ຮອງນາຍົກເນັ້ນການອະໄພຍະໂທດຕ້ອງໂປ່ງໃສ ແລະຍຸດຕິທຳ

  ວັນທີ 6 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມວຽກງານອະໄພຍະໂທດທົ່ວປະເທດປະຈໍາປີ 2018 ໂດຍການເປັນປະທານຂອງທ່ານ ສອນ ໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ, ມີທ່ານ ຄໍາສານ ສຸວົງ ປະທານອົງ ກາ ນໄອຍະການປະຊາຊົນສູງສຸດ,ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ,ມີບັນດາການນໍາແຂວງ, ນະຄອນຫຼວງວຽງຈັນ, ບັນດາຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນທຸກຂັ້ນ ແລະອົງການໄອຍະການທະຫານພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

  ໂອກາດດັ່ງກ່າວ, ທ່ານ ຄໍາສານ ສຸວົງ ໄດ້ລາຍງານໃຫ້ຊາບກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປະຈໍາປີ 2018 ແລະວຽກງານຈຸດສຸມ ໃນປີ 2019 ວ່າ: ໂດຍປະຕິບັດຕາມມາດຕາ 67 ຂໍ້ 12 ຂອງລັດຖະທໍາມະນູນຂອງ ສປປ ລາວ ແລະ ລັດຖະບັນຍັດຂອງປະທານປະເທດວ່າດ້ວຍການໃຫ້ອະໄພຍະໂທດສະບັບ ເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ເຫັນວ່າການຈັດຕັ້ງປະຕິບັດວຽກງານອະໄພຍະໂທດໃນປີ 2018 ແມ່ນເຮັດໄດ້ດີກວ່າໃນໄລຍະທີ່ຜ່ານມາໂດຍສະເພາະແມ່ນການຮັບປະກັນຄວາມຖືກຕ້ອງ, ສອດຄ່ອງຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍການໃຫ້ອະໄພຍະໂທດວາງ ອອກເປັນຢ່າງດີຊຶ່ງສະແດງອອກຄື: ນັກໂທດທີ່ໄດ້ຮັບການອະໄພຍະໂທດໃນປີ 2018 ທັງໝົດ 1.700 ກວ່າຄົນ, ໃນນີ້້້ເປັນຍິງ 300 ຄົນ, ຕ່າງປະເທດ 28 ຄົນ, ນັກໂທດຕະຫຼອດຊີວິດ 15 ຄົນ, ໂດຍລວມແລ້ວເຫັນວ່າ ຄະນະກໍາ ມະການອະໄພຍະໂທດລະດັບຊາດ, ບັນດາກະຊວງ,ອົງການ, ແຂວງ-ນະຄອນ ຫຼວງແມ່ນໄດ້ມີການຈັດຕັ້ງຄົ້ນຄວ້າ ແລະສະເໜີອະໄພຍະໂທດໃຫ້ແກ່ນັກໂທດແມ່ນຖືກຕ້ອງຕາມລັດຖະບັນຍັດຂອງປະທານປະເທດ ແລະ ຄໍາແນະນໍາຂອງຄະນະກໍາມະການອະໄພຍະໂທດລະດັບຊາດວາງອອກ, ນັບທັງການຈັດຕັ້ງພິທີປະກາດລາຍຊື່ນັກໂທດທີ່ໄດ້ຮັບອະໄພຍະໂທດໄດ້ດໍາເນີນໄປຢ່າງທັນການ, ດ້ວຍບັນຍາກາດທີ່ດີ, ມີຫຼາຍພາກສ່ວນເຂົ້າຮ່ວມ, ຮັກສາໄດ້ຄວາມສະຫງົບປອດໄພ, ສໍາຄັນວຽກງານດັ່ງກ່າວແມ່ນຊີ້ເຫັນເຖິງການວາງແນວທາງນະໂຍບາຍທີ່ຖືກຕ້ອງຂອງພັກ-ລັດຕໍ່ປະຊາຊົນລາວບັນດາເຜົ່າອີກດ້ວຍ.

  ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານອະໄພຍະໂທດໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ແລະມີທິດຊີ້ນໍາຕໍ່ຄະນະກໍາມະການອະໄພຍະໂທດທັງສູນກາງ ແລະ ທ້ອງຖິ່ນສືບຕໍ່ເອົາໃຈໃສ່ເປັນຕົ້ນໃຫ້ຄະນະກຳມະການອະໄພຍະໂທດລະດັບແຂວງ ແລະນະ ຄອນຫຼວງ ເພີ່ມທະວີຈັດຕັ້ງເຊື່ອມຊຶມບັນດາເອກະສານຕ່າງໆທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດເພື່ອໃຫ້ເຫັນໄດ້ຄວາມສຳຄັນ ແລະເພີ່ມທະວີຄວາມຮັບ ຜິດຊອບຕໍ່ໜ້າທີ່ວຽກງານຂອງຄະນະກຳມະການອະໄພຍະໂທດແຕ່ລະລະດັບ, ຈັດຕັ້ງເຜີຍແຜ່ລັດຖະບັນຍັດໃຫ້ບັນດາເປົ້າໝາຍໃນທົ່ວສັງຄົມດ້ວຍຮູບການຕ່າງໆນັບທັງນັກໂທດຕະຫຼອດຮອດຄອບຄົວ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະທົ່ວເຖິງ. ພ້ອມດຽວກັນນັ້ນ, ໃຫ້ຄະນະກຳ ມະ ການອະໄພຍະໂທດລະດັບຕ່າງໆລົງຕິດຕາມຊຸກຍູ້ສະຫຼຸບຖອດຖອນບົດຮຽນ ແລະມີການລາຍງານແຕ່ລະໄລຍະຢ່າງເປັນປົກກະຕິເພື່ອຮັບປະກັນການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ດຳເນີນໄປຢ່າງຖືກຕ້ອງ, ໂປ່ງໃສ ແລະຍຸຕິທຳ.