ຮອງລັດຖະມົນຕີ ກະຊວງສາທາ ເຄື່ອນໄຫວເຮັດວຽກຢູ່ຄຳມ່ວນ

  ວັນທີ 29 ເມສາ 2020 ທ່ານ ບຸນແຜງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກພ້ອມຄະນະສະເພາະກິດດ້ານການກະກຽມສະຖານທີ່ແຍກປ່ຽວ ແລະ ປິ່ນປົວໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໂດຍໄດ້ຮັບການຕ້ອນຮັບຂອງທ່ານ ບຸນມີພິມ ມະສອນ ຮອງເຈົ້າແຂວງໆຄຳມ່ວນຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະສະກັດກັ້ນພະຍາດອັກເສບປອດສາຍພັນໃໝ່ COVID -19 ຂັ້ນແຂວງ.

  ໃນໂອກາດນີ້ທ່ານ ນາງ ພາສຸກ ຄຳມະນີທອງ ຮອງຫົວໜ້າພະແນກສາທາ ລະນະສຸກແຂວງ, ຄະນະສະເພາະກິດຂັ້ນແຂວງໄດ້ລາຍງານກ່ຽວກັບມາດຕະການ ການປ້ອງກັນຂອງພະຍາດດັ່ງກ່າວໂດຍເລີ່ມແຕ່ວັນທີ 20 ມີນາ ຫາ 27 ເມສາ 2020 ມາຮອດປະຈຸບັນທຸກຂະແໜງການຂອງແຂວງ, ເມືອງ, ບ້ານ, ແມ່ນຍັງສືບຕໍ່ຈັດ ຕັ້ງປະຕິບັດຕາມບັນດານິຕິກຳ, ຄຳສັ່ງຂອງສູນກາງພັກ, ຂອງລັດຖະບານຢ່າງເຂັ້ມງວດ ໂດຍສະເພາະແມ່ນມະຕິຄຳສັ່ງຂອງທ່ານນາຍົກລັດຖະມົນຕີເລກທີ 06/ນຍ, ຄໍາສັ່ງແນະນຳຂອງເຈົ້າແຂວງໆຄຳມ່ວນເລກທີ 02/ ຈຂ.ຄມ  ແລະມາດຕະການຕ່າງໆ ໂດຍລວມແລ້ວແຂວງຄຳມ່ວນແມ່ນສາມາດຮັກສາໄດ້ຄວາມສາມັກຄີ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມທຸກພາກສ່ວນຕະຫຼອດຮອດພໍ່ແມ່ປະຊາຊົນແມ່ນໄດ້ໃຫ້ການຮ່ວມມືເປັນຢ່າງດີຊຶ່ງເຮັດໃຫ້ແຂວງຄຳມ່ວນແມ່ນບໍ່ທັນມີຜູ້ຕິດເຊຶ້ອພະ ຍາດອັກເສບປອດຈັກກໍລະນີ, ທົ່ວແຂວງມີຈຳນວນສູນກັກກັນບໍລິເວນທັງໝົດ 308 ສູນ, ສູນແຍກປ່ຽວ 11 ສູນ.

ມາເຖິງວັນທີ 27 ເມສາ ຍັງເຫຼືອ 21 ສູນ ແລະສູນແຍກປ່ຽວ 11 ສູນ, ສູນທີ່ຖືກປິດ287 ສູນໃນນີ້ແມ່ນໄດ້ຮັບການກວດກາແລະຝົ່ນຢາຂ້າເຊື້ອແລ້ວຈຳນວນ 224 ສູນ, ນອກນີ້ແມ່ນພວມ ສືບຕໍ່ຝົ່ນຢາ, ຈຳນວນກັກກັນບໍລິເວນສະ ສົມທົ່ວແຂວງມີທັງໝົດ 10.114 ຄົນ, ຍິງ 4.862 ຄົນ, ໃນນັ້ນກັກບໍລິເວນຢູ່ ສູນມີ 8.999 ຄົນ, ຍິງ 4.272 ຄົນ, ກັກບໍລິເວນຢູ່ເຮືອນ 1.115 ຄົນ, ຍິງ 590 ຄົນ, ກັກບໍລິເວນຄົບ 14 ວັນ ແລະ ອອກຈາກສູນໄປແລ້ວ 8.854 ຄົນ, ຍິງ 4.234 ຄົນ, ຢູ່ເຮືອນຄົບ 14 ວັນມີ 1.109 ຄົນ, ຍິງ 587 ຄົນ, ຈໍານວນກັກກັນບໍລິເວນສືບຕໍ່ຢູ່ສູນມີ 145 ຄົນ , ຍິງ 38 ຄົນ ແລະຢູ່ເຮືອນ 6 ຄົນ.

  ໃນໂອກາດນີ້ບັນດາຄະນະສະເພາະກິດຂັ້ນສູນກາງຍັງໄດ້ລົງຢ້ຽມຢາມສະຖານທີ່ແຍກປ່ຽວ ແລະປິ່ນປົວຊຶ່ງທາງແຂວງໄດ້ກຳນົດເອົາພະແນກ ຖວທ ຫຼັງເກົ່າເປັນສູນແຍກປ່ຽວ ແລະປິ່ນປົວຂອງແຂວງ,ຊຶ່ງຜ່ານມາມີຄົນເຂົ້ານອນໃນກໍລະນີສົງໄສ 26 ຄົນ ປະຈຸບັນແມ່ນໄດ້ອອກໝົດແລ້ວ ແລະລົງຕິດຕາມການປະຕິບັດໜ້າທີ່ວຽກງານຂອງແພດ-ໝໍພາຍໃນໂຮງໝໍແຂວງຄຳມ່ວນ, ທັງນີ້ກໍເພື່ອເປັນການຕິດຕາມ ແລະເກັບກຳຂໍ້ມູນການກະກຽມຄວາມພ້ອມສະຖານທີ່ແຍກປ່ຽວຂອງແຂວງເພື່ອຮອງຮັບໃນກໍລະນີເກີດມີຜູ້ຕິດເຊຶ້ອ, ກວດກາສະພາບຄວາມພ້ອມຂອງສະຖານທີ່ຕາມຫຼັກວິຊາເພື່ອສະເໜີລາຍງາຍຕໍ່ຂັ້ນເທິງຮັບຊາບ.

------------------

ຂຽນໂດຍມະນີວັນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ