ທຫລ ກຽມເອົາຜິດກັບທຸກສະຖາບັນການເງິນທີ່ເຄື່ອນໄຫວບໍ່ຖືກຕ້ອງ

  ໃນໄລຍະຜ່ານມາຍັງມີບາງສະຖາບັນການເງິນຈຸລະພາກມີພຶດຕິກຳເຄື່ອນໄຫວບໍ່ຖືກຕ້ອງ ແລະບໍ່ສອດຄ່ອງກັບລະບຽບກົດໝາຍກຳນົດໄວ້ຊຶ່ງກໍ່ໃຫ້ເກີດມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງລະບົບສະຖາບັນການເງິນເຮັດໃຫ້ສັງຄົມວຸ້ນວາຍແນວໃດກໍດີຕໍ່ກັບບັນຫາດັ່ງກ່າວຈາກນີ້ໄປ ທຫລ ຈະເພີ່ມຄວາມເອົາໃຈໃສ່ແກ້ໄຂຫາກສະຖາບັນການເງິນຈຸລະພາກໃດຍັງເຄື່ອນໄຫວຢູ່ນອກເໜືອຂອບເຂດທີ່ໄດ້ຮັບອະນຸຍາດຈະຕ້ອງຖືກປະຕິບັດວິໄນຢ່າງເຂັ້ມງວດ ແລະເດັດຂາດ ຂະນະທີ່ປະຈຸບັນທົ່ວປະເທດມີສະຖາບັນການເງິນຈຸລະພາກທັງໝົດ 185 ແຫ່ງ.

  ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຢືນຢັນຕໍ່ຜູ້ສື່ຂ່າວໃນວັນທີ 6 ກຸມພາ 2019 ວ່າ: ໃນປີ 2018 ກົມຄຸ້ມຄອງສະຖາບັນການເງິນໄດ້ຢຸດຕິຊົ່ວຄາວໃນການອອກອະນຸຍາດໃຫ້ສ້າງຕັ້ງສະຖາບັນການເງິນຈຸລະພາກຂຶ້ນໃໝ່ແຕ່ສະຖາບັນການເງິນຈຸລະພາກທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວກ່ອນໜ້ານີ້ກໍ່ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນໃນຫຼາຍດ້ານ; ປະຈຸບັນສະຖາບັນການເງິນຈຸລະພາກທີ່ຈົດທະບຽນຢູ່ພາ ຍໃຕ້ການຄຸ້ມຄອງຂອງກົມຄຸ້ມຄອງສະຖາບັນການເງິນມີທັງໝົດ 185 ແຫ່ງໃນນີ້ມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) 20 ແຫ່ງ, ສະ ຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ (ສກຈບ) 77 ແຫ່ງ, ສະຫະກອນສິນເຊື່ອ ແລະເງິນຝາກປະຢັດ (ສສງ) 27 ແຫ່ງ, ບໍລິສັດເຊົ່າສິນເຊື່ອ 29 ແຫ່ງ, ໂຮງຊວດຈໍາ 27 ແຫ່ງ ແລະບໍລິສັດໂອນເງິນດ່ວນ 5 ແຫ່ງ.

   ສະຖາບັນການເງິນຈຸລະພາກເຫຼົ່ານັ້ນມີຊັບສິນໃນທ້າຍປີ 2018 ຈຳນວນ 6.415 ຕື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 143,90%, ມີເງິນຝາກ (ສະ ເພາະ ສກຈຮ ແລະສສງ) ຈຳນວນ 1.032 ຕື້ກີບ ທຽບກັບປີ 2017 ເພີ່ມຂຶ້ນ 28,58%, ມີຍອດເຫຼືອສິນເຊື່ອ (ສກຈຮ, ສກຈບ, ສສງ, ບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈຳ) ຈຳນວນ 4.796 ຕື້ກີບ ທຽບກັບປີ 2017 ເພີ່ມຂຶ້ນ 118,43% ໂດຍສະຖາບັນການເງິນຈຸລະພາກດັ່ງກ່າວໄດ້ກາຍເປັນທາງເລືອກໃໝ່ໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງການບໍລິການທາງດ້ານການເງິນທີ່ສະດວກສະບາຍ ແລະດ້ວຍຜະລິດຕະພັນທີ່ເໝາະສົມສອດຄ່ອງກັບຊີວິດປະ ຈຳວັນນັບມື້ນັບຫຼາຍຂຶ້ນ.

  ຢ່າງໃດກໍ່ຕາມທ່ານ ອາລຸນ ບຸນຍົງ ເປີດເຜີຍໃຫ້ຮູ້ວ່າ: ໃນໄລຍະຜ່ານມາຍັງມີບາງສະຖາບັນການເງິນຈຸລະພາກທີ່ມີພຶດຕິກຳເຄື່ອນໄຫວບໍ່ຖືກຕ້ອງ ແລະບໍ່ ສອດຄ່ອງກັບລະບຽບກົດໝາຍທີ່ກຳນົດໄວ້ຊຶ່ງກໍ່ໃຫ້ເກີດມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງລະບົບສະຖາບັນການເງິນເຮັດໃຫ້ສັງຄົມວຸ້ນວາຍ ແລະເກີດການຟ້ອງຮ້ອງເປັນຄະດີຄວາມຈຳນວນໜຶ່ງເປັນຕົ້ນມີບາງສະຖາບັນການເງິນຍັງບໍ່ພັດທະນາລະບົບບັນຊີຂອງຕົນໃຫ້ໄດ້ມາດຕະຖານຕາມທີ່ ທຫລ ກຳນົດໄວ້ ເຮັດໃຫ້ບໍ່ສາມາດລາຍງານຂໍ້ມູນໃຫ້ ທຫລ ທັນຕາມກຳນົດເວລາ ແລະຂໍ້ມູນອາດມີການດັດແກ້ເຮັດໃຫ້ບໍ່ມີຄວາມໜ້າເຊື່ອຖື.

  ຂະນະດຽວກັນການບໍລິຫານຈັດການຂອງບາງສະຖາບັນການເງິນຍັງບໍ່ໄດ້ດີເທົ່າທີ່ຄວນເຮັດໃຫ້ເກີດການຂາດສະພາບຄ່ອງ, ບໍ່ສາມາດສົ່ງຄືນເງິນຝາກ ແລະດອກເບ້ຍໃຫ້ແກ່ລູກຄ້າຕາມທີ່ໄດ້ກຳນົດເວລາ; ບາງສະຖາບັນພັດມີພຶດຕິກຳແອບແຝງເພື່ອລະດົມເງິນ ຫຼື ປ່ອຍສິນເຊື່ອເປັນເງິນຕາຕ່າງປະເທດຊຶ່ງຜິດກັບກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະເປັນການເຄື່ອນໄຫວເກີນຂອບເຂດທີ່ ທຫລ ອະນຸຍາດ.

  ແນວໃດກໍດີຕໍ່ກັບບັນຫາທັງໝົດນັ້ນທ່ານຫົວໜ້າກົມຄຸ້ມຄອງສະຖາບັນການເງິນຢ້ຳວ່າ: ແຕ່ນີ້ໄປ ທຫລ ຈະເອົາໃຈໃສ່ຕິດຕາມຢ່າງໃກ້ຊິດເພື່ອແກ້ໄຂບັນ ຫາບົນພື້ນຖານລະບຽບຫຼັກການທີ່ກຳນົດໄວ້ ແລະແກ້ໄຂໃຫ້ໄດ້ໃນປີ 2019 ຫາກສະຖາບັນການເງິນໃດເຄື່ອນໄຫວນອກເໜືອຈາກຂອບເຂດທີ່ໄດ້ຮັບອະນຸ ຍາດຕ້ອງຖືກປະຕິບັດວິໄນຢ່າງເຂັ້ມງວດ ແລະເດັດຂາດ.

 ທັງນີ້ ທ່ານ ອາລຸນ ບຸນຍົງ ໄດ້ຮຽກຮ້ອງຜ່ານສື່ມວນຊົນຂອງພວກເຮົາໄປໃຫ້ສັງຄົມຮັບຊາບວ່າ: ທຫລ ບໍ່ໄດ້ອະນຸຍາດໃຫ້ສະຖາບັນການເງິນຈຸລະພາກໃດລະ ດົມເງິນຝາກ ຫຼື ປ່ອຍກູ້ເປັນເງິນຕາຕ່າງປະເທດຢ່າງເດັດຂາດ; ດັ່ງນັ້ນ, ຈິ່ງຂໍແຈ້ງໃຫ້ສັງຄົມຢ່າຫຼົງເຊື່ອຕໍ່ຄຳໂຄສະນາຂອງພວກຄົນບໍ່ດີເປັນອັນຂາດ ແລະຖ້າພົບເຫັນພຶດຕິກຳດັ່ງກ່າວນີ້ຂໍໃຫ້ສົ່ງຂໍ້ມູນ ຫຼື ແຈ້ງໂດຍດ່ວນມາຍັງກົມຄຸ້ມຄອງສະຖາບັນການເງິນ ທຫລ ຕາມເບີໂທລະສັບ 021-265712 ເພື່ອດໍາເນີນມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍໄດ້ຢ່າງທັນການ.