ເຊກອງ ຮັບການຊ່ວຍເຫຼືອຈາກແຂວງເທື່ອທຽນເຫວ້

 ຢູ່ທີ່ດ່ານສາກົນລະໄລແຂວງສາລະວັນໃນວັນທີ 4 ພຶດສະພາ ໄດ້ຈັດການມອບ-ຮັບອຸປະກອນການແພດໃຫ້ 2 ແຂວງ (ເຊກອງ ແລະສາລະວັນ) ຊຶ່ງແມ່ນການຊ່ວຍ ເຫຼືອຈາກອຳນາດການປົກຄອງ ແລະປະຊາຊົນແຂວງເທື່ອທຽນເຫວ້ ສສ ຫວຽດນາມ ໂດຍການມອບຂອງທ່ານ ບຸຍແທັງຮາ ຮອງເລຂາພັກແຂວງເທື່ອທຽນເຫວ້ກ່າວຮັບໂດຍທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຊກອງ ແລະທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ,ຮອງເຈົ້າແຂວງສາລະວັນ.

  ເຄື່ອງຊ່ວຍເຫຼືອທີ່ໄດ້ຮັບໃນຄັ້ງນີ້ປະກອບມີຊຸດປ້ອງກັນເຊື້ອພະຍາດ PPE 800 ຊຸດ, ເຈວລ້າງມື 250 ລິດ ແລະ ຜ້າປິດປາກ-ດັງ ຈໍານວນ 50 ພັນອັນ ລວມມູນຄ່າ 300 ລ້ານດົ້ງ ຫຼືປະມານ 100 ກວ່າລ້ານກີບ ແລະແຂວງສາລະວັນກໍໄດ້ຮັບການຊ່ວຍເຫຼືອໃນຈໍານວນເທົ່າກັນ, ຊຶ່ງຜ່ານມາແຂວງເຊກອງໄດ້ຮັບການຊ່ວຍເຫຼືອຈາກແຂວງກອນຕູມໃນມູນຄ່າ 200 ລ້ານດົ້ງເປັນອຸປະກອນທີ່ນໍາໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ19 ແລະນອກຈາກນັ້ນ, ບັນດາເມືອງ ແລະບ້ານຂອງແຂວງທີ່ມີຊາຍແດນຕິດຈອດກໍໄດ້ຮັບການຊ່ວຍເຫຼືອເຊັ່ນ: ເມືອງອາເລື້ອຍມອບເຂົ້າສານ 1 ໂຕນ ແລະອຸປະກອນປ້ອງກັນພະຍາດໂຄວິດ-19 ຈໍານວນໜຶ່ງໃຫ້ແກ່ບ້ານກະໂດເມືອງກະລຶມນໍາອີກ.

  ໂອກາດນີ້, ທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກແຂວງເຊກອງກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການນໍາ ແລະປະຊາຊົນແຂວງເທື່ອທຽນເຫວ້ທີ່ໄດ້ມອບຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນຊາວແຂວງເຊກອງໂດຍການປະກອບຊ່ວຍເຫຼືອອຸປະກອນໃນການປ້ອງກັນພະຍາດໂຄວິດ-19 ຊຶ່ງເຄື່ອງທີ່ໄດ້ຮັບໃນທັງໝົດນີ້ການນໍາແຂວງຈະໄດ້ຈັດສັນມອບຕໍ່ການຊ່ວຍເຫຼືອໃຫ້ບັນດາເມືອງຂອງແຂວງໄດ້ນໍາໃຊ້ອຸປະກອນດັ່ງກ່າວໃຫ້ເກີດປະໂຫຍດຕໍ່ວຽກງານ.

____________

ໜັງສືພິມເສດຖະກິດ-ສັງຄົມ