ຄະນະສະເພາະກິດປືກສາຫາລືແຜນຜ່ອນຜັນບາງມາດຕະການ

  ວັນທີ 27 ເມສາ 2020 ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມຂື້ນເພື່ອປຶກສາຫາລືກ່ຽວ ກັບແຜນການຜ່ອນຜັນບາງມາດຕະການຫຼັງວັນທີ 3 ພຶດສະພາ 2020 ຖ້າບໍ່ມີລາຍງານກໍລະນີຕິດເຊື້ອພະຍາດໂຄວິດ-19 ໃຫມ່ໃນ ສປປ ລາວ.

  ກອງປະຊຸມໄດ້ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວດິ -19 ໂດຍການເຂົ້າຮ່ວມຂອງຄະນະດັ່ງກ່າວ.

 ຈຸດປະສົງຂອງແຜນການຜ່ອນຜັນບາງມາດຕະການຫຼັງວັນທີ 3 ພຶດສະພາ 2020 ແມ່ນເພ່ືອໃຫ້ມີຄວາມປອດໄພຕໍ່ຊີວິດ ແລະຊັບສິນຂອງພ່ໍແມ່ປະຊາຊົນບັນດາເຜົ່າເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງ ສປປ ລາວ ແລະເພື່ອເປັນທິດທາງ ແລະ ບ່ອນອີງໃນການຜ່ອນຜັນມາດຕະການໃນຂອງເຂດທົ່ວປະເທດພ້ອມກັນນັ້ນເປັນການຈໍາກັດບ່ໍໃຫ້ມີການແຜ່ລະບາດເປັນວົງກວ້າງ ແລະ ກັບຄືນມາຮອບໃຫມ່ຂອງພະຍາດໂຄວິດ- 19 ເພື່ອໃຫ້ຊຸມຊົນໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ ແລະມີຜົນກະທົບຕໍ່ເສດຖະກິດ-ສັງຄົມຫນ້ອຍທ່ີສຸດ ແລະເພື່ອໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະຄວາມຫມັ້ນຄົງຂອງຊາດ.

 ການກໍານົດໄລຍະເວລາຜ່ອນຜັນແມ່ນມີ 2 ໄລຍະຄື: ໄລຍະທີ 1 ແຕ່ວັນທີ 4 ຫາ 31 ພຶດສະພາ 2020 ແລະໄລຍະທີ 2 ແຕ່ວັນທີ 1 ຫາ 30 ມິຖຸນາ 2020 ໃນນັ້ນມາດຕະການຜ່ອນຜັນສໍາລັບໄລຍະທີ 1 ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃຫມ່ໃນ ສປປ ລາວ ຈົນຮອດວັນ ທີ 3 ພຶດສະພາ 2020 ປະກອບມີ: ການອະນຸຍາດໃຫ້ສໍານັກງານ-ອົງການເປີດດໍາເນີນການໃຫ້ພະນັກງານ-ລັດຖະກອນມາເຮັດວຽກປົກກະຕິ, ການອະນຸຍາດໃຫ້ພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດສາມາດອອກຈາກເຮືອນເດີນທາງຢູ່ໃນແຂວງກໍລະນີຈໍາເປັນ, ການອະນຸຍາດໃຫ້ມີການຈັດຝຶກອົບຮົມ, ການປະຊຸມທາງກາງ ແລະ ກິດຈະກໍາທາງສາສະໜາ, ການອະນຸຍາດໃຫ້ອອກກໍາລັງກາຍ ຫຼືຫຼີ້ນກີລາກາງແຈ້ງ, ການອະນຸຍາດເປີດໂຮງງານ ແລະໂຄງການໃຫຍ່ ແລະການອະນຸຍາດເປີດໂຮງຮຽນ.

  ສ່ວນໄລຍະທີ 2 ຖ້າບໍ່ມີລາຍງານກໍລະນີຜູ້ຕິດເຊື້ອໃຫມ່ຮອດວັນທີ 31 ພຶດສະພາ 2020 ແລະສະພາບການເກີດພະຍາດໂຄວິດ-19 ໃນບັນດາປະເທດໃກ້ຄຽງມີທ່າອ່ຽງຫຼຸດລົງປະກອບມີ: ການຍົກເລີກບັນດາມາດຕະການທັງຫມົດໃນຄໍາສັ່ງເລກທີ 06/ນຍ ແລະການຍົກເວັ້ນມາດຕະການຫ້າມການເດີນທາງເຂົ້າປະເທດຂອງຜູ້ເດີນທາງທົ່ວໄປເຖິງແນວໃດກໍຕາມ, ມາດຕະການຜ່ອນຜັນນີ້ແມ່ນເປັນການຊົ່ວຄາວຖ້າມີການລາຍງານກໍລະນີຜູ້ຕິດເຊື້ອເກີດຂື້ນຢູ່ໃນແຂວງໃດແຂວງໜື່ງແມ່ນຈະໄດ້ຈໍາກັດການເຂົ້າ-ອອກ ແລະປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນ,ຖ້າຫາກເກີດມີການລາຍງານຜູ້ຕິດເຊື້ອເກີດເປັນກຸ່ມຫຼາຍກວ່າ 2 ແຂວງ ແມ່ນຈະໄດ້ກັບມາປະຕິບັດຄໍາສັ່ງເລກທີ 06/ນຍ ຄືນໃຫມ່ຢ່າງເຂັ້ມງວດ.

------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ