ຖວທ ອອກຄຳແນະນຳສຳລັບຜູ້ປະກອບການບໍລິການທ່ອງທ່ຽວ ປະຕິບັດເຂັ້ມຕ້ານໂຄວິດ-19

  ເພື່ອປະຕິບັດຄຳແນະນຳກ່ຽວກັບເງື່ອນໄຂ ແລະມາດຕະການສຳລັບພາກທຸລະກິດທີ່ຈະດຳເນີນກິດຈະການໃນໄລຍະທີ່ມີການລະບາດໂຄວິດ-19 ຫ້ມີປະສິດທິພາບ ແລະປະສິດທິຜົນພ້ອມສອດຄ່ອງຄວາມເປັນຈິງທ່ານ ສະຫວັນຄອນ ຣາຊມຸນຕີຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວທັງເປັນຄະນະສະ ເພາະກິດເພື່ອປ້ອງກັນຄວບຄຸມແລະການແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກຄຳແນະນຳເລກທີ 142/ຖວທ ລົງວັນທີ 3 ພຶດສະພາ 2020 ຊຶ່ງມີເນື້ອໃນດັ່ງລຸ່ມນີ້:

  ສຳລັບຜູ້ປະກອບການໂຮມແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົນ ແລະຮ້ານເສີມສວຍ 1 ຕ້ອງແທກອຸນຫະພູມພະນັກງານກ່ອນເຂົ້າເຮັດວຽກຖ້າພົບເຫັນອຸນຫະພູມສູງ ກວ່າ 37.5 ອົງສາ ໃຫ້ໂທຫາສາຍດ່ວນ 165 ຫຼື 166 ເພື່ອຂໍຄຳປຶກສາ; 2, ຕ້ອງໃຫ້ຂໍ້ມູນຄວາມຮູ້ ແລະຄຳແນະນຳກ່ຽວກັບການລະບາດພະຍາດໂຄວິດ-19 ເປັນຕົ້ນແມ່ນການລາງມືຖືວິທີອາຫານ ແລະ ວີທີປ້ອງກັນໂຕເອງແກ້ຜູ້ມາໃຊ້ບໍລິການທຸກຄົນຕ້ອງໃສ່ຜ້າອັດປາກ-ດັງ; 3, ຈັດອ່າງລ້າງມືພ້ອມສະບູຫຼືເຈວລ້າງມື ຫຼືເຫົ້າ 70% ຂຶ້ນໄປສຳລັບຂ້າເຊື້ອໄວ້ປະຕູທາງເຂົ້າຮ້ານ,ຫ້ອງນໍ້າບໍລິເວນຈ່າຍເງິນເພື່ອບໍລິການລວມທັງພະນັກງານໃນຮ້ານ; 4, ຕ້ອງຈັດຫາຖົງມື, ນໍ້າ ຢາຂ້າເຊື້ອ ຫຼື ເຫຼົ້າ 70% ຂຶ້ນໄປນໍ້າແຟັບ ແລະອື່ນໆສຳລັບອະນາໄມອຸປະກອນ ແລະເຄື່ອງໃຊ້ທີ່ມີຜູ້ສຳພັດຈຳນວນຫຼາຍເປັນຕົ້ນແມ່ນປື້ມລາຍການອາຫານ, ໂຕະອາຫານ, ບ່ອນຈັບປະຕູເຂົ້າ-ອອກບ່ອນໄຂປະຕູຫ້ອງນໍ້າ ແລະອຸປະກອນຕັດຜົມ ແລະເສີມສວຍ; 5, ສຳລັບເຄື່ອງອຸປະກອນເຄື່ອງໃຊ້ໃນຫ້ອງນອນ, ໃນຫ້ອງນໍ້າ, ອຸປະກອນຕັດຜົມ, ອຸປະກອນເສີມສວຍຕ້ອງໃຫ້ມີການອະນາໄມດ້ວຍຍຳຢາຂ້າເຊື້ອກ່ອນ ແລະຫຼັງໃຊ້ທຸກຄັ້ງ.

  ສຳລັບຜູ້ບໍລິການ 1, ຕ້ອງແທກອຸນຫະພູມພະນັກງານກ່ອນເຂົ້າເຮັດວຽກຖ້າພົບມີອຸນຫະພູມສູງກວ່າ 37.5 ອົງ ສາໃຫ້ໂທປຶກສາຄະນະສະເພາະກິດ 165 ຫຼື 166 ຂໍຄຳປຶກສາ; 2, ຕ້ອງຮັກສາລັກການອະນາໄມເປັນຕົ້ນໃສ່ຜ້າອັດປາກ-ດັງໃສ່ຖົງມື, ໝວດຄຸມຜົມ, ການນຸ່ງຖືສະອາດ ແລະ ໝັ້ນລາງມືໃສ່ສະບູປະຈຳ; 3, ຕ້ອງຮັກສາໄລຍະຫ່າງໜ້ອຍ 1 ແມັດຂຶ້ນໄປ ແລະ 4; ຕ້ອງຮັກສາມາລະຍາດໃນການໄອ-ຈານ.

  ສຳລັບຜູ້ມາໃຊ້ບໍລິການລູກຄ້າທຸກຄົນທີ່ເຂົ້າມາບໍລິການຕ້ອງກວດວັແທກອຸນຫະພູມກ່ອນຖ້າພົບວ່າມີອຸນຫະພູມສູງ 37,5ອົງສາແມ່ນບໍອະນຸຍາດເຂົ້າຮ້ານ ແລະໂທຫາຄະນະສະເພາະກິດ 165 ຫຼື 166 ເພື່ອຂໍຄຳປຶກສາ; 2, ຕ້ອງລ້າງມືດ້ວຍ ສະບູ ຫຼືເຈວລ້າງມື ຫຼື ເຫຼົ້າສຳລັບຂ້າເຊື້ອທີ່ຮ້ານກະກຽມໄວ້ກ່ອນເຂົ້າ ແລະອອກຈາກຮ້ານ ແລະໃສ່ຜ້າອັດປາກ-ດັງ; 3, ຕ້ອງຮັກສາໄລຍະຫ່າງຢ່າງໜ້ອຍ1 ແມັດຂຶ້ນໄປ ແລະ 4; ຕ້ອງຮັກ ສາມາດລະຍາດໃນການໄອ-ຈາມ ແລະ ບໍ່ຖິ້ມຂີ້ເຫຍື້ອຕາມບ່ອນຮ້ານກຳນົດໄວ້.

 ສວນສະຖານທີ່ຕ້ອງມີການຖ່າຍເທດີ ແລະບໍ່ແອອັດານຈັດງານຕ້ອງຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ຕ້ອງມີການອະນາໄມທຸກມືເຊົ້າ-ແລງ, ສະເພາະພື້ນ, ຝາ, ໂຕະ ແລະອື່ນໆ, ມີກຳນົດທາງອອກເຂົ້າຢ່າງຊັດເຈນ, ບໍລິເວນໂຕະຈ່າຍເງິນຕ້ອງມີເຈວລາງມື ຫຼືເຫຼົ້າສຳລັບຂ້າເຊື້ອ.

_____________

ຂຽນໂດຍບຸນນິກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ