ແຮງງານກັກຕົວຢູ່ກຸ່ມແສນຄະລົກ ຄືນສູ່ຄອບຄົວ

  ວັນທີ 29 ເມສາ 2020 ນີ້ ທາງໜ່ວຍສະເພາະກິດຕ້ານ ແລະຄວບຄຸມພະຍາດລະບາດໂຄວິດ-19 ໄດ້ຈັດພິທີປ່ອຍແຮງງານລາວທີ່ມາຈາກຕ່າງປະເທດທີ່ໄດ້ກັກບໍລິເວນຊົ່ວຄາວ 14 ວັນ ທີ່ສູນ ບ້ານໜອງບົວຄໍາກຸ່ມແຊນຄະລົກ 25 ຄົນ, ກັບຄືນໄປສູ່ຄອບຄົວແລ້ວໂດຍມີບັນດາຮອງເຈົ້າເມືອງ 4 ເມືອງຄື ເມືອງນານ,ເມືອງຈອມເພັດ, ເມືອງນໍ້າບາກ ແລະເຈົ້ານະຄອນຫຼວງພະບາງພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ, ນະຄອນເຂົ້າຮ່ວມ.


  ທ່ານ ດຣ ນາງ ຄໍຜູ ຈັນທະວົງ ຄະນະສະເພາະກິດນະຄອນຫົວໜ້າຫ້ອງການສາທາລະນະສຸກຄະຄອນຫຼວງພະບາງໄດ້ຂຶ້ນລາຍງານສະພາບການຄວບຄຸມການຕ້ານພະຍາດໂຄວິດ-19 ແລະ ສະພາບການຮັກສາແຮງງານລາວທີ່ມາຈາກປະເທດໄທຕໍ່ຄະນະສະເພາະກິດຂັ້ນແຂວງວ່າຈໍານວນແຮງງານລາວທີ່ມາຈາກປະເທດໄທມີທັງ ໝົດ 25 ຄົນ, ໃນນີ້ເປັນ ຜົນລະເມືອງຂອງ 4 ເມືອງຄື: ນະຄອນຫຼວງພະບາງ, ເມືອງນໍ້າບາກ, ເມືອງຈອມເພັດ ແລະເມືອງນານຜ່ານການຕິດຕາມ ແລະ ກວດສຸ ຂະພາບຂອງແຕ່ລະຄົນຄົບ 14 ວັນແລ້ວ ແຕ່ລະຄົນແມ່ນມີສຸຂະພາບແຂງແຮງດີ ແລະບໍ່ພົບເຊື້ອໂຄວິດຈຶ່ງໃຫ້ກັບຄືນສູ່ຄອບຄົວ ແລະປິດສູນກັກບໍລິເວນບ້ານໜອງບົວຄໍາ ກຸ່ມແສນຄະລົກນີ້ຢ່າງເປັນທາງການ.


 ພິທີທີ່ມີຄວາມສໍາຄັນນີ້ ທ່ານ ດຣ ຄໍາສອນ ພົງສະຫວັດດີ ຄະນະສະເພາະກິດຄວບຄຸມພະຍາດລະບາດເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ຂັ້ນແຂວງກໍໄດ້ມີຄໍາເຫັນໂອ້ລົມຕໍ່ພິທີຊຶ່ງກ່ອນອື່ນທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະສະເພາະກິດຂອງແຂວງ ແລະນະຄອນຫຼວງພະບາງພ້ອມດ້ວຍອ້າຍເອື້ອຍນ້ອງແພດໝໍ, ທະ ຫານ, ຕໍາຫຼວດທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດຈົນປະສົບຜົນສໍາເລັດເວົ້າລວມເວົ້າສະເພາະແມ່ນໄດ້ສຸ່ມໃສ່ທາງດ້ານເຫື່ອແຮງ, ສະຕິປັນຍາ ແລະ ມັນສະ ໝອງເຂົ້າໃນການປ້ອງກັນ ແລະຄວບຄຸມພະຍາດດັ່ງກ່າວພ້ອມທັງເອົາໃຈໃສ່ໃກ້ຊິດຕິດແທດຈໍານວນແຮງງານລາວທີ່ເດີນທາງມາຈາກປະເທດທີ່ຄວາມສ່ຽງຈົນໄດ້ຮັບໄຊຊະນະພ້ອມກັນນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຈໍານວນແຮງງານລາວວ່າເຖິງການຕິດຕາມດ້ານສຸຂະພາບຂອງພວກທ່ານໄດ້ 14 ວັນບໍ່ມີເຊື້ອກໍ່ຕາມພາຍຫຼັງກັບໄປຮອດຄວບຄົວຕົນເອງແລ້ວຍັງສືບຕໍ່ແຍກປ່ຽວບໍ່ໄປຊຸມແຊວນໍາໝູ່ເພື່ອນ ແລະ ສະມາຊິກໃນຄອບຄົວຈົນກວ່າຄົບກໍານົດ 28 ວັນ (ໝາຍຄວາມວ່າໃຫ້ແຍກປ່ຽວຕົນເອງອີກ 14 ວັນຕື່ມ ອີກ) ຈຶ່ງສາມາດເຄື່ອນໄຫວປົກກະຕິໄດ້.

______________

ຂຽນໂດຍສີສຸວັນ 

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ