ລັດກຽມຈ່າຍຄ່າຊົດເຊີຍແຮງງານຜູ້ລະ 5 ແສນກີບຕໍ່ເດືອນຫຼັງຖືກກະທົບໂຄວິດ-19

  ກະຊວງແຮງງານ ແລະສະຫວັດດີການສັງຄົມ ຫຼື ຮສສ ສະເໜີໃຫ້ລັດຖະບານພິຈາລະນາຖົມຂຸມຊົດເຊີຍຊ່ວຍຜູ້ອອກແຮງງານທີ່ເປັນສະມາຊິກກອງທຶນປະກັນສັງ ຄົມຫຼັງຖືກສັ່ງຢຸດການເຮັດວຽກເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຜູ້ລະ 5 ແສນກີບຕໍ່ເດືອນໃນລະຫວ່າງພຶດສະພາ ແລະມິຖຸນານີ້ດ້ານກະຊວງການເງິນເຫັນວ່າບັນຫານີ້ ຍັງບໍ່ທັນມີນິຕິກຳຊັດເຈນ ແລະຍັງຈະ ໄດ້ສືບຕໍ່ລົງເລິກຕື່ມອີກ ເພື່ອໃຫ້ມີຄວາມ ເອກກະພາບທາງສັງຄົມຂະນະທີ່ຕົວເລກຜູ້ປະກັນຕົນໃນລະບົບປະກັນສັງຄົມພາກ ວິສາຫະກິດປະຈຸບັນມີຈຳນວນທັງໝົດ 1,16 ແສນຄົນ ໃນນີ້ຄາດຄະເນວ່າ 96,17 ພັນຄົນຖືກພັກວຽກຫາກລັດຖະບານຈ່າຍຊົດເຊີຍກໍຈະຕົກເປັນເງິນລວມຢູ່ປະມານ 96,17 ຕື້ກີບ ໃນ 2 ເດືອນ ດັ່ງກ່າວ.


   ອີງຕາມບົດລາຍງານຂອງກະຊວງ ຮສສ ໄດ້ສະເໜີບັນຫາ 3 ຂໍ້ຕໍ່ລັດຖະບານໃນການຊ່ວຍຜູ້ປະກອບການ ແລະແຮງງານໃນລາວຫຼັງຖືກກະທົບຈາກພະຍາດໂຄວິດ -19 ທີ່ລະບາດໃນເວລານີ້ຢູ່ທົ່ວ ໂລກ ກໍຄືຢູ່ ສປປ ລາວ ຊຶ່ງອັນທຳອິດສະ ເໜີໃຫ້ລັດຖະບານອອກແຈ້ງການ ເຖິງຜູ້ ປະກອບການເຮືອນເຊົ່າ, ຫ້ອງເຊົ່າເພື່ອຫຼຸດຜ່ອນ ຫຼື ເລື່ອນຄ່າເຊົ່າ ຫຼືຍົກເວັ້ນຄ່າເຊົ່າໃຫ້ແກ່ແຮງງານໃນຊ້ວງເດືອນພຶດສະພາ ແລະເດືອນມິຖຸນາ 2020 ໂດຍ ລັດຖະບານມີນະໂຍບາຍຫຼຸດຜ່ອນ ຫຼືຍົກເວັ້ນການເກັບອາກອນຄ່າເຊົ່າຈາກຜູ້ປະກອບການ.
  ຕໍ່ມາສະເໜີໃຫ້ມີການປະເມີນບັນດາໂຮງງານມທີ່ມີຄວາມພ້ອມໃນການປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຖ້າໂຮງງານໃດມີມາດຕະຖານຄົບຖ້ວນກໍໃຫ້ສືບຕໍ່ດຳເນີນກິດຈະການຜະລິດຄືນໃໝ່ທັງນີ້ກໍເພື່ອໃຫ້ແຮງງານສາມາດມີລາຍຮັບລ້ຽງຊີບຫຼຸດຜ່ອນການຊ່ວຍໜູນຂອງລັດຖະບານ.
  ສຳລັບຂໍ້ສຸດທ້າຍກະຊວງ ຮສສ ໄດ້ສະເໜີໃຫ້ລັດຖະບານພິຈາລະນາຊ່ວຍຜູ້ອອກແຮງງານຜູ້ທີ່ເປັນສະມາຊິກກອງທຶນປະກັນສັງຄົມທີ່ຖືກສັ່ງໃຫ້ຢຸດກິດຈະການເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ທີ່ບໍ່ໄດ້ຮັບເງິນເດືອນ ຫຼືຄ່າແຮງງານແຕ່ຍັງຢູ່ໃນຖານະເປັນຜູ້ປະກັນຕົນຕາມກົດໝາຍວ່າປະກັນສັງຄົມຜູ້ລະ 5 ແສນກີບແມ່ນເງິນຂອງລັດໃນໄລຍະເດືອນພຶດສະພາ ແລະມິຖຸນາ ສ່ວນກອງທຶນປະກັນສັງຄົມແມ່ນຈະປະຕິບັດຕາມເງື່ອນໄຂການອຸດໜູນປະກັນສັງຄົມ.


  ຢ່າງໃດກໍຕາມອີງໃສ່ບົດລາຍງານຂອງກະຊວງການເງິນທີ່ຜ່ານການຄົ້ນຄວ້າກັບກະຊວງ ຮສສ ເຫັນວ່າອັນໃດທີ່ກຳນົດໄວ້ໃນກົດໝາຍ ຫຼືນິຕິກຳແລ້ວກໍສາມາດປະຕິ ບັດໄດ້ເລີຍໂດຍສະເພາະກ່ຽວກັບນະໂຍບາຍສະເໜີໃຫ້ຜູ້ໃຊ້ແຮງງານຮັບຜິດຊອບສືບຕໍ່ຈ່າຍເງິນເດືອນ ຫຼືຄ່າແຮງງານໃນເດືອນເມສາໃນອັດຕາ 50% ຂອງເດືອນທີ່ໄດ້ ແຕ່ບໍ່ໃຫ້ຫຼຸດຄ່າແຮງງານຂັ້ນຕ່ຳທີ່ລັດຖະບານກຳນົດ.
  ສ່ວນນະໂຍບາຍທີ່ສະເໜີໃຫ້ລັດຖະບານຊ່ວຍຖົມຂຸມຊົດເຊີຍໃຫ້ແຮງງານຜູ້ລະ 5 ແສນກີບ ນັ້ນເຫັນວ່າຍັງບໍ່ທັນມີນິຕິກຳຊັດເຈນ ແລະຍັງຈະໄດ້ສືິບຕໍ່ລົງເລິກກັນຕື່ມອີກເພື່ອໃຫ້ມີຄວາມເອະພາບທາງສັງຄົມ.


  ອີງຕາມຂໍ້ມູນສະຖິຕິເບື້ອງຕົ້ນຈາກສູນສະຖິຕິແຫ່ງຊາດໃນປີ 2017 ຈຳນວນ ແຮງງານທີ່ມີວຽກເຮັດງານທຳປະມານ 1,7 ລ້ານຄົນ ໃນນັ້ນແຮງງານທີ່ຢູ່ໃນລະບົບມີພຽງ 4,6 ແສນຄົນ ສ່ວນ 6,1 ຄົນແມ່ນຢູ່ນອກລະບົບ ແລະອີກ 6,7 ແສນຄົນແມ່ນພາກຄົວເຮືອນໃນນີ້ແມ່ນບໍ່ໄດ້ລວມແຮງງານທີ່ເຄື່ອນຍ້າຍມາຈາກຕ່າງປະເທດທີ່ໄດ້ຮັບຜົນກະທົບຈາກໂຄວິດ-19.
  ຂະນະທີ່ຂໍ້ມູນຈາກກະຊວງແຮງງານ ແລະສະຫວັດດີການສັງຄົມເປີດເຜີຍວ່າ: ຜູ້ປະກັນສັງຄົມໃນພາກວິສາຫະກິດມີຈຳ ນວນທັງໝົດ 1,16 ແສນຄົນ ໃນນັ້ນມີ ບາງວິສາຫະກິດກໍບໍ່ໄດ້ຢຸດກິດຈະການເຊັ່ນ: ທະນາຄານ, ຮ້າຄ້າ, ບໍລິສັດເບຍ, ໂທລະຄົມ, ໄປສະນີ, ນ້ຳປະປາ ແລະ ໄຟຟ້າປະມານ 20,8 ພັນຄົນ ຊຶ່ງຄາດຄະເນວ່າຈະມີຜູ້ອອກແຮງງານທີ່ຖືກຢຸດພັກການຊ້ວງນີ້ປະມານ 96,17 ພັນຄົນ ຊຶ່ງຖ້າຫາກລັດຈ່າຍເງິນອຸດໜູນໄລຍະຢຸດວຽກຜູ້ລະ 5 ແສນກີຕໍ່ເດືອນໃນ 2 ເດືອນນີ້ ຄາດວ່າຈະນຳໃຊ້ເງິນທັງໝົດ 96,17 ຕື້ກີບ.


  ແນວໃດກໍດີກ່ຽວກັບບັນດາຂໍ້ສະເໜີທັງໝົດນັ້ນທາງຄະນະສະເພາະກິດດ້ານເສດຖະກິດເພື່ອຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຈະໄດ້ມີການລາຍງານ ແລະນຳຂໍ້ສະເໜີຕ່າງໆຕໍ່ກອງປະຊຸມລັດຖະບານປະຈຳເດືອນເມສາ 2020 ທີ່ຈະຈັດຂຶ້ນໃນມໍ່ໆຕໍ່ໜ້ານີ້ເພື່ອໃຫ້ທ່ານ ນາຍົກ, ບັນດາຮອງນາຍົກ ແລະຂະແໜງການຕ່າງໆທີ່ກ່ຽວຂ້ອງມີຄຳເຫັນເພີ່ມຕື່ມຕໍ່ມາດຕະການ ແລະນະໂຍບາຍທີ່ທາງຄະນະສະເພາະກິດດ້ານເສດຖະກິດໄດ້ຄົ້ນຄວ້າອອກ ແລະກຳລັງຜັນຂະ ຫຍາຍຢູ່ໃນປະຈຸບັນ.

_____________

ຂຽນໂດຍ: ພະນອມໄພ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ