ມູນນິທິຮ່ວມໃຈພັດທະນາ ແລະກາແດງລາວ ມອບເຄື່ອງຊ່ວຍເຫຼືອໄຊທານີ

 ວັນທີ 24 ເມສາຜ່ານມາທີ່ຫ້ອງການປົກຄອງເມືອງໄຊທານີ ນະຄອນຫຼວງວຽງຈັນມູນນິທິຮ່ວມໃຈພັດທະນາລາວຮ່ວມກັບອົງການກາແດງລາວສືບຕໍ່ມອບເຂົ້າສານອາ ຫານແຫ້ງໃຫ້ແກ້ ເມືອງໄຊທານີ ແລະດົງໂດກໂດຍໃຫ້ກຽດເຂົ້າຮ່ວມມອບ-ຮັບທ່ານຄຳປະດິດເຂັມມານິດເຈົ້າເມືອງໄຊທານີ, ທ່ານ ບຸນທະວົງ ບຸນເລີດ ຕ່າງໜ້າມູນນິທິຮ່ວມໃຈພັດທະນາ, ທ່ານ ສິງເມນຸເລີດ ອົງການກາ ແດງລາວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ບຸນທະວົງ ບຸນເລີດ ຄະນະມູນນິທິຮ່ວມໃຈພັດທະນາລາວກ່າວວ່າ: ມູນນິທິຮ່ວມໃຈພັດທະນາເປັນໂຄການທີ່ໃຫ້ການຊ່ວຍເຫຼືອແບ່ງເບົາໃຫ້ການຊ່ວຍເຫຼືອສັງຄົມຕະຫຼອດມາໂດຍສະເພາະຜູ້ທີ່ຂາດເຂີນ ແລະໄລຍະນີ້ຖືກເປັນຊ້ວງວິກິດໂຄວິດ-19 ທາງພວກເຮົາກໍ່ເຫັນຄວາມສຳຄັນຂອງປະຊາຊົນຊຶ່ງໄລຍະຜ່ານມາກໍ່ໄດ້ຊ່ວຍເຫຼືອຫຼາຍບ້ານຫຼາຍເມືອງພ້ອມນຳອຸປະກອນແພດໝໍ.

  ສຳລັບການມອບເຄື່ອງຄັ້ງນີ້ປະກອບມີເຂົ້າສານຂໄກ່ ແລະໝີ່ຈຳນວນ200 ຊຸດ ລວມມູນຄ່າທັງໝົດ 15 ລ້ານກີບ ຊຶ່ງເຄື່ອງດັ່ງກ່າວມອບໃຫ້ພໍ່ແມ່ປະຊາຊົນເນັ້ນບ້ານທີ່ຮັບຜົນກະທົບບ້ານສ້າງຄູກັບຄຳຮຸ່ງທີ່ 2 ບ້ານມີຜູ້ຕິດເຊື້ອ ແລະສຸດທ້າຍທ່ານ ບຸນທະວົງ ກໍ່ຢືນຢັນ ແລະຈະສືບຕໍ່ໂຄງການນຳເອົາເຄື່ອງຊ່ວຍເຫຼືອໄປແຈກຢາຍໃຫ້ພໍ່ແມ່ປະຊາຊົນທົ່ວເຖິງ.

______________

ຂຽນໂດຍບຸນນິກ  

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ