ມື້ທີ 14 ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19

  ວັນທີ 23 ເມສາຜ່ານມາ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດອອກມາຖະແຫຼງຂ່າວຕໍ່ສື່ມ່ວນຊົນຖືວ່າເປັນຂ່າວດີຂອງລາວມື້ທີ 14 ບໍ່ພົບຜູ້ຕິດເຊື້ອໂຄວິດ-19.

  ສະພາບການເຝົ້າລະວັງ COVID- 19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 25 ເມສາ 2020 ວຽກງານຈຸດຜ່ານດ່ານຈໍານວນຜູ້ເດີນທາງເຂົ້າມາມີທັງ ໝົດ 1,683 ຄົນ ຈຸດຜ່ານດ່ານລາວ-ໄທ ທັງໝົດ 1,083 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 2 ຄົນ, ດ່ານລາວ-ຈີນທັງໝົດ 113 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງ ສິນຄ້າຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 487 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າຜົນກວດທັງໝົດ 74 ຄົນ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 25 ເມສາ 2020 ບໍ່ມີກໍລະນີໃໝ່.

  ນັບແຕ່ເດືອນມັງກອນຮອດວັນທີ 25 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ 1,735 ຕົວຢ່າງ, ກວດ ພົບເຊື້ອສະສົມ 19 ຄົນ (14 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ.

ປະຈຸບັນມີຜູ້ຕິດເຊື້ອນອນຕິດຕາມປິ່ນປົວຢູ່ໂຮງໝໍພຽງແຕ່ 12 ຄົນ ຢູ່ໂຮງໝໍແຂວງຫຼວງພະບາງ ມີ 1 ຄົນ ເປັນເພດຊາຍ,ເຫັນວ່າມີອາການຄົງຕົວຂັ້ນເບົາບາງ ແລະຍັງຕິດຕາມປິ່ນປົວຕາມອາການຢູ່ໂຮງໝໍມິດຕະພາບ ມີ11 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະຍັງຕິດຕາມປິ່ນປົວຕາມອາການ.

______________

ຂຽນໂດຍບຸນນິກ    

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ