ທຄຕລ ສາຂາຜົ້ງສາລີ ຊ່ວຍແກ້ໄຂລູກຄ້າທີ່ຖືກກະທົບໂຄວິດ-19

   ໃນສະພາບການທີ່ພະຍາດໂຄວິດ-19 ທີ່ພວມລະບາດໄປໃນທົ່ວໂລກກໍຄື ສປປ ລາວ ຂອງພວກເຮົາເຮັດໃຫ້ທຸລະກິດຫຼາຍພາກສວ່ນຕ້ອງໄດ້ໂຈະການດຳເນີນການຊົ່ວ ຄາວຊຶ່ງສົ່ງຜົນສະທ້ອນສູ່ລະບົບເສດຖະກິດໂດຍສະເພາະທະນາຄານການຄ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງຜົ້ງສາລີກໍໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວຊຶ່ງທ່ານ ພອນຄໍາ ດວງບຸບຜາ ຫົວໜ້າທະນາຄານການ ຄ້າຕ່າງປະເທດລາວມະຫາຊົນສາຂາແຂວງຜົ້ງສາລີໃຫ້ຮູ້ວ່າ: ທະນາ ຄານສາຂາພວກເຮົາໄດ້ຮັບຜົນກະທົບຈາກ ການລະບາດພະຍາດໂຄວິດ-19 ເປັນຕົ້ນແມ່ນການເຄື່ອນໄຫວຂອງລູກຄ້າ, ການປ່ອຍເງິນກູ້ຢືມໃຫ້ຜູ້ປະກອບການກໍ່ພົບກັບຄວາມຫຍຸ້ງຍາກຫຼາຍເພາະທຸລະກິດຂອງຜູ້ປະກອບການຈຳນວນໜຶ່ງປິດການບໍລິການຊົ່ວຄາວຕາມຄຳສັ່ງເລກທີ 06/ນຍ ຂອງທ່ານນາຍົກລູກຄ້າຈຳນວນໜຶ່ງທີ່ເຮັດບໍລິການຄ້າຂາຍກໍ່ຫຼຸດລົງຈຶ່ງເຮັດໃຫ້ລູກຄ້າທີ່ກູ້ຢືມເງິນບໍ່ສາມາດປະຕິບັດສັນຍາກູ້ຢືມໄດ້ຕາມກຳນົດເວລາສົ່ງຜົນເຮັດໃຫ້ຍອດການບໍລິການຂອງທະນາຄານບໍ່ບັນລຸ.

  ສຳລັບການປະກອບສ່ວນໃນການຕ້ານການລະບາດຂອງພະຍາດໂຄວິດ-19 ນັ້ນທາງທະນາຄານກໍ່ໄດ້ປະກອບສ່ວນປະຕິບັດຕາມຄຳສັ່ງ 06/ນຍ ຂອງນາຍົກຢ່າງເຂັ້ມງວດໂດຍເຮັດໃຫ້ລູກຄ້າຂອງທະນາຄານຂອງຕົນ ແລະທຸກຄົນສາມາດຫຼຸດຄວາມສ່ຽງໃນການຕິດເຊື້ອພະຍາດດັ່ງກ່າວດ້ວຍການແນະນຳທຸກພາກສ່ວນທົ່ວແຂວງຜົ້ງສາ ລີນຳໃຊ້ຜະລິດຕະພັນ BCEL OneONE Pay, ATM ພື່ອຊຳລະສະສາງຕ່າງໆ ໂດຍບໍ່ຈຳເປັນຕ້ອງເຂົ້້າມາທະນາຄານໂດຍກົງ.

ນອກນີ້ທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງຜົ້ງສາລີຍັງປະກອບສວ່ນເຂົ້້າຮ່ວມໃນຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະ ບາດຂອງພະຍາດໂຄ ວິດ-19 ຂັ້ນແຂວງໂດຍແມ່ນຫົວໜ້າສາຂາເຂົ້້າຮ່ວມເປັນຄະນະເພື່ອຕິດຕາມສະພາບລາຍງານໃຫ້ຂັ້ນແຂວງ, ພ້ອມລະດົມພະນັກງານໃນສາຂາປະກອບສ່ວນວັດຖຸ, ເງິນຄຳເຂົ້້າໃນການຕ້ານພະຍາດດັ່ງກ່າວ.

  ສຳລັບລູກຄ້າກ່ອນທີ່ຈະເຂົ້າມາເຮັດທຸລະກຳທາງການເງິນຢູ່ທະນາຄານຕົນແມ່ນຕ້ອງໄດ້ກວດວັດແທກອຸນຫະພູມ, ແນະນຳໃຫ້ລູກຄ້າລ້າງມືດ້ວຍເຈວທີ່ມີສ່ວນປະສົມຂອງເຫຼົ້າຢູ່ຈຸດກວດກາແລ້ວຈຶ່ງເຂົ້າໄດ້.

  ຕໍ່ກັບສະພາບການທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ເພື່ອປະກອບສ່ວນຟື້ນຟູເສດຖະກິດຂອງແຂວງ, ຂອງຊາດເຮັດໃຫ້ທຸລະກິດສາ ມາດສືບຕໍ່ດຳເນີນນັ້ນທາງທະນາຄານກໍ່ໄດ້ມີນະໂຍບາຍແກ່ລູກຄ້າເປັນຕົ້ນແມ່ນການຜ່ອນຜັນໃຫ້ລູກຄ້າທີ່ຖືກຜົນກະທົບໂດຍມີການຕໍ່ສັນຍາໃໝ່່ ຫຼືເລື່ອນການຊຳລະຕາມສະພາບຕົວຈິງເພື່ອໃຫ້ທຸລະກິດຂອງລູກຄ້າໄດ້ສືບຕໍ່ດຳເນີນ ແລະສ້າງຜົນກຳໄລໄດ້.


  ໂອກາດນີ້ທ່ານຫົວໜ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງຜົ້ງສາລີໄດ້ຮຽກຮ້ອງມາຍັງລູກຄ້າຂອງຕົນ ແລະປະຊາຊົນບັນດາເຜົ່າໃຫ້ສືບຕໍ່ຮ່ວມໃຈກັນຕໍ່ສູ້ກັບພະຍາດໂຄວິດ-19 ເພື່ອໃຫ້ປະເທດເຮົາຫຼຸດພົ້ນຈາກວິກິດໂຄວິດ-19 ນີ້ໄດ້ໂດຍໄວ ແລະສືບຕໍ່ເຊື້ອໝັ້ນໃນການບໍລິການທີ່ທັນສະໄໝວອງໄວຮັບໃຊ້ຊຸມຊົນຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ.

____________

ຂຽນໂດຍຊີນນິລາ ກາວັນໄຈ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ