ຜູ້ຕິດເຊື້ອໂຄວິດ-19 ຄົນທີ 3 ຢູ່ແຂວງຫຼວງພະບາງປິ່ນປົວຫາຍດີສົ່ງກັບບ້ານສູ່ຄອບຄົວແລ້ວ

  ຢູ່ໂຮງໝໍແຂວງຫຼວງພະບາງ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງຫຼວງພະບາງ ໄດ້ຈັດພິທີຖະແຫຼງຂ່າວຜົນສໍາເລັດການປີ່ນປົວຫາຍດີຜູ້ທີ່ຕິດເຊື້ອໂຄວິດ-19 ຄົນສຸດທ້າຍຜູ້ທີ 3 ຢູ່ແຂວງຫຼວງພະບາງໄດ້ສົ່ງກັບບ້ານສູ່ຄອບຄົວຢ່າງເປັນທາງການໃນວັນທີ 30 ເມສາ 2020 ນີ້.


    ທ່ານ ດຣ ທອງພຸດ ສຸກເສີມ ຜູ້ອຳນວຍການໂຮງໝໍແຂວງຫຼວງພະບາງ ກ່າວວ່າ: ໃນໄລຍະ 1 ເດືອນກວ່າຜ່ານມາ ນັບແຕ່ 23 ມີນາ - 30 ເມສາ 2020 ທີມງານແພດໝໍຂອງໂຮງໝໍແຂວງຫຼວງພະບາງ ໄດ້ເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຈຳນວນ 3 ຄົນ, ຍິງ 1 ຄົນ, ເຊິ່ງທິມງານແພດໝໍໄດ້ພ້ອມພຽງກັນທຸ້ມເທກຳລັງກາຈິດໃຈ ແລະ ມັນສະໝອງສຸມໃສ່ໃນການຄວບຄຸມປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ຢ່າງຫ້າວຫັນຕັ້ງໜ້າພ້ອມທັງເອົາໃຈໃສ່ເຝົ້າລະວັງ ແລະ ໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍຫຼາຍວິທີການໂດຍໄດ້ເຮັດການກັ່ນຕອງຄົນເຈັບຕະຫຼອດ 24 ຊົ່ວໂມງ,ເຊີ່ງມີຕົວເລກກັ່ນຕອງທັງໝຈໍານວນ

1.789 ຄົນ, ຍິງ 972 ຄົນ, ສະເພາະຫອ້ງກວດພະຍາດໂຄວິດ-19 ໄດ້ກວດຄົນເຈັບທັງໝົດຈໍານວນ 834 ຄົນ, ໃນນັ້ນມີຜູ້ຖືກສົງໃສທັງໝົດ 69 ຄົນ ແລະ ໄດ້ເກັບຕົວຢ່າງສົ່ງກວດ 78 ຕົວຢ່າງ, ສົ່ງເຂົ້ານອນຕິດຕາມປີ່ນປົວຄົນເຈັບກໍລະນີສົງໃສ 49 ຄົນ, ອອກໂຮງໝໍໄປແລ້ວ 46 ຄົນ ແລະ ມາຮອດປັດຈຸບັນນີ້ຜູ້ຕິດເຊື້ອ 03 ຄົນ, ຍິງ 1 ຄົນ, ແມ່ນໄດ້ປີ່ນປົວຫາຍດີທັງສາມຄົນແລ້ວ ທາງໂຮງໝໍແຂວງໄດ້ກວດລະອຽດແລ້ວບໍ່ພົບເຊື້ອຈິ່ງໄດ້ອະນຸມັດໃຫ້ກັບບ້ານໄປຫາຄອບຄົວແຕ່ຈະໃຫ້ເຂົາເຈົ້າໄປຕິດຕາມຕົນເອງຢູ່ເຮືອນຕື່ມອີກ 14 ມື້ຫຼັງຈາກນັ້ນແພດຈະສັ່ງກວດຄືນອີກຕື່ມເທື່ອໜຶ່ງຫາກບໍ່ພົບເຊື້ອໝາຍຄວາມວ່າສາມາດເຄື່ອນໄຫວຢູ່ສັງຄົມແບບປົກກະຕິໄດ້.


   ໂອກາດນີ້, ທ່ານຜູ້ອຳນວຍການໂຮງໝໍແຂວງຫຼວງພະບາງ ໄດ້ຕາງໜ້າໃຫ້ພະນັກງານແພດໝໍທຸກຄົນສະແດງຄວາມຂອບໃຈ ແລະຮູ້ບຸນຄຸນເປັນຢ່າງສູງມາຍັງການນໍາພັກ-ລັດທຸກຂັ້ນທີ່ໄດ້ເອົາໃຈໃສ່ຊີ້ນໍາ, ຕິດຕາມ, ຊຸກຍູ້ ແລະສະນັບສະໜູນດ້ານງົບປະມານ, ວັດຖຸ, ອຸປະກອນໃຫ້ແກ່ໂຮງໝໍແຂວງ,ຕະຫຼອດຮອດພາກສ່ວນສັງຄົມ, ພໍ່ແມ່ປະຊາຊົນຜູ້ທີ່ໃຈບຸນທັງຫຼາຍທີ່ໄດ້ໃຫ້ປະກອບສ່ວນວັດຖຸປັດໄຈຕ່າງໆໃຫ້ແກ່ໂຮງໝໍແຂວງໄດ້ນໍາໄຊ້ເຂົ້າໃນວຽກງານຕອບໂຕ້ອບການລະບາດພະຍາດໃນຄັ້ງນີ້ ແລະ ໃນໂອກາດທີ່ໄປໃຫ້ກໍາລັງໃຈຜູ້ສຸດທ້າຍທີ່ອອກໂຮງໝໍນັ້ນ ໄດ້ມອບຊໍ່ດອກໄມ້ໃຫ້ຜູ້ປ່ວຍຫາຍດີເພື່ອສ້າງກໍາລັງໃຈເດີນທາງກັບບ້ານຄືນສູ່ຄອບຄົວຕື່ມອີກ.

---------------

ຂຽນໂດຍ: ສີສຸວັນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ