ຜົ້ງສາລີປ້ອງກັນໄຂ້ຍຸງລາຍ

  ປະຈຸບັນນອກຈາກການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ແລ້ວຍັງຕ້ອງໄດ້ປ້ອງກັນພະຍາດໄຂ້ຍຸງລາຍຕື່ມອີກເພາະໄລຍະກ້າວເຂົ້າສູລະດູຝົນສະພາບໄຂ້ຍຸງລາຍເລີ່ມມີການເຄື່ອນໄຫວມາໄລຍະໜຶ່ງແລ້ວຊຶ່ງຕາມຕົວເລກລາຍງານຈາກກະຊວງສາທາລະນະສຸກໃຫ້ຮູ້ວ່າເລີ່ມແຕ່ວັນທີ 28 ທັນວາ2019-24 ເມສາ 2020 ນີ້ ທົ່ວປະເທດພົບຕິດເຊື້ອໄຂ້ຍຸງ 904 ກໍລະນີ ແລະປະຈຸບັນເສຍຊີວິດ 1 ຄົນ ຢູ່ນະຄອນຫຼວງ ໂດຍອັດຕາການຮ້າຍແຮງຂອງພະຍາດແມ່ນ 0,35%, ສ່ວນຢູ່ແຂວງຜົ້ງສາລີມີຜູ້ຕິດເຊື້ອ 5 ກໍລະນີ ຄາດວ່າພາຍຫຼັງທີ່ໂຄວິດຜ່ານໄປແລ້ວຈະຜະເຊີນກັບໄຂ້ຍຸງລາຍ.

ສະນັ້ນນອກຈາກການຕ້ານໂຄວິດ-19 ກໍ່ຕ້ອງປ້ອງກັນໄຂ້ຍຸງລາຍໄປພ້ອມໆ ກັນໂດຍອາໄສຈັງຫວະທີ່ປະຊາຊົນບັນດາເຜົ່າ, ພະນັກງານ, ພໍ່ຄ້າ, ນັກທຸລະກິດຕ່າງໆທີ່ພາກັນພວມກັກບໍລິເວນຕົນເອງຢູ່ເຮືອນນັ້ນໃຫ້ຈັດທຳລາຍແຫຼ່ງເພາະພັນຂອງຍຸງຢູ່ເຮືອນຕົນເອງຢ່າງຈິງຈັງ ແລະຕິດ ຕາມປ້ອງກັນພະຍາດຕາມລະດູການຍ້ອນວ່າເລີ່ມເຂົ້າລະດູຝົນແມ່ນລະດູການຂອງໄຂ້ເລືອດອອກ ແລະພະຍາດຊຶມເຊື້ອອື່ນໆ ໂດຍສະເພາະຍາດທີ່ປ້ອງກັນໄດ້ດ້ວຍວັກຊີນເປັນຕົ້ນ: ພະຍາດຄໍຕີບ, ໄຂ້ໝາກແດງ, ໄອໄກ່.

____________

ຂຽນໂດຍສົມຄິດ ແກ້ວນວນລາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ