ສວນພຶກສາຈັດບຸນປີໃໝ່ ຫວຽດນາມ - ຈີນ

    ວັນທີ 5-10 ກຸມພາ 2019 ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດງານສະເຫຼີມສະຫຼອງງານເທສະການປີໃໝ່ຫວຽດ ນາມ ແລະຈີນຕິດພັນການສົ່ງເສີມປີທ່ອງທ່ຽວລາວ-ຈີນ ງານດັ່ງກ່າວໃຫ້ກຽດເຂົ້າຮ່ວມເປີດພິທີໂດຍທ່ານ ພູວົງ ພະມີສິດ ປະທານສວນພຶກສາພ້ອມບັນດານັກທ່ອງທ່ຽວທີ່ເດີນທາງ ມາຈາກຈີນ ແລະແຂກພາກກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ພູວົງ ພະມີສິດ ໄດ້ກ່າວວ່າ: ສວນພຶກສາເປັນສວນອາຫານ ແລະ ແຫຼ່ງທ່ອງທ່ຽວຄົບວົງຈອນລວມທັງສະຖານທີ່ທຳມະຊາດ, ກິດຈະກຳທ້າທາຍ, ອາ ຫານກິນດື່ມ, ຮັບຈັດງານລ້ຽງ ແລະງານອື່ນໆຊຶ່ງມີເນື້ອທີ່ທັງໝົດ 47 ເຮັກຕາ ເນື່ອງໃນໂອກາດເທສະການປີໃໝ່ຫວຽດນາມ ແລະຈີນສວນພຶກສາຂອງເຮົາໄດ້ຈັດງານສະເຫຼີມສະຫຼອງເພື່ອໃຫ້ບັນດາແຂກນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດໄດ້ມາສຳພັດຄວາມສວຍງາມທຳມະຊາດໂດຍສະພາະແມ່ນແຂກນັກທ່ອງທ່ຽວມາຈາກຈີນທີ່ໄດ້ມາສົ່ງເສີມເອກະລັກທາງດ້ານວັດທະນະທຳ ແລະແຫຼ່ງທ່ອງທ່ຽວທຳມະຊາດໃນສວນພຶກສາພ້ອມຕິດພັນກັບການດຶງດູດນັກທ່ອງທ່ ຽວ, ການແລກປ່ຽນສິນຄ້າໃຫ້ມີການຂະຫຍາຍຕົວພັດທະນາເຂດປະຊາຊົນບັນດາເຜົ່າຫຼາຍຂຶ້ນງານດັ່ງກ່າວແມ່ນເລີ່ມແຕ່ວັນທີ 5-10 ກຸມພາ ໂດຍມີຫຼາກຫຼາຍກິດຈະກຳເປັນຕົ້ນສະແດງສິນລະປະຂອງບັນດາຊົນເຜົ່າ, ສະແດງເຊີດສິງໂຕ, ແຈກຂອງຂວັນລາງວັນ, ກິດຈະກຳຂີ່ສາຍສະຫຼີງ, ຕຶກປາ, ມີສະຖານທີ່ມູມງາມພ້ອມກັບຄຳຂວັນມ່ວນໆໄວ້ບ່ອນຖ່າຍຮູບລວມທັງການບໍລິການອາຫານລາວ ແລະອາຫານຕ່າງປະເທດ.

 ນອກຈາກນັ້ນສິ່ງທີ່ໂດດເດັ່ນທີ່ສຸດໃນສວນພຶກສາໃນປະຈຸບັນນັ້ນກໍ່ຄືຫໍພິພິຕະພັນຊົນເຜົ່າຊຶ່ງເປັນສູນລວມເກັບເຄື່ອງວັດຖຸອັນເກົ່າແກ່ວັດທະນະທຳຮີດຄອງປະເພນີຂອງບັນດາແຕ່ລະຊົນເຜົ່າທີ່ມີອາຍຸຫຼາຍຮ້ອຍປີຄຽງຄູ່ກັນນັ້ນຍັງມີສວນດອກໄມ້ແຫ່ງຄວາມຮັກທີ່ມີດອກໄມ້ຫຼາຍຊະນິດທີ່ກຳລັງເບັ່ງບານປະກາຍທີ່ສວຍງາມປຽບເໝືອນໄມຕິຈິດມິດຕະພາບຕ້ອນຮັບນັກທ່ອງທ່ຽວທີ່ສະຫງ່າງາມ.