ສູນການຄ້າບາຊາ-ບີ ເຂັ້ມງວດເຝົ້າລະວັງໂຄວິດ-19

  ທ່ານ ພົງປຣະເສີດ ກັນລະຍາ ປະທານບໍລິຫານສູງສຸດບໍລິສັດບາຊາ-ບິ ແຄັດແອນແຄຣີ່ການຄ້າຈຳກັດເປີດເຜີຍໃຫ້ຮູ້ວ່າ: ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ບັນດາປະເທດແມ່ນຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງກວມເອົາທຸກປະເທດໃນໂລກຈຳນວນຜູ້ຕິດເຊື້ອ ແລະຜູ້ເສຍຊີວິດຈາກເຊື້ອພະຍາດດັ່ງກ່າວກໍໄດ້ເພີ່ມຂຶ້ນທຸກມື້ສຳລັບຢູ່ ສປປ ລາວ ເຖິງວ່າລັດຖະບານໄດ້ມີມາດຕະການສະກັດກັ້ນ ແລະກັນການລະບາດພະຍາດນີ້ຢ່າງຈິງຈັງໃນໄລຍະຜ່ານມາພ້ອມກັນນີ້ທົ່ວພັກ,ທົ່ວລັດ ແລະທົ່ວສັງຄົມກໍໄດ້ເອົາໃຈໃສ່ເຂົ້າຮ່ວມປະຕິບັດແຕ່ມີການລະບາດເຖິງປະຈຸບັນຈະບໍ່ມີຜູ້ຕິດເຊື້ອໃຫມ່ຫລາຍວັນແຕ່ພະຍາດດັ່ງກ່າວຢູ່ ສປປ ລາວ ແມ່ນຍັງມີຄວາມສ່ຽງຢູ່.

  ສະນັ້ນເພື່ອບໍ່ໃຫ້ພະຍາດແຜ່ລາມອອກໄປໄດ້ຕື່ມນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈື່ງໄດ້ຄຳສັ່ງສະບັບເລກທີ 06/ນຍ ລົງວັນທີ 29 ມີນາ2020 ເພື່ອນຳໃຊ້ຫຼາຍມາດຕະການສູງສຸດໃນການສະກັດກັ້ນ ແລະ ຄວບຄຸມ ແລະ ກໍໄດ້ມີການຂະຫຍາຍເວລາຮອດວັນທີ 3 ພຶດສະພາ ຈາກສະພາຍດັ່ງກ່າວສູນຄ້ການຄ້າຂອງພວກເຮົາໃນຜ່ານມາກໍຄືປະຈຸບັນໄດ້ມີຄວາມເຂັ້ມງວດໃນການຕິດຕາມກວດກາເຝົ້າລະວັງໂດຍລູກຄ້າທີ່ຈະເຂົ້າສູນການຄ້າຕ້ອງໃສ່ຝ້າອັດປາກທຸກຄົນກ່ອນເຂົ້າຈະໄດ້ຮັບການວັດແທກ ອຸນຫະພູມ ແລະເອົາໃຈໃສ່ໃນການຕອບສະຫນອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຂອງລູກ ແລະລາຄາກໍຢູ່ໃນເກນປົກກະຕິໂດຍມີການສັບປ່ຽນປະຈຳການພະນັກ ງານທີ່ມີປະຈຸບັນ 200 ກວ່າຄົນໄດ້ເຮັດວຽກປົກກະຕິ.

 ທັງນີ້ທ່ານໄດ້ສະເໜີມາຍັງພໍ່ແມ່ປະຊາຊົນລາວທຸກຄົນກໍຕ້ອງໝັ່ນເອົາໃຈໃສ່ປະຕິບັດເຂັ້ມງວດບັນດາວິທີການປ້ອງກັນເພື່ອເຮັດໃຫ້ຕົນເອງ ແລະ ລູກຫຼານໝູ່ເພື່ອນຄົນໃກ້ຊິດອ້ອມຂ້າງປອດໄພຫ່າງໄກຈາກເຊື້ອພະຍາດໂຄວິດ-19.

___________

ໜັງສືພິມເສດຖະກິດ-ສັງຄົມ