ອາຊຽນຫາລືຟື້ນຟູການທ່ອງທ່ຽວຫຼັງຖືກກະທົບຈາກໂຄວິກ-19

  ບັນດາລັດຖະມົນຕີທ່ອງທ່ຽວຂອງປະເທດສະມາຊິກແຫ່ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້(ອາຊຽນ) ໄດ້ປະຊຸມທາງໄກ (ຜ່ານວິດີໂອ) ສະໄໝພິ ເສດໃນວັນທີ 29 ເມສາ 2020 ພາຍໃຕ້ການເປັນປະທານກອງປະຊຸມໂດຍທ່ານ ປອ ທອງຄົນ, ລັດຖະມົນຕີກະຊວງທ່ອງທ່ຽວແຫ່ງປະເທດກຳປູເຈຍ.

  ໂດຍຄໍານືງເຖິງຄວາມຈໍາເປັນອັນຮີບດ່ວນກ່ຽວກັບກົນໄກການປະສານງານອາຊຽນໃຫ້ມີຄວາມເຂັ້ມແຂງເພື່ອເອົາຊະນະບັນດາສິ່ງທ້າທາຍຕ່າງໆໃນຂະແໜງການທ່ອງ ທ່ຽວຊຶ່ງແມ່ນໜຶ່ງໃນບັນດາຂະແໜງເສດຖະກິດຕົ້ນຕໍທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດ COVID-19 ໃນຄັ້ງນີ້ແລະເປັນເຫດໃຫ້ທຸລະກິດໃນະຂະ ແໜງການທ່ອງທ່ຽວຢຸດສະງັກ, ເຮັດໃຫ້ລາຍຮັບຫຼຸດລົງ ແລະການຈ້າງງານຫຼຸດລົງ.

  ກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີການທ່ອງທ່ຽວອາຊຽນແຕ່ລະປະເທດໄດ້ລາຍງານສະພາບແລະຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19 ໂດຍສະເພາະຜົນກະທົບຕໍ່ຂະແໜງການທ່ອງທ່ຽວຢູ່ໃນປະເທດຂອງຕົນໃຫ້ກອງປະຊຸມຮັບຊາບ ແລະ ຮ່ວມກັນປຶກສາຫາລືເພື່ອຊອກຫາວິທີທາງແກ້ໄຂແລະມາດຕະການສະເພາະໃນການເພີ່ມທະວີການຮ່ວມມື ແລະການປະສານງານອາຊຽນເພື່ອສ້າງຄວາມເຊື່ອໝັ້ນ ແລະຟື້ນຟູຂະແໜງການທ່ອງທ່ຽວໃຫ້ກັບຄືສູ່ສະພາບປົກກະ ຕິພ້ອມດຽວກັນນີ້ບັນດາລັດຖະມົນຕີທ່ອງທ່ຽວອາຊຽນຍັງໄດ້ຮ່ວມກັນຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີການຮ່ວມມືເພື່ອຟື້ນຟູການທ່ອງທ່ຽວອາຊຽນ.

  ໃນນີ້, ສປປ ລາວ ກໍ່ໄດ້ລາຍງານໃຫ້ກອງປະຊຸມຮັບຊາບວ່າ: ການແຜ່ລະບາດຂອງເຊື້ອພະຍາດ COCID-19 ໃນຄັ້ງນີ້ເຮັດໃຫ້ຈໍານວນນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໃນໄລຍະ 3 ເດືອນ ຕົ້ນປີຫຼຸດລົງ 17% ຖ້າທຽບໃສ່ໄລຍະ ດຽວກັນຂອງປີ 2019 ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທົ່ວປະເທດກໍໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້ເຊັ່ນ: ໂຮງແຮມຈໍານວນ 637 ແຫ່ງ; ຣີສອດ, ເຮືອນພັກ 2.283 ແຫ່ງ; ຫ້ອງນອນ 55.000 ກວ່າຫ້ອງ, ບໍລິສັດທ່ອງທ່ຽວ 539 ແຫ່ງ, ບໍລິສັດທ່ອງທ່ຽວ 36 ແຫ່ງ, ສະຖານທີ່ທ່ອງທ່ຽວ 809 ແຫ່ງ ແລະເຄື່ອຄ່າຍສະໜອງການທ່ອງທ່ຽວອື່ນໆ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນນອກຈາກນີ້ບັນດາກິດຈະກໍາການທ່ອງທ່ຽວ ແລະວັດທະນະທໍາທັງໝົດກໍໄດ້ຖືກໂຈະ ແລະເລື່ອນການຈັດຕັ້ງປະຕິບັດອອກໄປເຊັ່ນ: ການປະກາດມໍລະດົກໂລກທົ່ງໄຫຫີນຊຽງຂວາງ, ບຸນປີໃໝ່ລາວ ແລະບຸນປະເພນີອື່ນໆ. ມາຮອດປະຈຸບັນນີ້, ຖືວ່າບໍ່ມີນັກທ່ອງທ່ຽວ ແລະຄາດວ່າສະຖານະການທີ່ຮ້າຍແຮງນີ້ຍັງຄົງຈະສືບຕໍ່ໄປອີກໄລຍະໜຶ່ງ, ທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວແຫ່ງ ສປປ ລາວ ກ່າວຕໍ່ກອງປະຊຸມໃນຄັ້ງນີ້.

 ເພື່ອເປັນການຮ່ວມກັນໂຕ້ຕອບ ແລະຫຼຸດຜ່ອນຜົນກກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19, ກອງປະຊຸມຄັ້ງນີ້ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີການຮ່ວມມືເພື່ອຟື້ນຟູການທ່ອງທ່ຽວອາຊຽນແນໃສ່ເພື່ອໃຫ້ແຕ່ລະປະເທດສະມາຊິກອາຊຽນສາມາດຈັດຕັ້ງປະຕິບັດແຜນການຟື້ນຟູຫຼັງວິ ກິດການແຜ່ລະບາດຂອງເຊື້ອພະຍາດ COVID-19, ສ້າງລາຍການທ່ອງທ່ຽວຮ່ວມກັນ, ໂຄສະນາ ແລະສົ່ງເສີ່ມແພັກເກັດການທ່ອງທ່ຽວອາຊຽນທ່ຽວອາຊຽນ ແລະການລົງທຶນໃສ່ຕົ້ນທຶນມະນຸດໃນຂະແໜງການທ່ອງທ່ຽວອາຊຽນໃຫ້ຫຼາຍຂຶ້ນ.

_____________

ໜັງສືພິມເສດຖະກິດ-ສັງຄົມ