເປັນສິນຄ້າຄວບຄຸມ ແລະຖ້າຫາກສະຖານະການຍັງແກ່ຍາວຍິ່ງມີຄວາມຫຍຸ້ງຍາກຂຶ້ນກ້າວໄປສູ່ການຂາດແຄນສິນ ຄ້າຈໍາເປັນ, ໃນດ້ານຄວາມຕ້ອງການກໍ່ຄືຜົນກະທົບຂອງການແຜ່ລະບາດດັ່ງກ່າວເຮັດໃຫ້ປະຊາຊົນຢ້ານກົວ ແລະກັງວົນຕໍ່ການແຜ່ລະບາດລວມທັງສະພາບການທີ່ບໍ່ມີ ຄວາມແນ່ນອນ, ແຮງງານບໍ່ມີວຽກເຮັດງານທໍາຫຼາຍຂຶ້ນ, ລາຍຮັບຫຼຸດລົງ ຫຼືສູນເສຍລາຍຮັບຈຶ່ງໃຊ້ຈ່າຍໜ້ອຍລົງເລືອກໃຊ້ຈ່າຍສະເພາະສິ່ງທີ່ຈໍາເປັນຕໍ່ການດໍາລົງຊີວິດ ເທົ່ານັ້ນເຮັດໃຫ້ຄວາມຕ້ອງການສິນຄ້າ ແລະບໍລິການຫຼຸດລົງ.
  ຜົນກະທົບຂອງການແຜ່ລະບາດພະຍາດນີ້ເຮັດໃຫ້ມີຄວາມສ່ຽງສູງທີ່ຈະບໍ່ບັນລຸໄດ້ເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາໃນອີກ 4 ປີຂ້າງໜ້າ ແລະເປັນສິ່ງທ້າທາຍຕໍ່ການບັນລຸບັນດາເປົ້າໝາຍການພັດທະນາຍືນຍົງ ແລະການຍົກລະດັບເປັນປະເທດລາຍຮັບປານກາງສູງໃນປີ 2030 ຕາມ ທີ່ໄດ້ກຳນົດ, ການບັນລຸບັນດາຄາດໝາຍດັ່ງກ່າວປັດໄຈພື້ນຖານແມ່ນການເຕີບໂຕດ້ານເສດຖະກິດທີ່ຕໍ່ເນື່ອງສະເລ່ຍບໍ່ຫຼຸດ 7% ຕໍ່ປີຕະຫຼອດໄລຍະ 2015-2030 ຊຶ່ງ ໃນໄລຍະ 4 ປີຜ່ານມານີ້ອັດຕາການເຕີບໂຕໄດ້ຄ່ອຍໆຫຼຸດລົງມາຕະຫຼອດ ແລະຖືກຊໍ້າຕື່ມດ້ວຍຜົນກະທົບຂອງພະຍາດໂຄວິດ 19 ໃນ ປີ 2020 ທີ່ອາດເຮັດໃຫ້ເສດ ຖະກິດເຕີບໂຕໃນລະດັບທີ່ຊ້າທີ່ສຸດໃນຮອບທົດສະວັດ, ນອກຈາກນີ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າໂດຍສະເພາະແຜນ 9 ຍິ່ງຈະມີຄວາມຫຍຸ້ງຍາກຂຶ້ນຍ້ອນສະພາບການພາຍໃນ-ພາຍນອກປ່ຽນແປງໄປ ແລະ ອາດຕ້ອງຄົ້ນຄວ້າປັບຮ່າງແຜນພັດທະນາລວມທັງການກໍານົດທິດ ແລະ ບູລິມະສິດການພັດທະ ນາຄືນໃໝ່.
  ຄວາມອາດສາມາດໃນການປັບໂຕເຂົ້າສູ່ຍຸກດິຈິຕອລຫຼັງ CO VID-19 ມີບົດບາດສໍາຄັນໃນການເຮັດວຽກ ແລະ ການດໍາເນີນທຸລະກິດ ຫຼື ມີການກ້າວເຂົ້າສູ່ຍຸກດິຈິ ຕອລຢ່າງເຕັມຮູບແບບໄວຂຶ້ນ, ຖືເປັນສິ່ງທ້າທາຍອັນໃຫຍ່ຫຼວງສໍາ ລັບປະເທດເຮົາໃນການປັບຕົວໃຫ້ທັນການປ່ຽນແປງໃໝ່ໃນສະພາບທີ່ຍັງຂາດຄວາມພ້ອມຫຼາຍດ້ານ ທັງໃນພາກລັດ ແລະ ພາກທຸລະກິດລວມທັງຄວາມຮູ້ຄວາມສາມາດຂອງປະຊາຊົນ, ສໍາລັບສປປລາວພື້ນຖານໂຄງລ່າງດ້ານເຕັກໂນໂລຊີຂໍ້ມູນຂ່າວສານລວມທັງການບໍລິ ການອິນເຕີເນັດເຖິງວ່າມີການພັດທະນາແດ່ແຕ່ກໍ່ຍັງບໍ່ທັນພຽງພໍ ແລະ ສະດວກວ່ອງໄວເທົ່າທີ່ຄວນ, ການເຂົ້າເຖິງ ແລະ ການນໍາໃຊ້ໃຫ້ເກີດປະໂຫຍດຍັງບໍ່ຫຼາຍເທົ່າທີ່ ຄວນ, ຄວາມຮູ້ຄວາມສາມາດໃນການປັບໂຕ ແລະນໍາໃຊ້ກໍ່ຍັງຈໍາກັດ, ມີສິ່ງທ້າທາຍຄືການນໍາໃຊ້ໄປທາງທີ່ຜິດທີ່ກໍ່ໃຫ້ເກີດອາຊະຍາກໍາທາງເຄືອຂ່າຍຄອມພິວເຕີຊຶ່ງ ຮຽກ ຮ້ອງໃຫ້ຕ້ອງມີລະບົບປ້ອງກັນທີ່ດີລວມທັງລະບຽບກົດໝາຍທີ່ຮັດກຸມ, ນອກຈາກນີ້ການປັບຕົວເຂົ້າກັບສະພາບໃໝ່ຕ້ອງອາໄສການລົງທຶນໃສ່ດ້ານວິທະຍາສາດ, ເຕັກໂນໂລຊີຢ່າງຫຼວງຫຼາຍ ແລະຮີບດ່ວນຊຶ່ງເປັນສິ່ງທ້າທາຍໃນສະພາບທີ່ຂາດງົບປະມານຂອງພາກລັດ ແລະເອກະຊົນຍັງຈໍາກັດ.
 ດ້ານກາລະໂອກາດ: ໃນໄລຍະສັ້ນຖ້າປະເທດເຮົາສາມາດຄວບຄຸມການແຜ່ລະບາດໄດ້ໄວກໍ່ຈະເປັນໂອກາດອັນດີໃນການຟື້ນຟູເສດຖະກິດ, ການເລັ່ງສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ແລະຂະຫຍາຍການສົ່ງອອກໃນສະພາບທີ່ປະເທດອື່ນໄດ້ຮັບຜົນກະທົບໜັກ ແລະຍັງມີຄວາມຫຍຸ້ງຍາກໃນການຜະລິດໂດຍສະເພາະການຜະລິດສິນຄ້າໃຊ້ສອຍໃນຊີວິດປະຈໍາວັນ, ສະບຽງອາຫານ ແລະອຸປະກອນການແພດຂັ້ນພື້ນຖານ, ໃນໄລຍະສັ້ນຄາດວ່າການທ່ອງທ່ຽວຍັງຈະບໍ່ສາມາດກັບຄືນສູ່ສະ ພາບປົກກະຕິໂດຍໄວຈຶ່ງເປັນໂອກາດອັນດີໃນການລົງທຶນພັດທະນາແຫຼ່ງທ່ອງທ່ຽວ, ຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ, ປັບປຸງອາຄານ ແລະ ສະຖານທີ່ພັກ, ຮ້ານອາຫານ ແລະການບໍລິການຕ່າງໆໃຫ້ໄດ້ມາດຖານສາກົນ ແລະ ເປັນທີ່ດຶງດູດໃຈນັກທ່ອງທ່ຽວເພື່ອເປັນການກະກຽມຄວາມພ້ອມຮອງຮັບການບໍລິການທ່ອງທ່ຽວທີ່ຈະຄ່ອຍໆເພີ່ມຂຶ້ນໃນຕໍ່ໜ້າ, ໃນໄລຍະກາງຫາໄລຍະຍາວປະເທດເຮົາຍັງມີໂອກາດ ແລະທ່າແຮງໃນການຜະລິດກະສິກໍາສະອາດເພື່ອສົ່ງອອກໂດຍອາໄສທ່າແຮງທີ່ປະຊາຊົນສ່ວນໃຫຍ່ເປັນຊາວກະສິກອນ, ເງື່ອນໄຂທີ່ດິນທໍາການຜະລິດຍັງອຸດົມສົມບູນປອດສານເຄມີຖ້າທຽບກັບປະເທດອື່ນ, ວິກິດການໃນຄັ້ງນີ້ເຮັດໃຫ້ຄົນທົ່ວໂລກຫັນມາໃສ່ໃຈສຸຂະພາບຫຼາຍຂຶ້ນ, ເລືອກບໍລິໂພກແຕ່ອາຫານສະອາດປອດສານພິດມີປະໂຫຍດຕໍ່ສຸຂະພາບສະນັ້ນຈຶ່ງຖືເປັນໂອກາດອັນດີໃນການເລັ່ງພັດທະນາກະສິກຳສະອາດເພື່ອສົ່ງອອກ.
  ຍ້ອນສະພາບຄວາມຫຍຸ້ງຍາກດັ່ງກ່າວໄດ້ປັບການດໍາລົງຊີວິດຄືນໃໝ່ໃຫ້ມີການປະຢັດຫຼາຍກວ່າເກົ່າ, ການໃຊ້ຈ່າຍສິນຄ້າຕ່າງປະເທດ ແລະການຈັດງານບຸນປະເພນີຕ່າງໆທີ່ຟຸມເຟືອຍກໍ່ມີທ່າອ່ຽງຫຼຸດລົງ, ລັດຄວນຖືເອົາວິກິດການເປັນໂອກາດໃນການລົງໂຄສະນາເຜີຍແຜ່ ແລະຊຸກຍູ້ໃຫ້ປະຊາຊົນຄົນລາວຫັນປ່ຽນຈາກສັງຄົມບໍລິໂພກ ມາເປັນສັງຄົມການຜະລິດໃຫ້ນັບມື້ນັບຫຼາຍຂຶ້ນ ແລະຍັງເຮັດໃຫ້ຄົນທົ່ວໂລກເຫັນຄວາມສໍາຄັນທາງດ້ານເຕັກໂນໂລຊີການສື່ສານໃນການດໍາເນີນກິດຈະກໍາຕ່າງໆ ຜ່ານ ລະບົບອອນລາຍນັບຕັ້ງແຕ່ການເຮັດວຽກຢູ່ເຮືອນ, ການຄ້າຂາຍອອນລາຍລວມທັງການປະຕິບັດມາດຕະການຂອງລັດຖະບານຫຼາຍປະເທດໃນການບັນເທົາ ແລະຫຼຸດ ຜ່ອນຜົນກະທົບຜ່ານການລົງທະ ບຽນອອນລາຍ, ເພື່ອຄວາມຢູ່ລອດ, ກິດຈະກໍາຕ່າງໆ ແລະການດໍາເນີນທຸລະກິດຈໍາເປັນຕ້ອງນໍາໃຊ້ເຕັກໂນໂລຊີເຂົ້າຊ່ວຍຢ່າງຫຼີກລ່ຽງບໍ່ໄດ້ເຖິງວ່າຈະມີຄວາມພ້ອມ ຫຼື ບໍ່, ຜູ້ບໍລິໂພກຈໍາເປັນຕ້ອງຮຽນຮູ້ ແລະທໍາຄວາມຊິນເຄີຍກັບເຕັກໂນໂລຊີບໍ່ວ່າຈະເປັນສະມາດໂຟນ, ອິນເຕີເນັດ ແລະເຕັກໂນໂລຊີການສື່ສານອື່ນໆເພື່ອຢູ່ລອດໂດຍບໍ່ຕ້ອງເດີນທາງ ຫຼືພົບປະກັນໂດຍກົງ, ວິກິດການລະບາດຂອງພະຍາດຊ່ວຍໃຫ້ປະເທດເຮົາປັບປຸງການເຂົ້າເຖິງ ແລະການນໍາໃຊ້ອິນເຕີ ເນັດ-ການສື່ສານທາງອອນລາຍຫຼາຍຂຶ້ນ,ການຄ້າຂາຍອອນລາຍຈາກທີ່ເລີ່ມມີໜໍ່ແໜງມາແລ້ວກໍ່ຂະຫຍາຍຕົວເພີ່ມຂຶ້ນໄວ,ລະບົບນິເວດຂອງ E-Commerce ແລະສັງຄົມແບບບໍ່ໃຊ້ເງິນສົດຂະຫຍາຍຕົວຫຼາຍຂຶ້ນຍ້ອນການໃຊ້ຈ່າຍຜ່ານລະບົບທະນາຄານ, ການເຮັດວຽກ ແລະຈັດປະຊຸມທາງໄກຜ່ານລະບົບອອນລາຍທັງໃນພາກລັດ ແລະເອກະຊົນກໍ່ເຫັນວ່າເພີ່ມຂຶ້ນເຖິງວ່າເປັນພາກບັງຄັບທີ່ຫຼີກລ່ຽງບໍ່ໄດ້ແຕ່ກໍ່ເປັນການປະຢັດລາຍຈ່າຍບໍລິຫານໃນການຈັດປະຊຸມ ແລະສໍາມະນາຕ່າງໆຢູ່ສູນກາງ ແລະທ້ອງຖິ່ນ, ສະພາບດັ່ງກ່າວຈຶ່ງເປັນໂອກາດໃນການເລັ່ງພັດທະນາ ແລະສ້າງ Platform ໃນການຕິດຕໍ່ສື່ສານລະຫວ່າງສໍານັກງານອົງກອນແບບອອນລາຍ, ການຄ້າ ຂາຍອອນລາຍທີ່ຊ່ວຍໃຫ້ຜູ້ຜະລິດ ແລະຜູ້ບໍລິໂພກຫຍັບເຂົ້າໃກ້ກັນຫຼາຍຂຶ້ນ,ມີການເຂົ້າເຖິງຂໍ້ມູນຄວາມຕ້ອງການ ແລະການສະໜອງໄດ້ງ່າຍຂຶ້ນ,ໄວຂຶ້ນ ແລະກວ້າງ ຂວາງຂຶ້ນຊ່ວຍກະຕຸ້ນການຜະລິດພາຍ ໃນໃຫ້ໄວຂຶ້ນເປັນໂອກາດໃນການເລັ່ງພັດທະນາລະບົບຈັດເກັບອາກອນການຄ້າທາງເອເລັກໂຕຣນິກ, ການຊໍາລະສະສາງຜ່ານລະບົບທະນາຄານມີຄວາມໂປ່ງໃສ ແລະຊ່ວຍຄຸ້ມຄອງປະລິມານເງິນ ແລະການຈໍລະຈອນຂອງເງິນໃນລະບົບເສດຖະກິດໄດ້ດີຂຶ້ນ.
 ຜົນກະທົບດ້ານສັງຄົມ: ຂະແໜງສາທາຍັງແບກຫາບພາລະການສ້າງຄວາມພ້ອມໃນການສະກັດກັ້ນ, ການຄວບຄຸມ, ປິ່ນປົວຕ້ອງກະກຽມນິຕິກຳ, ການຈັດຕັ້ງ, ວັດ ຖຸອຸປະກອນ, ງົບປະມານ ແລະບຸກຄາລະກອນເພື່ອຮັບມືກັບການແຜ່ລະບາດ, ການປິດໂຮງຮຽນໃນທຸກລະດັບທີ່ແກ່ຍາວໄດ້ກະທົບຕໍ່ການຮຽນຂອງເດັກ ແລະນັກສຶກສາ ເນື່ອງຈາກຕ້ອງໃຊ້ເວລາ ແລະການໃຊ້ຈ່າຍຫຼາຍຕື່ມ, ການຈໍາກັດການເດີນທາງຈະກະທົບຕໍ່ການພົວພັນລະຫວ່າງສະມາຊິກໃນຄອບຄົວ, ການຕົກລົງບັນຫາລະຫວ່າງອົງການລັດດ້ວຍການ, ການພົວພັນທາງທຸລະກິດ, ການພົວພັນຮ່ວມມືຕ່າງປະເທດ...ແຜນການຈັດກິດຈະກໍາມະຫາກໍາກີລາ,ມິດຕິ່ງວັນສໍາຄັນຂອງຊາດ,ກອງປະຊຸມໃຫຍ່ຂອງແຂວງ,ບັນດາກະຊວງ,ກອງປະຊຸມວິຊາການຂອງຂະແໜງການ, ບຸນປະເພນີ...ຖືກເລື່ອນ ຫຼືຖືກໂຈະໄປ, ຄວາມຮູ້ສຶກໃນຄວາມໃກ້ສິດຂອງສັງຄົມຫຼຸດໜ້ອຍລົງພາໃຫ້ຄວາມເຂົ້າໃຈ ແລະການຕົກລົງບັນຫາຍາກຂຶ້ນ ແລະແກ່ຍາວ.
  ມາດຕະການໄລຍະກາງ-ຍາວຕິດຕາມ ແລະປະເມີນການແກ້ໄຂຜົນກະທົບທາງດ້ານເສດຖະກິດ: ສືບຕໍ່ຕິດຕາມ, ຄົ້ນຄວ້າວິໄຈ, ປະເມີນຜົນການຈັດຕັ້ງປະຕິບັດບັນ ດານິຕິກໍາທີ່ລັດຖະບານໄດ້ວາງອອກໃນໄລຍະຮັບມືກັບການແຜ່ລະບາດຂອງພະຍາດໂດຍສະເພາະມາດຕະການປິດກິດຈະການ, ມາດຕະການດ້ານການເງິນ-ເງິນຕາ, ບັນຫາແຮງງານ-ສະຫວັດດີການ, ອື່ນໆ ເນື່ອງຈາກວ່າບາງຜົນກະທົບທາງດ້ານເສດຖະກິດຈະສືບຕໍ່ແກ່ຍາວ; ດັ່ງນັ້ນ, ຕ້ອງຄົ້ນຄວ້າມາດຕະການແກ້ໄຂໃຫ້ສອດຄ່ອງ ແລະທັນສະພາບການ, ບາງກິດຈະການອາດບໍ່ສາມາດຟື້ນຄືນໄດ້ເຊັ່ນ: ກໍລະນີທຸລະກິດພົບຄວາມຫຍຸ້ງຍາກໃນການສືບຕໍ່ກິດຈະການ ຫຼືມີການລົ້ມລະລາຍ.
  ດ້ານເສດຖະກິດມະຫາພາກສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍສະເພາະອັດຕາເງິນເຟີ້, ອັດຕາແລກປ່ຽນ, ສະພາບຄ່ອງຂອງລະບົບທະນາຄານ, ດຸນຊໍາລະກັບຕ່າງປະເທດ ແລະດຸນງົບປະມານເພື່ອຟື້ນຟູ ແລະສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນພາຍໃນ, ຕ່າງປະເທດພາຍຫຼັງການລະບາດພະຍາດດັ່ງກ່າວ, ຄົ້ນຄວ້າສືບຕໍ່ປະຕິບັດນະໂຍບາຍຜ່ອນຜັນທາງດ້ານພາສີ-ອາກອນ ແລະອັດຕາດອກເບ້ຍຫຼືອາດພິຈາລະນາຄືນເງິນອາກອນມູນຄ່າເພີ່ມໃນລະດັບທີ່ເໝາະສົມໃນໄລຍະໃດໜຶ່ງພາຍຫຼັງສິ້ນສຸດການລະບາດຂອງພະຍາດເພື່ອສ້າງພື້ນຖານໃຫ້ຫົວໜ່ວຍທຸລະກິດສາມາດຟື້ນຕົວ ແລະສ້າງເງື່ອນໄຂໃຫ້ປະຊາຊົນມີກໍາລັງຊື້ທີ່ພຽງພໍ ເພື່ອຊຸກຍູ້ໃຫ້ມີການຜະລິດ ແລະການຊື້ຂາຍເພີ່ມຂຶ້ນກ້າວໄປສູ່ການຟື້ນຕົວຢ່າງສົມບູນໃນໄລຍະຕໍ່ມາ, ເອົາໃຈໃສ່ຕິດຕາມສະພາບຄ່ອງຂອງລະບົບທະນາຄານເພາະການສະລໍຕົວຂອງເສດຖະກິດ ແລະການຟື້ນຕົວຊ້າຂອງທຸລະກິດເອກະຊົນໂດຍສະເພາະທຸລະກິດບໍລິການເຊັ່ນບໍລິສັດທ່ອງທ່ຽວ, ໂຮງແຮມ ແລະຮ້ານອາຫານທີ່ໄດ້ກູ້ຢືມເງິນຈາກທະນາຄານອາດກະທົບຕໍ່ສະພາບຄ່ອງຂອງລະບົບທະນາຄານໃນໄລຍະກາງໂດຍສະເພາະຄວາມສ່ຽງເຮັດໃຫ້ເກີດມີໜີ້ເສຍ NPL) ເພີ່ມຫຼາຍຂຶ້ນພາຍຫຼັງໄລຍະຜ່ອນຜັນການຈ່າຍຄືນດອກ ເບ້ຍ ແລະຕົ້ນທຶນໃນປີ 2020), ສືບຕໍ່ແກ້ໄຂໜີ້ຕ່າງປະເທດ ແລະ ໜີ້ໂຄງການການລົງທຶນຂອງລັດ (ໜີ້ສາມແຈ, ໜີ້ພັນທະບັດ) ເປັນ ຕົ້ນລະດົມແຫຼ່ງທຶນທີ່ເໝາະສົມ ຈາກສະຖາບັນການເງິນສາກົນ ແລະຜູ້ໃຫ້ທຶນຕ່າງໆລວມກັບປະ ເທດເພື່ອນມິດ, ຫັນໜີ້ເປັນການ ລົງທຶນ ຫຼືຫັນໜີ້ເປັນຫຸ້ນ, ຂາຍຫຸ້ນຂອງລັດວິສາຫະກິດຈຳນວນໜຶ່ງເພື່ອຫຼຸດໜີ້ສິນຕ່າງປະເທດ, ຊຸກຍູ້ການປະຕິບັດໂຄງການລົງທຶນລັດທີ່ໄກ້ຈະສຳເລັດໃຫ້ສຳເລັດໄວເພື່ອນຳໃຊ້ເຂົ້າສູ່ການຜະລິດ ແລະບໍລິການໂດຍໄວ, ເລັ່ງປະຕິຮູບລັດວິສາຫະກິດທີ່ມີບັນຫາການເງິນໃນປະຈຸບັນເພື່ອຫຼຸດຜ່ອນພາລະໜີ້ສິນຂອງລັດຖະບານເຊັ່ນ: ລັດວິສາຫະກິດໄຟຟ້າລາວ, ການບິນລາວ ແລະທະນາຄານລັດຈຳນວນໜຶ່ງໂດຍການຊອກຜູ້ຮ່ວມທຶນ ຫຼືປ່ຽນກົນໄກການລົງທຶນແບບໃໝ່ເພື່ອໃຫ້ບັນດາລັດວິສາຫະກິດມີສະພາບການເງິນທີ່ດີຂຶ້ນ ແລະມີຜົນກຳໄລ.
  ດ້ານການລົງທຶນ ແລະການຜະລິດສືບຕໍ່ສົ່ງເສີມການລົງທຶນ ແລະ ການຜະລິດໃນຂະແໜງທີ່ບໍ່ແມ່ນຊັບພະຍາກອນທໍາມະຊາດ ແລະຂະແໜງທີ່ຕ້ອງໄດ້ເພິ່ງພາການນໍາ ເຂົ້າຫຼາຍ ເຊັ່ນ: ອຸດສາຫະກໍາປຸງ ແຕ່ງກະສິກໍາ, ປຸງແຕ່ງອາຫານ, ອຸປະກອນການແພດ, ສິນຄ້າຊົມ ໃຊ້ທີ່ຈໍາເປັນ ເພື່ອຮັບປະກັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການສະໜອງພາຍໃນ, ຫຼຸດຜ່ອນການພຶ່ງພາການນໍາເຂົ້າໂດຍສະເພາະໃນສະພາບທີ່ມີວິກິດການເສດຖະກິດຄືກັບທີ່ເກີດຂຶ້ນໃນໄລຍະປະຈຸບັນ, ເລັ່ງສົ່ງເສີມການລົງທຶນໃນທຸລະກິດທ່ອງທ່ຽວ ແລະທຸລະກິດປິ່ນອ້ອມໂດຍສະເພາະການຜະລິດກະສິກໍາ ແລະສະບຽງອາຫານຂອງບັນດາວິສາຫະກິດຂະໜາດນ້ອຍ-ກາງ ເພື່ອສ້າງພື້ນຖານການ ຜະລິດພາຍໃນທີ່ໜັກແໜ້ນ ເພື່ອຂັບເຄື່ອນເສດຖະກິດໃນຕໍ່ໜ້າ ແລະຫຼຸດຜ່ອນການເພິ່ງພາການຜະລິດ ແລະການລົງທຶນຂະຫນາດໃຫຍ່ໃນຂະແໜງຊັບພະຍາກອນທໍາມະ ຊາດ, ສ້າງສະພາບແວດລ້ອມທີ່ ອໍານວຍໃຫ້ແກ່ການລົງທຶນຕາມ ຄຳສັ່ງເລກທີ02 ແລະ 03/ນຍ ໂດຍສ້າງຄວາມເຂັ້ມແຂງ ແລະທັນສະໄໝໃຫ້ແກ່ໜ່ວຍງານບໍລິ ການປະຕູດຽວ, ເລັ່ງແກ້ໄຂຂອດ ຂັ້ນທີ່ຫຍຸ້ງຍາກໃນການອະນຸມັດ ແລະດຳເນີນທຸລະກິດ ເພື່ອຫຼຸດ ຜ່ອນຂັ້ນຕອນ, ຕົ້ນທຶນ ແລະເວລາທີ່ໃຊ້ໃນການອະນຸມັດ, ແກ້ໄຂບັນ ຫາການເຂົ້າເຖິງສິນເຊື່ອຂອງເລັ່ງ ປ່ອຍສິນເຊື່ອຂອງວິສາຫະກິດຂະ ໜາດນ້ອຍ-ກາງ ໂດຍປະຕິບັດສິນ ເຊື່ອຊ່ວຍພາກ SME ບ້ວງທໍາອິດ 100 ຕື້ກີບໃຫ້ໄດ້ໄວພາຍຫຼັງທີ່ໄດ້ມີການເຊັນສັນຍາຮ່ວມກັບບັນດາທະນາຄານທຸລະກິດຕ່າງໆ, ພ້ອມນັ້ນກໍ່ເລັ່ງຊຸກຍູ້ໃນການປະຕິບັດ ບ້ວງເງິນ 300 ລ້ານໂດລາຈາກທະນາຄານພັດທະນາຈີນ ແລະແຫຼ່ງອື່ນໆເພື່ອຊ່ວຍບາງທຸລະກິດທີ່ໄດ້ ຮັບຜົນກະທົບ ແລະຊຸກຍູ້ການຜະລິດພາຍໃນ, ສືບຕໍ່ສົ່ງເສີມການຜະລິດສິນຄ້າທີ່ເປັນຜະລິດ ຕະພັນລາວຢ່າງຈິງຈັງໂດຍການກໍານົດມາດ ຖານ ແລະເງື່ອນໄຂການຜະລິດທີ່ ໄດ້ມາດຖານສາກົນ ແລະການອອກ ໃບຢັ້ງຢືນໃຫ້ແກ່ສິນຄ້າລາວລວມເຖິງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນເພື່ອໃຫ້ມີຄວາມສາມາດສະໜອງໄດ້ຕາມຄວາມຕ້ອງການພາຍໃນ ແລະຂອງຕະຫຼາດສາກົນ.
 ດ້ານການຄ້າສ້າງຄວາມຫຼາກຫຼາຍທາງດ້ານການຄ້າໂດຍຂະຫຍາຍຕະຫຼາດໃຫ້ກວ້າງຂຶ້ນໃນສິນຄ້າເຄື່ອງນຸ່ງຫົ່ມ,ສິນຄ້າເອເລັກໂທນິກ, ເຄື່ອງໃຊ້ໄຟຟ້າ, ສິນຍາວນານ ແລະສິນຄ້າອື່ນໆທີ່ຕິດພັນກັບເຂື່ອຂ່າຍການຜະລິດຂອງພາກພື້ນ ແລະສາກົນ, ໃນເວລາດຽວກັນ ກໍ່ຫຼຸດຜ່ອນສິ່ງກີດຂວາງດ້ານການຄ້າທີ່ບໍ່ແມ່ນພາສີ Non-Tariff Barriers ຫຼື NTB ໂດຍສະເພາະທີ່ຕິດພັນກັບການສົ່ງອອກສິນຄ້າ, ອີງຕາມຂໍ້ມູນຈາກອົງການ ERIA- UNCTAD ໃຫ້ຮູ້ວ່າລາວມີລະບຽບການກ່ຽວຂ້ອງທີ່ຖືວ່າເປັນສິ່ງກິດຂວ້າງດ້ານການຄ້າປະມານ 301 ມາດຕະການ Non-Tariff Measures ຫຼື NTMທີ່ຕິດພັນກັບ 12 ອົງການເຊິ່ງກະທົບຫຼາຍກວ່າ 9.588 ລາຍ ການສິນຄ້າ, ສົ່ງເສີມການຜະລິດ ແລະສົ່ງອອກສິນຄ້າທີ່ນຳໃຊ້ສິດທິພິເສດດ້ານການຄ້າເສລີກັບປະເທດຄູ່ຄ້າທີ່ມີຢູ່ແລ້ວ ແລະສິນຄ້າທີ່ມີທ່າແຮງໃນການສົ່ງອອກໂດຍນໍາໃຊ້ລະບົບຂົນສົ່ງເສັ້ນທາງລົດໄຟລາວ-ຈີນ ທີ່ຄາດວ່າຈະຖືນຳໃຊ້ໃນຕົ້ນປີ 2022 ໃຫ້ເກີດຜົນປະໂຫຍດສູງສຸດ, ສູມໃສ່ປັບປຸງບັນຫາໂລຈິດສະຕິກ, ການຂົນສົ່ງສິນຄ້າພາຍໃນ-ເຊື່ອມຈອດຕ່າງປະເທດ ແລະພັດທະນາເສັ້ນທາງເຊື່ອມຈອດກັບແລວທາງລົດໄຟລາວ-ຈີນ ໃຫ້ຄວບຄຸມ,ສະດວກວ່ອງໄວ,ຫຼຸດຕົ້ນທຶນ ແລະເວລາໃນການຂົນ ສົ່ງ.
  ດ້ານແຮງງານແມ່ນປະເມີນ, ສ້າງຄວາມເຂັ້ມແຂງ ແລະສ້າງຄວາມພ້ອມໃຫ້ແກ່ລະບົບສະຫວັດດີການສັງຄົມໂດຍສະເພາະການຄຸ້ມຄອງ ແລະນໍາໃຊ້ກອງທຶນປະກັນສັງຄົມເພື່ອເປັນເຄື່ອງມືດ້ານນະໂຍບາຍໃນການຮັບມື ແລະຫຼຸດຜ່ອນຜົນກະທົບຈາກເຫດການທີ່ບໍ່ຄາດຄິດເຊັ່ນ: ການແຜ່ລະບາດຂອງພະຍາດ, ຜົນກະທົບຈາກໄພທຳມະຊາດ ແລະວິກິດການເສດຖະກິດທີ່ອາດເກີດຂຶ້ນອີກໃນຕໍ່ໜ້າໂດຍສະເພາະຄົວເຮືອນ ຫຼືແຮງງານທີ່ໄດ້ຮັບຜົນກະທົບໃນໄລຍະວິກິດການອາດເຮັດໃຫ້ເຂົາເຈົ້າກັບກາຍມາເປັນຄົນທຸກ, ກໍລະນີ ພະຍາດ COVID-19, ຄາດວ່າ ຈະມີແຮງງານເປັນຈໍານວນຫຼາຍທີ່ ຈະໄດ້ຮັບຜົນກະທົບໂດຍສະເພາະ ທຸລະກິດໂຮງແຮມ ແລະຮ້ານອາ ຫານທີ່ມີແຮງງານເຮັດວຽກຢູ່ຫຼາຍ ກວ່າ 80.000 ຄົນຊຶ່ງບໍ່ລວມແຮງ ງານທີ່ກັບມາແຕ່ປະເທດໄທ ແລະ ແຮງງານໃນທຸລະກິດອື່ນໆທີ່ອາດໄດ້ຜົນກະທົບ, ສ້າງ ແລະພັດທະນາແຮງງານລາວໃຫ້ມີສີມື ແລະທັກສະທີ່ຈໍາເປັນສໍາລັບການຫັນປ່ຽນຈາກອຸດສາຫະກໍາປຸງແຕ່ງທີ່ ເຂັ້ມແຮງງານໄປສູ່ອຸດສາຫະກໍາທີ່ເຂັ້ມທຶນ ແລະໃຊ້ເຕັກໂນໂລຊີສູງຮອງຮັບການພັດທະນາໃນອະນາຄົດ, ປະຈຸບັນແຮງງານລາວທີ່ເຮັດວຽກໃນອຸດສາຫະກໍາຜະລິດສ່ວນໃຫຍ່ເປັນແຮງງານທີ່ມີສີມືຕໍ່າ,ການສຶກສາລະດັບສາມັນກວມປະມານ 88% ຂອງແຮງງານທັງໝົດໃນຂະແໜງອຸດສາຫະກໍາ.

 ສະໜັບສະໜຸນໂດຍ: HONDA
  ດ້ານເຕັກໂນໂລຊີ ແລະໂທລະຄົມມະນາຄົມແມ່ນສ້າງ,ສະໜອງພື້ນຖານໂຄງລ່າງດ້ານເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ພຽງພໍ ແລະໄດ້ມາດຖານສາກົນເພື່ອຮອງຮັບໃຫ້ການຫັນປ່ຽນສູ່ຍຸກດິຈິຕອລທີ່ໄວ, ປັບປຸງຄ່າບໍລິການ ແລະຄຸນນະພາບການບໍລິການອິນເຕີເນັດໃຫ້ເໝາະສົມ, ສະດວກວ່ອງໄວ, ສົ່ງເສີມການພັດທະນາແອັບພລິເຄຊັນຕ່າງໆເພື່ອຮອງຮັບການຄ້າ ແລະບໍລິການອອນລາຍລວມທັງບໍລິການໃຫ້ຄໍາປຶກສາດ້ານສຸຂະພາບຜ່ານລະບົບອອນລາຍ, ສ້າງໃຫ້ມີ Platform ດ້ານການສື່ສານອອນລາຍລະຫວ່າງສໍານັກງານ, ອົງການທັງພາກລັດ ແລະເອກະຊົນ, ທັງສູນກາງ ແລະທ້ອງຖິ່ນ; ສ້າງ Platformດ້ານການຄ້າ ແລະ ບໍລິການອອນລາຍທີ່ເປັນຂອງຄົນ ລາວລວມເຖິງການເລັ່ງພັດທະນາລະບົບການຈັດເກັບອາກອນການຄ້າເອເລັກໂຕຣນິກ, ພັດທະນາລະບົບປ້ອງກັນການໂຈລະກໍາຂໍ້ມູນ, ການກໍ່ອາຊະຍາກໍາຜ່ານເຄືອຂ່າຍຄອມພິວເຕີລວມທັງອາດປັບປຸງລະບຽບກົດໝາຍໃຫ້ຮັດກຸມຕື່ມເພື່ອປ້ອງກັນການນໍາໃຊ້ລະບົບອອນລາຍໄປໃນທາງທີ່ບໍ່ດີ.

______________

ຂຽນໂດຍຣັດສະໝີດວງສັດຈະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ