ນາຍົກລົງຕິດຕາມການປະຕິບັດວຽກແພດໝໍ ໂຮງໝໍມິດຕະພາບ

  ໃນຕອນເຊ້ົາຂອງວັນທີ 27 ເມສາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວດິ-19 ໄດ້ລົງຢ້ຽມຢາມ ແລະຕິດຕາມສະພາບການປະຕິບັດວຽກງານການກວດກາຄັດກອງ ແລະປິ່ນປົວຄົນເຈັບທ່ີຕິດເຊື້ອພະຍາດໂຄວິດ-19 ຂອງທີມແພດຫມໍທີ່ໂຮງຫມໍມິດຕະພາບ.

  ທ່ານ ດຣ ສະຫນອງ ທອງຊະນະ ຜູ້ອໍານວຍການໂຮງຫມໍມິດຕະພາບໄດ້ໃຫ້ຮູ້ວ່າ: ປະຈຸບັນໂຮງຫມໍມິດຕະພາບພວມສືບຕໍ່ປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ຈໍານວນ 11 ຄົນ ຊຶ່ງອາການຂອງຄົນເຈັບເຫຼົ່ານີ້ແມ່ນຢູ່ຂັ້ນຊົງຕົວເບົາບາງ ແລະຄົບກໍານົດການກິນຢາແລ້ວປະຈຸບັນແມ່ນຍັງລໍຖ້າການກວດເພື່ອຢັ້ງຢືນເຊື້ອພະຍາດໂຄວດິ ຄືນຕື່ມອີກພ້ອມນີ້ຍັງສືບຕໍ່ເຝົ້າລະວັງ ແລະ ຄັດກອງຄົນເຈັບກໍລະນີສົງເພື່ອກວດຫາເຊື້ອ ແລະ ປິ່ນປົວໃຫ້ທັນການໂອກາດດຽວ, ກັນນີ້ທ່ານນາຍົກລັດຖະມົນຕີກໍໄດ້ສະ ແດງຄວາມຊົມເຊີຍ ແລະເປັນຫ່ວງເປັນໃຍຕໍ່ບັນດາແພດໝໍ, ພະຍາບານທີ່ກໍາລັງປະຕິບັດຫນ້າທີ່ດ້ວຍຄວາມເສຍສະຫຼະເພື່ອຊ່ວຍເບີ່ງແຍງ ແລະປິ່ນປົວຄົນເຈັບຢ່າງບໍ່ຮູ້

ອິດຮູ້ເມືອຍຫຼັງຈາກທີ່ນັກຮົບເສື້ອຂາວເຫຼົ່ານ້ັນໃຫ້ການບໍລິການປິ່ນປົວຄົນເຈັບແລ້ວຍັງໄດ້ຈໍາກັດບໍລິເວນຕົນເອງອີກໂດຍບໍ່ໄດ້ກັບໄປຫາຄອບຄົວ, ພ້ອມກັມນີ້ ທ່ານ ທອງ ລຸນ ສີສຸລິດ ຍັງໄດ້ສະແດງຄວາມເປັນຫວ່ງຕໍ່ຊີວິດການເປັນຢູ່ລວມທັງສະຖານທີ່ ແລະ ອຸປະກອນຕ່າງໆທີ່ຮັບໃຊ້ໃນການປະຕິບັດວຽກງານຮັບມືກັບພະຍາດໂຄວິດ-19, ນອກນີ້ຍັງໄດ້ໃຫ້ກໍາລັງໃຈຄົນເຈັບທີ່ກໍາລັງປິ່ນປົວຢູ່ໂຮງໝໍແຫ່ງນີ້ໃຫ້ປິ່ນປົວດີໄວໆ ແລະໃຫ້ປະຕິບັດຕາມຄໍາແນະນໍາຂອງແພດໝໍຢ່າງເຄັ່ງຄັດ.

--------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ