ລະມາມສ້າງຂະບວນການການສັກຢາປ້ອງກັນພະຍາດສັດລ້ຽງ

  ຂະບວນການລົງເຄື່ອນໄຫວຊຸກຍູ້ສ້າງຂະບວນການສັກຢາປ້ອງກັນພະຍາດສັດລ້ຽງທີ່ກຸ່ມບ້ານໂພນໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2020 ນີ້ພາຍໃຕ້ການນຳພາຂອງທ່ານ ໄຊຍະຫວັດ ກ້ອນຄຳໝັ້ນ ຄະນະປະຈຳພັກເມືອງ-ຮອງເລຂາພັກທັງເປັນຜູ້ຊີ້ນຳວຽກງານກະສິກຳ ແລະປ່າໄມ້ຂັ້ນເມືອງ, ທ່ານ ສີເວີນ ພວງພະຈັນຫົວໜ້າຄະແໜງລ້ຽງສັດ ແລະການປະມົງແຂວງ, ຄະນະຫ້ອງການກະສິກຳ ແລະປ່າໄມ້ເມືອງ, ພະນັກງານ-ວິຊາການກະສິກຳເມືອງພ້ອມດ້ວຍຄະນະພັກອຳນາດການປົກຄອງບ້ານ, ສັດຕະວະແພດບ້ານເຂົ້າຮ່ວມ.

  ທ່ານ ພອນສະຫວັນ ລັດສະໝີ ຮອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການສັກຢາປ້ອງກັນພະຍາດສັດລ້ຽງໂດຍເນັ້ນໃສ່ແຜນທີ່ຈະເຄື່ອນໄຫວສັກຢາປ້ອງກັນພະຍາດເຕົ້າໂຮມເລືອດງົວ-ຄວາຍຂອງພໍ່ແມ່ປະຊາຊົນ ໃນຄັ້ງນີ້ແມ່ນມີ 3 ກຸ່ມມີ 23 ບ້ານຄື: ກຸ່ມບ້ານໂພນ 7 ບ້ານ, ກຸ່ມດອນຈັນ 9 ບ້ານ ແລະ ກຸ່ມປາກປູນ 7 ບ້ານ, ໃນ3 ກຸ່ມບ້ານມີຈຳນວນງົວ-ຄວາຍທັງໝົດ 11.354 ໂຕ ຄາດໝາຍສູ້ຊົນສັກຢາປ້ອງກັນພະຍາດໃຫ້ໄດ້ 10.786 ໂຕ ເທົ່າກັບ 95% ຂອງຈຳນວນສັດລ້ຽງທັງໝົດໃນນັ້ນສັກຢາເບື້ອງຕົ້ນແມ່ນກຸ່ມບ້ານໂພນຊຶ່ງມີຄວາຍຈຳນວນ 276 ໂຕ, ງົວ 235 ໂຕ, ແບ້ 123 ໂຕ, ໝູ 375 ໂຕ ແລະສັດປີກຈຳນວນ 2159 ໂຕເພື່ອຕອບສະໝອງກັບຄວາມຮຽກຮ້ອງຕ້ອງການ ແລະຮັບປະກັນແກ່ສຸຂະພາບສັດລ້ຽງບັນດາຂະແໜງການທີ່ກ່ຽວຂ້ອງໄດ້ລົງເຄື່ອນ ໄຫວກະຕຸກຊຸກຍູ້ໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ຕໍ່ການສັກຢາປ້ອງກັນພະຍາດສັດລ້ຽງຂອງຕົນ, ເພື່ອແກ້ໄຂຫານລະບາດຂອງພະຍາດກໍຄືການປ້ອງກັນສັດລ້ຽງບໍ່ໃຫ້ເປັນພະຍາດມີຄວາມຈຳເປັນຕ້ອງໄດ້ສືບຕໍ່ຍູ້ແຮງວຽກງານສັກຢາກັນພະຍາດ ແລະຫຼີກລ້ຽງຜົນກະທົບທີ່ອາດຈະເກີດຂຶ້ນໂອກາດດຽວກັນ ທ່ານ ໄຊຍະຫວັດ ກ້ອນຄຳໝັ້ນ ຄະນະປະຈຳພັກເມືອງ-ຮອງເລຂາພັກທັງເປັນຜູ້ຊີ້ນຳວຽກງານກະສິກຳ ແລະປ່າໄມ້ເມືອງຈິງໄດ້ຮຽກຮ້ອງ

  ມາຍັງອຳນາດການປົກຄອງບ້ານ, ສັດຕະວະແພດບ້ານໃຫ້ຄວາມຮ່ວມມືໃນການລົງເຄື່ອງໄຫວສັກຢາກັນພະຍາດໃນຄັ້ງນີ້ພ້ອມທັງເອົາໃຈໃສ່ຈັດຕັ້ງໂຄສະນາເຜີຍແຜ່ແນະນຳຊາວກະສິກອນ ແລະຜູ້ປະກອບການລ້ຽງສັດທັງແບບຄອບຄົວທັງເປັນການປ້ອງກັນຜົນກະທົບໃນເວລາມີການປ່ຽນແປງຂອງອາກາດທີ່ອາດກະທົບໃສ່ໂດຍກົງ.

_____________

ຂຽນໂດຍຕະບະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ