ສືບຕໍ່ປະຕິບັດຄຳສັ່ງເລກທີ 06/ນຍ ພ້ອມຜ່ອນຜັນມາດຕະການຈຳນວນໜຶ່ງ

  ລັດຖະບານໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະຄວບຄຸມເພື່ອຮັບມືກັບການລະບາດຂອງພະຍາດCOVID-19  ຫ້ຫຼຸດລົງຄັ້ງນີ້ຮອດວັນທີ 17 ພຶດສະພາ 2020 ໂດຍໃຫ້ສືບຕໍ່ປະ ຕິບັດເຂັ້ມງວດຕາມຄຳສັ່ງສະບັບເລກທີ 06/ນຍ ແລະເຫັນດີໃຫ້ປະຕິບັດມາດຕະ ການຜ່ອນຜັນຈຳນວນໜຶ່ງເພື່ອເຮັດໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພຂອງປະເທດຊາດມີຄວາມໝັ້ນຄົງໃນຕໍ່ໜ້າ.

 ທ່ານ ສົມດີ ດວງດີ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ກ່ຽວຂ້ອງ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວປະເທດສືບຕໍ່ຍົກສູງຄວາມຮັບຜິດຊອບໃນການຕິດຕາມເຝົ້າລະວັງໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດ COVID- 19 ເປັນຕົ້ນແມ່ນການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ,ລ້າງມືໃສ່ສະບູ ແລະນໍ້າສະອາດ ຫຼືເຈວລ້າງມື,ໃສ່ຜ້າອັດປາກ-ດັງ,ວັດແທກອຸນຫະພູມ ແລະອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ.

  ໃນນີ້ເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜຶ່ງເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກ ກະຕິເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອເຊັ່ນ: ໃຫ້ສໍານັກງານອົງການຂອງພັກ-ລັດ, ສຳນັກງານຂອງບໍລິສັດເປີດດໍາກິດຈະການໂດຍໃຫ້ພະນັກງານລັດຖະກອນໝູນວຽນມາເຮັດວຽກເປັນປົກກະຕິແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ ແລະອະນຸຍາດໃຫ້ອອກຈາກເຮືອນໄດ້ ແລະເດີນ ທາງພາຍໃນນະຄອນຫຼວງ ແລະແຂວງກໍລະ ນີມີຄວາມຈຳເປັນ, ອະນຸຍາດໃຫ້ມີການ ຝຶກອົບຮົມ ແລະການປະຊຸມເປັນທາງ ການພາຍໃນນະຄອນຫຼວງວຽງຈັນ ແລະ ແຂວງ, ແຕ່ໃຫ້ຈຳກັດຜູ້ເຂົ້າຮ່ວມໂດຍຮັກສາໄລຍະຫ່າງ 1 ແມັດ ຂຶ້ນໄປມີບ່ອນລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼືເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະ ພູມຕາມຄໍາແນະນໍາຂອງ ຄະນະສະເພາະກິດວາງອອກ; ອະນຸຍາດໃຫ້ອອກກຳລັງກາຍ ຫຼືຫຼິ້ນກີລາກາງແຈ້ງທີ່ບໍ່ເປັນທີມເຊັ່ນ: ຍ່າງອອກກຳລັງກາຍ, ຂີ່ລົດຖີບ, ເຕັ້ນອາໂຣບິກ, ຕີ ກ໊ອບແຕ່ປະຕິບັດໄລຍະຫ່າງ ແລະຮັບ ປະກັນມາດຕະການປ້ອງກັນການຕິດເຊື້ອ ແລະອະນຸຍາດໃຫ້ບັນດາຫ້າງຮ້ານຕ່າງໆດຳເນີນກິດຈະການໄດ້ແຕ່ຕ້ອງປະຕິບັດໄລຍະຫ່າງ ແລະຮັບປະກັນມາດຕະການປ້ອງກັນການຕິດເຊື້ອສ່ວນບັນດາໂຮງງານ, ໂຄງການລົງທຶນທີ່ເປັນກິດຈະການຂະໜາດໃຫຍ່ຂອງພາກທຸລະກິດຕ່າງໆທີ່ສາມາດປະຕິບັດຖືກຕ້ອງຕາມເງື່ອນໄຂມາດຕະການຕາມຂໍ້ແນະນຳເລກທີ 031/ສພກ ແມ່ນສາມາດເປີດດຳເນີນກິດຈະການໄດ້ໂດຍມອບໃຫ້ທັງສອງຄະນະສະເພາະກິດຂັ້ນສູນກາງແຕ່ງຕັ້ງຄະນະວິຊາການລົງກວດກາ, ຢັ້ງຢືນ ແລະເຮັດບົດບັນທຶກສຳລັບໂຄງການຂະ ໜາດໃຫຍ່ທີ່ນໍາໃຊ້ແຮງງານຈໍານວນຫຼວງຫຼາຍທີ່ສູນກາງເປັນຜູ້ຄຸ້ມຄອງ, ສຳລັບຫົວໜ່ວຍທຸລະກິດໃດທີ່ອົງການປົກຄອງທ້ອງຖິ່ນອະນຸຍາດ ແລະຄຸ້ມຄອງກໍ່ມອບໃຫ້ຄະນະສະເພາະກິດຂັ້ນແຂວງ ແລະນະຄອນຫຼວງເປັນຜູ້ຮັບຜິດ ຊອບກວດກາຢັ້ງຢືນສ່ວນກະຊວງສຶກສາທິການ ແລະກີລາ, ກະຊວງປ້ອງກັນຊາດ ແລະກະຊວງປ້ອງກັນຄວາມສະຫງົບທີ່ກະກຽມເປີດໂຮງຮຽນຄືນໃນຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະປີທີ 7 ແລະໂຮງຮຽນໃນຂົງເຂດ ປກສ ແລະ ປກຊ ເລີ່ມແຕ່ວັນທີ 18 ພຶດສະພາ 2020 ຕ້ອງປະຕິບັດມາດ ຕະການປ້ອງກັນຕາມຄໍາແນະນໍາຂອງ ຄະນະສະເພາະກິດວາງອອກໃນນີ້ສຳ ລັບຊັ້ນຮຽນມະຫາວິທະຍາໄລ ແລະສະ ຖານບັນການສຶກສາລະດັບອື່ນໆນອກ ຈາກທີ່ກຳນົດໄວ້ນີ້ ແມ່ນໃຫ້ສືບຕໍ່ປິດຈົນກວ່າຈະມີແຈ້ງການເພີ່ມຕື່ມພາຍຫຼັງ ແລະອະນຸຍາດໃຫ້ຊາວຕ່າງປະເທດທີ່ໄດ້ມາເຮັດວຽກອອກແຮງງານ ແລະສຶກສາຢູ່ ສປປ ລາວ ກັບຄືນປະເທດຕາມຈຸດປະສົງທີ່ຕ້ອງການກັບຄືນໄປຮຽນຕໍ່ ຫຼືເຮັດວຽກຢູ່ຕ່າງປະເທດແມ່ນສາມາດເດີນທາງໄປໄດ້ຕາມລະບຽບການຂອງປະເທດເຈົ້າພາບ.


  ນອກນັ້ນຍັງເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ໃນນີ້ຫ້າມບຸກຄົນເດີນທາງ ລະຫວ່າງແຂວງຫາແຂວງຍົກເວັ້ນກໍລະນີຈຳເປັນເຊັ່ນວ່າ: ການໄປເຮັດວຽກທາງການ, ນັກຮຽນ, ນັກທຸລະກິດ, ການເຈັບເປັນ, ການເສຍຊີວິດ, ການຂົນສົ່ງສິນຄ້າ, ການນຳສົ່ງຄົນເຈັບແມ່ນສາມາດເດີນທາງໄດ້ແຕ່ຕ້ອງມີເອກະສານຢັ້ງຢືນ; ປິດບັນດາກິດຈະການຮ້ານບັນເທີງ, ຮ້ານກິນດື່ມ, ໂຮງຮູບເງົາ, ຮ້ານບໍລິ ການນວດສະປາທຸກປະເພດ, ກາຊິໂນ, ຕະຫຼາດກາງຄືນ, ສະຖານທີ່ອອກກຳລັງກາຍ-ຫຼິ້ນກີລາໃນຮົ່ມ, ກີລາກາງແຈ້ງເປັນທີມທີ່ມີການໃກ້ຊິດກັນ; ຫ້າມຈັດກິດຈະກຳຊຸມນຸມງານສ້າງສັນບ່ອນເຕົ້າໂຮມຄົນເປັນຈຳນວນຫຼາຍກວ່າ 10 ຄົນ,ປິດດ່ານປະເພນີດ່ານທ້ອງຖິ່ນ ແລະດ່ານສາກົນສຳລັບການເຂົ້າອອກຂອງບຸກຄົນທົ່ວ ໄປ, ເວັ້ນເສຍແຕ່ຜູ້ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ ແລະລົດຂົນສົ່ງສິນຄ້າເຂົ້າ-ອອກ; ໂຈະການອອກວິຊ່າທຸກປະເພດໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກປະເທດທີ່ຍັງມີການລະບາດຂອງພະຍາດ COVID-19, ຍົກເວັ້ນວິຊ່າສໍາລັບຊ່ຽວຊານວິຊາການ ແລະແຮງງານຕ່າງປະເທດທີ່ມີຄວາມຈຳເປັນເຂົ້າມາປະຕິບັດວຽກ ງານຢູ່ບັນດາໂຄງການທີ່ສຳຄັນ ແລະ ຈຳເປັນແຕ່ຕ້ອງປະຕິບັດການກວດຫາເຊື້ອ COVID-19 ແລະ ຈຳກັດບໍລິເວນຕົວເອງ 14 ວັນ ຢູ່ຕາມສູນທີ່ທາງການກຳນົດຕາມທີ່ລະບຸໄວ້ໃນແຈ້ງການສະບັບເລກທີ 507/ຫສນຍ.

_____________

ໜັງສືພິມເສດຖະກິດ-ສັງຄົມ