ລົງກວດກາອຸປະກອນການແພດເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19

  ໃນຕອນບ່າຍວັນທີ 24 ເມສາ 2020, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕິີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະພະລາທິການ ຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ພ້ອມດ້ວຍຄະນະໄດ້ໄປເຄື່ອນໄຫວເຮັດວຽກກວດກາເບີ່ງອຸປະກອນການແພດ ແລະເຄື່ອງຊ່ວຍເຫຼືອຕ່າງໆທີ່ສາງພະລາທິການການແພດເຂດດົງໂພສີນະຄອນຫຼວງວຽງຈັນ,ເພື່ອຕ້ານການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຢູ່ສປປ ລາວ.

 ໂດຍໄດ້ຮັບການຕ້ອນຮັບ ແລະລາຍງານໂດຍສັງເຂບຂອງທ່ານ ນາງ ມະນີສອນ ໄຊຍະເສນ ຫົວໜ້າຂະແໜງພະລາທິການການແພດຕໍ່ທ່ານຮອງລັດຖະມົນຕິກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພະລາທິການ, ພ້ອມດ້ວຍຄະນະກ່ຽວກັບອຸປະກອນການແພດ ແລະ ເຄື່ອງຊ່ວຍເຫຼືອຕ່າງໆລະບົບສາງຕົວຈິງທີ່ໄດ້ມີການເກັບມ້ຽນພາຍໃນສາງ, ພ້ອມທັງສະເໜີລະບົບບັນຊີອອນລາຍ, ການບັນທຶກການຮັບເຄື່ອງຊ່ວຍເຫຼືອຕ່າງໆ, ຊຶ່ງພາຍໃນສູນດັ່ງກ່າວປະກອບສາງເກັບມ້ຽນອຸປະ ກອນການແພດແບບຫ້ອງຕິດຕັ້ງເຄື່ອງປັບອາກາດ ຫຼືສາງເຢັນ ແລະມີສາງເກັບມ້ຽນທຳມະດາ.

  ໃນໂອກາດດຽວກັນ, ທ່ານ ບຸນໂຈມ ອຸບົນປະເສີດ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ໃຫ້ສຳ ພາດຕໍ່ສື່ມ່ວນວ່າ: ການລົງມາເຮັດ ວຽກຢູ່ສູນດັ່ງກ່າວນີ້ເພື່ອເປັນການກວດກາເບິ່ງຕົວຈິງ ບັນດາຂະບວນການເກັບຮັກສາອຸປະກອນການແພດ ແລະເຄື່ອງຊ່ວຍເຫຼືອຕ່າງໆທີ່ໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ, ພ້ອມທັງຕິດຕາມລະບົບເອເລັກໂທຣນິກໃນການຮັບເອົາເຄື່ອງຊ່ວຍເຫຼືອຈາກພາກສ່ວນຕ່າງໆເຂົ້າມາໃນສາງຂະ ບວນການລົງບັນຊີ, ການຈັດສັນອຸປະກອນແຕ່ລະປະເພດ,ເພື່ອຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ, ທວງທັນກັບສະພາບການເພື່ອນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປລາວ.

  ສຳລັບອຸປະກອນການແພດຈະໄດ້ມີການຈັດສົ່ງແຈກຢາຍໃຫ້ບັນດາໂຮງໝໍ, ເມືອງແຂວງຕ່າງໆທີ່ມີຄວາມຕ້ອງການຕາມແຜນງານຈຸດສຸມ, ພ້ອມນັ້ນເພື່ອລົງເກັບກຳຈຳນວນເຄື່ອງທີ່ຍັງຄ້າງຢູ່ສາງອັນເຫັນວ່າໃດມີຄວາມຈຳເປັນຢ່າງຮີບດ່ວນໃນການຈັດຊື້, ຊຶ່ງໃນປັດຈຸບັນຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ຕົກລົງແຕ່ງຕັ້ງຄະນະຈັດຊື້ຈັດຈ້າງເພື່ອຈັດຊື້ອຸປະກອນທາງການແພດເຂົ້າມາເພື່ອຕ້ານການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວໃຫ້ໝົດໄປ.

----------------

ໜັງສືພິມເສດຖະກິດ-ສັງຄົມ