ຮອງເຈົ້າແຂວງເຊກອງຊີ້ນຳລະມາມສືບຕໍ່ຕ້ານໂຄວິດ-19

  ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມລາຍງານຂອງຄະນະກຳມະການຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ຢູ່ເມືອງລະມາມ ແຂວງເຊກອງ ໃນວັນທີ 27 ເມສາ 2020 ນີ້. ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ ໄດ້ຮຽກຮ້ອງໃຫ້ຄະນະນໍາກໍຄືຄະນະກຳມະການສະເພາະກິດຂັ້ນແຂວງ-ຂັ້ນເມືອງລະມາມສືບຕໍ່ສະກັດກັ້ນ, ຕ້ານ ແລະຄວບຄຸມພະຍາດໂຄວິດ-19 ດ້ວຍ ຄວາມຮັບຜິດຊອບສູງໂດຍອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ, ສະບັບເລກທີ 06/ນຍ, ລົງວັນທີ 29 ມີ ນາ 2020 ແລະແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ເລກທີ 507/ຫສນຍ, ລົງວັນທີ 24 ເມສາ 2020 ຢ່າງເຂັ້ມງວດ.

ພາຍຫຼັງທີ່ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການຄວບຄຸມພະຍາດໂຄວິດ-19 ຈາກປະທານຊີ້ນໍາການຕ້ານແລະສະກັດກັ້ນຄວບຄຸມພະຍາດໂຄວິດ-19 ແລ້ວທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນການຈັດຕັ້ງປະຕິບັດຂອງຄະນະກໍາມະການສະເພາະກິດຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຢູ່ເມືອງລະມາມໃນໄລຍະຜ່ານມາ; ເຖິງວ່າຢູ່ເມືອງລະມາມແຂວງເຊກອງຍັງບໍ່ທັນມີຜູ້ຕິດເຊື້ອ ຫຼື ກໍລະນີສົງໃສ, ແຕ່ເຖິງຢ່າງໃດກໍດີໃນປະຈຸບັນພະຍາດໂຄວິດ-19 ຍັງມີການລະບາດຢູ່ຫຼາຍປະເທດໃນທົ່ວໂລກລວມທັງປະເທດໃກ້ຄຽງຕໍ່ບັນຫາດັ່ງກ່າວຮອງເຈົ້າແຂວງໆເຊກອງຈິ່ງໄດ້ຮຽກຮ້ອງໃຫ້ສືບຕໍ່ເຂັ້ມງວດຄວບຄຸມ ແລະແກ້ໄຂພະຍາດດັ່ງກ່າວຢ່າງຕໍ່ເນື່ອງໂດຍໃຫ້ກວດກາຄືນບັນດາຄວາມພ້ອມຕ່າງໆໃຫ້ສອດຄ່ອງຕາມລະບຽບຫຼັກການເປັນຕົ້ນ: ກະກຽມສະຖານທີ່ກັກກັນຕົວຜູ້ທີ່ຈະເດີນທາງເຂົ້າມາແຂວງເຊກອງຈາກຕ່າງປະ ເທດ, ຕ່າງແຂວງທີ່ມີຄວາມສ່ຽງອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ເລກທີ 507/ຫສນຍ, ລົງວັນທີ 24 ເມສາ2020, ສືບຕໍ່ຄຸ້ມ ຄອງ, ກວດກາຄົນເຂົ້າ-ອອກເມືອງໃຫ້ເຂັ້ມງວດກວ່າເກົ່າ, ທຸກຄົນພ້ອມດ້ວຍພາຫະນະທີ່ໄດ້ຮັບອະນຸຍາດເຄື່ອນຍ້າຍໄປ-ມາໄດ້ຕ້ອງມີການກວດກາດ້ານສຸຂະພາບ, ໃຫ້ມີໃບຢັ້ງຢືນກວດສຸຂະພາບ ແລະໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງຈຶ່ງສາມາດເຂົ້າ-ອອກໄດ້ສໍາລັບນັກສຶກສາແຮງງານລາວທີ່ມາຈາກຕ່າງປະເທດທີ່ມີຈຸດປະ ສົງເຂົ້າມາແຂວງເຊກອງຕ້ອງ ໄດ້ກັກຕົວ 14 ວັນ, ກຽມພ້ອມສະຖານ ທີ່ປິ່ນປົວ-ກັ່ນກອງໃນເມື່ອມີກໍລະນີສົງໃສ ແລະເຄື່ອງມືອຸປະກອນການແພດລວມທັງບຸກຄະລາກອນ, ສືບຕໍ່ໂຄສະນາເຜີຍແຜ່ບັນດາຄໍາສັ່ງຕ່າງໆຂອງສູນກາງ, ຂອງແຂວງ, ຂອງເມືອງໃຫ້ທົ່ວເຖິງຮາກຖານ ແລະເປົ້າໝາຍ, ໃຫ້ຖືເອົາໂອກາດການໂຄສະນາຕ້ານໂຄວິດ-19 ເພື່ອໂຄສະນາຕ້ານພະຍາດອື່ນໆທີ່ອາດຈະເກີດຂຶ້ນໃນລະດູຝົນເຊັ່ນ: ພະຍາດໄຂ້ຍູງລາຍ, ມາເລເລຍ, ໄຂ້ຫວັດໃຫຍ່, ຖອກທ້ອງ ແລະອື່ນໆ.

  ນອກຈາກນີ້ກໍໃຫ້ສືບຕໍ່ກວດກາລາຄາສິນຄ້າໃນທ້ອງຕະຫຼາດໃຫ້ມີຄວາມສະຫງົບປົກກະຕິ, ຜູ້ໃດຝ່າຝືນແມ່ນໃຫ້ກ່າວເຕືອນແລະກ້າວໄປເຖິງນໍໍາໃຊ້ມາດຕະການກົດ ໝາຍຢ່າງເຂັ້ມງວດ, ປະຕິບັດນະໂຍບາຍໃຫ້ເໝາະສົມຕໍ່ພະນັກງານແພດ-ໝໍ, ເຈົ້າທີ່ ປກສ, ປກຊ ແລະອໍານາດການປົກຄອງບ້ານທີ່ປະຕິບັດໜ້າທີ່ຢູ່ພາກສະໜາມຢ່າງຕໍ່ເນື່ອງ;ຊີ້ນໍຂະແໜງການທີ່ກ່ຽວຂ້ອງປະເມີນຜົນການກະທົບຕໍ່ຂະແໜງການທີ່ຕົນຄຸ້ມຄອງເພື່ອໃຫ້ມີຂໍ້ມູນລະອຽດຈະແຈ້ງເພື່ອຮັບນະໂຍບາຍຕາມທີ່ລັດຖະບານ ໄດ້ວາງອອກໃນໄລຍະການລະບາດພະຍາດໂຄວິດ-19, ເອົາໃຈໃສ່ຊຸກຍູ້ການຜະລິດ-ການຄຸ້ມຄອງຈັດສັນທີ່ດິນຂອງປະຊາຊົນໃຫ້ຖືກວິທີ, ໃນຂະນະທີ່ໃຫ້ເຂັ້ມງວດຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນໃນການເຄື່ອນໄຫວທີ່ບໍ່ຖືກຕ້ອງຂອງກຸ່ມຄົນບໍ່ດີ, ຂີ້ລັກ, ງັດແງະ, ເສບສື່ສັງຄົມອອນລາຍ, ປ່ອຍຂ່າວປອມ ແລະອື່ນໆ.

 _____________

ຂຽນໂດຍກຸດທະສອນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ