ສາລະວັນຕ້ອງການສ້ອມແປງຊົນລະປະທານ 46 ແຫ່ງທີ່ຈຳເປັນ ແຕ່ຮັບອະນຸມັດ 31 ແຫ່ງ

   ເພື່ອຄໍ້າປະກັນການສະໜອງນໍ້າໃນລະດູແລ້ງໃຫ້ພຽງພໍກັບຄວາມຕ້ອງການຂອງພໍ່ແມ່ປະຊາຊົນທີ່ທຳການຜະລິດ ແລະປູກພືດຕ່າງໆ, ສາລະວັນໄດ້ມີການກວດກາຄືນບັນດາໂຄງການຊົນລະປະທານທົ່ວແຂວງໃນຈຳນວນ 224 ແຫ່ງ, ໃນນັ້ນຊົນລະປະທານຝາຍນໍ້າລົ້ນ+ອ່າງເກັບນໍ້າມີ 106 ແຫ່ງ, ຊົນລະປະທາ ນດ້ວຍໄຟຟ້າ 48 ແຫ່ງ ແລະຊົນລະປະທານຂະໜາດນ້ອຍ+ຝາຍປະຖົມປະຖານຂອງຊຸມຊົນມີ 90 ແຫ່ງ, ຜ່ານການກວດກາຕົວຈິງເຫັນຫຼາຍໂຄງການເປ່ເພບໍ່ສາມາດສະໜອງນໍ້າໄດ້ໂດຍສະເພາະແມ່ນຝາຍນໍ້າລົ້ນ, ຕາດໂຕນ, ຄອງເໝືອງແມ່, ຄອງເໝືອງຊ່ອຍ, ເຮືອແພ, ຈັກສູບດ້ວຍໄຟຟ້າ, ລະບົບອາຄານຕາມຄອງເໝືອງ ແລະອື່ນໆ, ທາງແຂວງຈິ່ງນຳສະເໜີຂໍງົບປະມານຈຳນວນ 5,9 ຕື້ກີບ ເພື່ອບຸລະນະສ້ອມແປງໃນ 46 ແຫ່ງທີ່ຈຳເປັນ, ແຕ່ໄດ້ອະນຸມັດຈາກລັດຖະບານ 3,7 ຕື້ກີບ ມີ 31 ແຫ່ງ.

  ຕາມຂໍ້ມູນເປີດເຜີຍຂອງ ທ່ານ ອະນຸສັກ ຈຳປາຄຳ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງສາລະ ວັນຮູ້ວ່າ: ບ້ວງເງິນດັ່ງກ່າວກໍ່ໄດ້ນຳໄປຈັດຕັ້ງປະຕິບັດຕາມຂ້ັນຕອນຂອງກົດໝາຍການລົງທຶນ ແລະກໍ່ເຫັນວ່າມີຜົນສຳເລັດ, ສາມາດສະໜອງນໍ້າໄດ້ຕາມຄາດໝາຍ, ນອກຈາກສ້ອມແປງທີ່ນຳໃຊ້ງົບປະມານຍັງໄດ້ແຕ່ງຕັ້ງການນຳພະແນກ, ຂະແໜງ ແລະ ວິຊາການລົງສົມທົບກັບການນຳຂອງເມືອງ, ກຸ່ມບ້ານ ແລະບ້ານເພື່ອປຸກລະດົມກຳລັງແຮງຈາກຫຼາຍພາກ ສ່ວນເປັນຕົ້ນພໍ່ແມ່ປະຊາຊົນ, ນັກຮຽນ, ພະນັກງານ ແລະທະຫານ-ຕຳ ຫຼວດເຂົ້າໃນການສ້ອມແປງຫົວງານ, ຄອງເໝືອງ ແລະອະນະໄມຄອງເໝືອງຊຶ່ງມີຄວາມຍາວ 75,67 ພັນແມັດ, ມີແຮງງານທັງໝົດ 4,7 ພັນຄົນ.

  ຜ່ານການບຸລະນະສ້ອມແປງ ແລະ ການສູ້ຊົນນຳພາການຜະລິດລະດູແລ້ງປີ 2019 ມາຮອດວັນທີ 20 ມັງກອນ ສາມາດສັງລວມເນື້ອທີ່ການຜະລິດໄດ້ຄື: ພືດສະບຽງນອກເຂດຊົນລະປະທານປະຕິບັດໄດ້ 5,5 ພັນເຮັກຕາ, ເທົ່າກັບ 104,7%, ເກັບກູ້ຜົນຜະລິດໄດ້ແລ້ວປະມານ 2,5 ພັນກວ່າໂຕນ, ເນື້ອທີ່ໃນຊົນລະປະທານປະຕິບັດໄດ້ 13,2 ພັນເຮັກຕາ, ເທົ່າກັບ 100,45% ແລະເຂົ້ານາແຊງມີ 11,7 ພັນເຮັກຕາເທົ່າກັບ 97,5%, ການຜະລິດເຂົ້ານາແຊງປີນີທາງພະແນກກະສີກຳ ແລະປ່າໄມ້ແຂວງສາລະວັນກໍ່ໄດ້ມີການປະສານຮ່ວມມືກັບພະແນກກະສີກຳ ແລະພັດທະນາຊົນນະບົດແຂວງກຽນຢາງຕາມບົດບັນ ທຶກການນຳຂັ້ນສູງທັງສອງແຂວງ ແລະແຂວງກຽນຢາງກໍ່ໄດ້ສົ່ງວິຊາການທີ່ຊຳນານກ່ຽວກັບເຂົ້າມາຊ່ວຍຈຳນວນ 2 ທ່ານ, ປະຈຳຢູ່ສູນໜອງແດງ, ເພື່ອປຽ ບທຽບໂທດລອງແນວພັນເຂົ້າຈຳນວນ 7 ສາຍ ພັນ, ໃນນັ້ນແນວພັນຈາກແຂວງກຽນຢາງ 4 ສາຍພັນ ແລະແນວພັນສູນໜອງແດງ 3 ສາຍພັນ, ພ້ອມທັງຈັດຕັ້ງກຸ່ມການຜະລິດຕິດພັນກັບການຍົກສະມັດຖະພາບເຂົ້າໃຫ້ໄດ້ 5-6 ໂຕນຕໍ່ເຮັກຕາໃນ 3 ເມືອງຄື: ກຸ່ມບ້ານພ້າວເມືອງສາລະວັນ 5 ເຮັກຕາ, ກຸ່ມບ້ານສະເໜ້ຍເມືອງວາປີ 5 ເຮັກຕາ ແລະກຸ່ມບ້ານຄຳທອງ ເມືອງຄົງເຊໂດນ 5 ເຮັກຕາ, ທ່ານ ອະນຸສັກ ຈຳປາຄຳ ຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງສາລະວັນກ່າວ.