ຜູ້ປະສົບໄພເມືອງສະໝາມໄຊສືບຕໍ່ຮັບເຄື່ອງຊ່ວຍເຫຼືອ

   ໃນໂອກາດເດີນທາງໄປຢ້ຽມຢາມຜູ້ປະສົບໄພຢູ່ເມືອງສະໜາມໄຊ ແຂວງອັດຕະປື ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະ ຫວັດດີການສັງຄົມ,ພ້ອມຄະນະໃນວັນທີ 5 ກຸມພາ 2019, ຊຶ່ງໄດ້ນຳເອົາເຄື່ອງອຸປະໂພກ ແລະບໍລິໂພກໄປມອບໃຫ້ກັບ 2 ສູນຢູ່ໃນເມືອງດັ່ງກ່າວເພື່ອເປັນການຖາມຂ່າວຄາວ ແລະເປັນຫ່ວງເປັນໄຍ, ເບິ່ງເຖິງວິຖີຊີວິດ ແລະຄວາມຕ້ອງການຂອງເຂົາເຈົ້າ, ໂດຍເຂົ້າຮ່ວມໃນການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ຍັງມີບັນດາພະແນກທີ່ກ່ຽວຂ້ອງຂອງແຂວງອັດຕະປືເຂົ້າຮ່ວມ.

  ໂອກາດດຽວກັນນັ້ນ, ທ່ານນາງ ມະນີລາ ໄຊສົມບູນ ຮອງເຈົ້າເມືອງໆສະໜາມໄຊ ກໍໄດ້ລາຍງານສະພາບການເຄື່ອນໄຫວຊ່ວຍເຫຼືອຜູ້ປະສົບໄພຂອງເມືອງ, ໂດຍໃນນັ້ນສະເພາະວຽກຊ່ວຍເຫຼືອໃນໄລຍະທີ່ຜ່ານມາເມືອງແມ່ນໄດ້ປະຕິບັດໜ້າທີ່ໄດ້ດີເປັນຕົ້ນວຽກນະໂຍບາຍເບີກຈ່າຍເງິນ 5 ພັນກີບ, 1 ແສນກີບ ແລະ 5 ແສນກີບ, ໃນນັ້ນໄດ້ສຳເລັດການຈ່າຍເງິນອັດຕາກິນ 5 ພັນກີບຕໍ່ຄົນຕໍ່ວັນຂອງເດືອນມັງກອນ ລວມເປັນເງິນ 1,4 ຕື້ກີບ,ຈ່າຍໃຫ້ຜູ້ປະສົບໄພ 1 ແສນກີບຕໍ່ຄົນຕໍ່ເດືອນໄດ້ 1,8 ຕື້ກີບ ແລະຍັງຄ້າງຢູ່ 296 ລ້ານກີບ,ໄດ້ຈ່າຍເງິນນະໂຍບາຍ 5 ແສນກີບຕໍ່ຄອບຄົວຕໍ່ເດືອນເປັນມູນຄ່າ 359 ລ້ານກີບ,ຍັງຄ້າງ 1 ລ້ານກີບ, ພ້ອມນັ້ນຍັງຈ່າຍໃຫ້ແກ່ຄອບຄົວຜູ້ເສຍຊີວິດໄດ້ແລ້ວ 74 ຄົນເປັນເງິນ 111 ລ້ານກີບ, ສຳເລັດການເຮັດບຸນພ້ອມມອບເງິນຢຽວຢາຜູ້ເສຍຊີ ວິດ ແລະຜູ້ສູນຫາຍ 71 ຄົນເປັນເງິນ 6,07 ຕື້ກີບ, ສຳເລັດການມອບເຮືອນສຳເລັດຮູບໃຫ້ບ້ານຜູ້ປະສົບໄພໃນ 3 ຈຸດ (ສູນຕຳມະຢອດບ້ານຫີນລາດ, ສູນດອນບົກບ້ານທ່າແສງຈັນ ແລະຈຸດບ້ານປິ່ນດົງ) ລວມມີ 500 ຫຼັງ, ພ້ອມນັ້ນຍັງມີວຽກການກໍ່ສ້າງສາງເກັບເຄື່ອງ ແລະສ້ອມແປງໂຮງໝໍ.

  ນອກນັ້ນເມືອງຍັງໄດ້ເອົາໃຈໃສ່ໃນການບຸກເບີກເນື້ອທີ່ທຳການຜະລິດຈຳນວນ 2,14 ພັນເຮັກຕາ, ໃນນັ້ນບຸກເບີກສຳເລັດແລ້ວ 387 ເຮັກຕາ ແລະ ກຳ ລັງສືບຕໍ່ 1,75 ພັນເຮັກຕາເພື່ອມອບໃຫ້ກັບຈຸດດົງບາກ, ຈຸດສະໜອງໃຕ້, ຈຸດຫີນລາດ ແລະຈຸດທ່າແສງຈັນ, ຄຽງຄູ່ກັນນັ້ນເພື່ອເຮັດວຽກງານໄດ້ຈັດຕັ້ງ ປະຕິບັດຢ່າງຕໍ່ເນື່ອງ, ເມືອງຈິ່ງມີຄວາມຈຳເປັນທີ່ຈະຕ້ອງການງົບປະມານຕື່ມພ້ອມກັບອຸປະກອນທີ່ຈຳເປັນໃນການປະຕິບັດວຽກງານຕົວຈິງ, ທ່ານຮອງເຈົ້າເມືອງໃຫ້ຮູ້ຕື່ມ.

  ພາຍຫຼັງທີ່ຮັບຟັງການລາຍງານຂອງທ່ານຮອງເຈົ້າເມືອງໆສະໜາມໄຊ, ທ່ານ ຄຳແພງ ໄຊສົມແພງ ກໍໄດ້ມອບເຄື່ອງໃຊ້ປະຈຳວັນ ແລະອາຫານການກິນຈຳ ນວນໜຶ່ງໃຫ້ແກ່ 2 ສູນຄື: ສູນດົງບາກ ແລະສູນຫາດຍາວ, ພ້ອມທັງເນັ້ນຕື່ມວ່າໃຫ້ເມືອງສົມທົບກັບອຳນາດການປົກຄອງຂອງແຕ່ລະບ້ານສອບຖາມຄວາ ມຕ້ອງການຂອງປະຊາຊົນ, ຊຶ່ງເປັນວຽກທີ່ຈຳເປັນ ແລະຮີບດ່ວນໂດຍສະເພາະແມ່ນສຸມໃສ່ສ້ອມແປງເສັ້ນທາງ, ໂຮງຮຽນ, ບຸກເບີກເນື້ອທີ່ທຳການຜະລິດ ແລະ ຊື້ເຄື່ອງຂອງທີ່ຈຳເປັນຕົ້ນຕໍຄືແນວພັນ, ປຸ໋ຍ ແລະ ອື່ນໆໃຫ້ໄວ.