ເພີ່ມທະວີການຂົນສົ່ງສິນຄ້າໃຫ້ພຽງພໍໃນຊ້ວງໂຄວິດ-19

  ກະຊວງໂຍທາທິການ ແລະຂົນສົ່ງໄດ້ເຂັ້ມງວດການຂົນສົ່ງສິນຄ້າຢູ່ພາຍໃນ ແລະເຂົ້າ-ອອກລະຫວ່າງປະເທດໃນໄລຍະການປ້ອງກັນຄວບຄຸມຂອງພະຍາດໂຄວິດ-19 ໃຫ້ສອດຄ່ອງມາດຕະການປ້ອງກັນຂອງລັດຖະບານ ແລະສາມາດຕອບສະໜອງກຳລັງການຂົນສົ່ງສິນຄ້າໄປເຖິງປາຍທາງ ຫຼືລູກຄ້າໄດ້ເປັນຢ່າງດີ.

  ອີງຕາມຂໍ້ມູນແຈ້ງການຂອງກະຊວງໂຍທາທິການ ແລະຂົນສ່ົງສະບັບເລກທີ 00283/ຍທຂ ນະຄອນຫຼວງວຽງຈັນວັນທີ 24 ເມສາ 2020 ໃຫ້ຮູ້ວ່າ: ການຂົນສ່ົງສິນຄ້າພາຍໃນປະເທດຄົນຂັບລົດຜູ້ທີ່ເຄື່ອນສິນຄ້າຍ້າຍຜ່ານເມືອງ,ແຂວງ ແລະນະຄອນຫຼວງວຽງຈັນ ແມ່ນສາມາົນສ່ົງເຖິງປາຍທາງໄດ້ປົກກະຕິໂດຍຕ້ອງໃສ້ຜ້າປິດປາກ-ດັງ, ກວດແທກອຸນຫະພູມຕະຫຼອດເວລາປະຕິບັດວຽກງານຈາກເຈົ້າໜ້າທີ່ສາທາລະນະສຸກວາງອອກ.

 ສ່ວນການຂົນສົ່ງສິນຄ້າຂາເຂົ້າຄົນຂັບລົດມາຈາກຕ່າງປະເທດເຂົ້າດິນແດນ ສປປ ລາວ ຕ້ອງໃສ້ຜ້າປິດປາກ-ດັງ, ກວດອຸນຫະພູມຈຶ່ງອະນຸຍາດໃຫ້ເຂົ້າມານຳສົ່ງສິນຄ້າໄປເຖິງຈຸດຄ່ຽນຖ່າຍໄດາຍຫຼັງສຳເລັດແລ້ວໃຫ້ກັບຄືນໂດຍໄວ, ສ່ວນລົດຕ່າງປະເທດທີ່ຂົນສົ່ງສິນຄ້ານຳເຂົ້າມາຮັບໃຊ້ໂຄງການທີ່ບໍ່ສາມາດຄ່ຽນຖ່າຍໄດ້ ຫຼືມີຄວາມສ່ຽງດ້ານຄວາມປອດໄພໃນການຄ່ຽນຖ່າຍ

 ແມ່ນອະນຸຍາດໃຫ້ລົດຂົນສົ່ງ ແລະຄົນຂັບລົດຕ່າງປະເທດໄປເຖິງປາຍທາງແຕ່ຕ້ອງມີໜັງສືຢັ້ງຢືນສິນຄ້າ, ຕົວແທນຢູ່ລາວ ແລະເຈົ້າຂອງໂຄງການໂດຍແຈ້ງເຈົ້າໜ້າທີ່ຈຸດກວດກາຕາມເສັ້ນທາງ, ກຳນົດຈຸດດ່ານນຳເຂົ້າຫາປາຍທາງພ້ອມັງກຳນົດໃຫ້ເດີນທາງໄປຕາມຈຸດທີ່ເປົ້າໝາຍໄວ້ນັ້ນກໍລະນີມີຄວາມຈຳເປັນນອນຄາງຄືນບໍລິສັດຜູ້ຈັດສົ່ງ, ເຈົ້າຂອງໂຄງການຕ້ອງໃຫ້ຄົນຂັບລົດພັກເຊົ່າບ່ອນແຍກປ່ຽວໃນລົດຂົນສົ່ງພ້ອມທັງມີມາດຕະການປ້ອງກັນຢ່າງເຂັ້ມງວດ.

 ສຳລັບການສົ່ງສິນຄ້າຂາອອກລົດຂົນສ່ົງສິນຄ້າຂອງລາວສາມາດຂົນສົ່ງສິນຄ້າຢູ່ ສປປ ລາວ ໄປເຖິງຊາຍແດນເພື່ອຄ່ຽນຖ່າຍໃສ່ລົດຕ່າງປະເທດໃນຈຸດໝາຍຂອງປະເທດທີສອງໃນກໍລະນີເມື່ອປະເທດດັ່ງກ່າວອະນຸມັດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ນີ້ເຫັນດີອະນຸຍາດໃຫ້ລົດຂົນສ່ົງສິນຄ້າ ແລະ ຕູ້ຄອນເທັນເນີເປົ່າຂອງຕ່າງປະເທດສາມາດເຂົ້າມາຮັບໃຊ້ສິນຄ້າຢູ່ ສປປ ລາວ ເພື່ອສ່ົງອອກໄດ້ຈົນກວ່າມີຄຳສັ່ງປ່ຽນແປງຈາກລັດຖະບານສ່ວນຄົນຂັບລົດ ແລະຜູ້ຕິດຕາມຂົນສົ່ງແຕ່ຕ້ອງມີໜັງສືຢັ້ງຢືນສິນຄ້າຈາກບໍລິສັດໂດຍແຈ້ງເຈົ້າໜ້າທີ່ຈຸດກວດກາຕາມເສັ້ນທາງ, ກຳນົດຈຸດດ່ານນຳເຂົ້າຫາປາຍທາງພ້ອມທັງມີມາດຕະການປ້ອງກັນຢ່າງເຂັ້ມງວດ.

----------------

ໜັງສືພິມເສດຖະກິດ-ສັງຄົມ