ກອງທຶນຮ່ວມໃຈ ທະນາຄານຮ່ວມພັດທະນາມອບເຄື່ອງຊ່ວຍໂຮງໝໍມິດຕະພາບ 250 ລ້ານກີບ

    ໃນຕອນແລງວັນທີ 28 ເມສາ 2020 ທີ່ໂຮງໝໍມິດຕະພາບ ນະຄອນຫຼວງຫຼວງວຽງຈັນ ກອງທຶນຮ່ວມໃຈທະນາຄານຮ່ວມພັດທະນາ ຫຼື JDB ໄດ້ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດຢາປິ່ນປົວພະຍາດໂຄວິດ-19 ແລະເງິນສົດໃຫ້ໂຮງໝໍມິດຕະພາບລວມມູນຄ່າທັງໝົດ 250 ລ້ານກີບ ຊຶ່ງປະກອບມີອຸປະກອນການແພດເຊັ່ນ: ເຄື່ອງແທກອຸນຫະພູມຈໍານວນ 20 ເຄື່ອງມູນຄ່າ 20 ລ້ານກີບ, ຢາປົວພະຍາດໂຄວິດ-19 ຈໍານວນ 10 ຊຸດ ມູນຄ່າ 180 ລ້ານກີບ ພ້ອມດ້ວຍເງິນສົດຈໍານວນ 50 ລ້ານກີບ ຈາກກອງທຶນຮ່ວມໃຈຂອງທະນາຄານຮ່ວມພັດທະນາເພື່ອເປັນການປະກອບສ່ວນໃຫ້ລັດຖະບານນໍາໃຊ້ເຂົ້າໃນການຕໍ່ຕ້ານການລະບາດຂອງໂຄ ວິດ-19.

  ກ່າວມອບໂດຍທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ແລະຄະນະຜູ້ບໍລິຫານກ່າວຮັບໂດຍ ທ່ານ ດຣ. ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບໂດຍໃຫ້ກຽດເຂົາຮ່ວມມີທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະບັນດາທ່ານໝໍກໍ່ໄດ້ເຂົ້າ ຮ່ວມເປັນສັກຂີພິຍານ.

  ໃນໄລຍະທີ່ຜ່ານມາທະນາຄານຮ່ວມພັດທະນາກໍ່ໄດ້ປະກອບສ່ວນໃຫ້ຄະນະສະເພາະກິດລັດຖະບານມູນຄ່າ 50 ລ້ານກີບ, ຊ່ວຍເຫຼືອແຂວງຈໍາປາສັກ ມູນຄ່າ 100 ລ້ານກີບ, ຊ່ວຍເຫຼືອພະແນກສາທາລະນະສຸກແຂວງຫຼວງພະບາງມູນຄ່າ30 ລ້ານກີບ ແລະຊ່ວຍເຫຼືອມະຫາວິທະຍາໄລແຫ່ງຊາດ (ມຊ) ນັກສຶກສາລາວ ແລະນັກສຶກ ສາຕ່າງປະເທດ ທີ່ຕົກຄ້າງຢູ່ຫໍພັກຊີເກມມູນຄ່າ 15 ລ້ານກີບ.

  ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມລະບາດຢ່າງກວ້າງຂວາງໃນທົ່ວໂລກກອງທຶນຮ່ວມໃຈທະນາຄານຮ່ວມພັດທະນາຈຶ່ງເຫັນໄດ້ຄວາມອັນຕະລາຍຈາກການຕິດເຊື້ອພະຍາດໂຄວິດ-19 ໃນນັ້ນ ສປປ ລາວ ເຮົາກໍມີຜູ້ຕິດເຊື້ອຈາກພະຍາດດັ່ງກ່າວແລ້ວ.

  ໂອກາດນີ້ ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ມີຄໍາເຫັນໃນພິທີດັ່ງກ່າວທ່ານໄດ້ສະແດງຄວາມຂອບອົກຂອບໃຈມາຍັງທະ ນາຄານຮ່ວມພັດທະນາທີ່ໄດ້ຊ່ວຍເຫຼືອໃນຄັ້ງນີ້ເປັນການປະກອບສ່ວນອັນມີຄຸນຄ່າ ແລະ ໃຫຍ່ຫຼວງໃນການຊ່ວຍເຫຼືອສັງຄົມລາວເວົ້າລວມ,ເວົ້າສະເພາະກໍ່ຄືຊ່ວຍເຫຼືອໂຮງໝໍມິດຕະພາບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ຈະໄດ້ນໍາໃຊ້ເຂົ້າໃນການສະກັດກັ້ນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ- 19 ໃນ ສປປ ລາວ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອດ້ານຕ່າງໆ ຈາກທະນາຄານຮ່ວມພັດທະນາຕື່ມອີກ.

___________

ຂຽນໂດຍຄຳຕົ້ນ ວໍລະຈັກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ