ລັດອາດສູນເສຍລາຍຮັບປະມານ 6 ພັນຕື້ກວ່າກີບ ຈາກຜົນກະທົບໂຄວິດ-19

 ການແຜ່ລະບາດຂອງໂຄວິດ-19 ສົ່ງຜົນກະທົບຕໍ່ລາຍຮັບງົບປະມານລັດ ແລະແລະການຊ່ວຍເຫຼືອລ້າຊຶ່ງໃນນັ້ນມີລາຍຮັບຂອງລັດຖະບານທີ່ຕິດພັນກັບການທ່ອງທ່ຽວເປັນຕົ້ນແມ່ນການບິນ, ຄ່າບີນຜ່ານ ແລະລາຍຮັບຄ່າທໍານຽມຄ່າວິຊາ ແລະອື່ນໆຈະໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້.

  ອີງຕາມຄາດຄະເນຂອງກະຊວງການເງິນລັດຖະບານອາດຈະສູນເສຍລາຍຮັບປະມານ 6.000 ກວ່າຕື້ກີບ ໃນນັ້ນ, ການສູນເສຍລາຍຮັບງົບປະມານຈາກການເຈັບຄ່າ ທໍານຽມຈາກພາຫະນະ ແລະ ຄົນເຂົ້າອອກປະມານ 41,2 ຕື້ກີບ ໃນໄລຍະ 4 ເດືອນການເກັບອາກອນບໍ່ຕໍ່າກວ່າ 1.000 ຕື້ກີບ ແລະ ການບໍລິການຜ່ານການບິນ, ພາສີ ແລະອື່ນໆ.

  ເນື່ອງຈາກບັນດາປະເທດຄູ່ຮ່ວມພັດທະນາຂອງ ສປປ ລາວ ກໍປະເສີດກັບບັນຫາການແຜ່ລະບາດພະຍາດໂຄວິດ-19 ໃນໄລຍະສັ້ນພວກເຮົາອາດພົບຄວາມຫຍຸ້ງ ຍາກໃນການໄດ້ຮັບຄວາມຊ່ວຍເຫຼືອເຖິງຢ່າງໃດກໍຕາມລັດຖະບານຍັງຈະໄດ້ຮັບທຶນຊ່ວຍເຫຼືອຈາກປະເທດເພື່ອນບ້ານ ແລະເງິນກຸ້ຢືມຈໍານວນໜຶ່ງເຊັ່ນ: ຈີນຊ່ວຍ 7 ກວ່າຕື້ກີບ, ຫວຽດນາມ 3 ແສນໂດລາແລະເງິນກູ້ທະນາຄານໂລກ 18 ລ້ານໂດລາ ລວມເປັນມູນຄ່າປະມານ 188 ຕື້ກີບ.

____________

ໜັງສືພິມເສດຖະກິດ-ສັງຄົມ