ເດືອນໜ້າລັດປັບລົງຄ່າໄຟ 2-35% ສ່ວນນໍ້າປະປາ 5%

  ເພື່ອເປັນການບັນເທົາຄວາມເດືອດຮ້ອນປະຊາຊົນຫຼັງຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ລັດຖະບານໄດ້ປັບລົງລາຄາໄຟຟ້າ 2-35% ສ່ວນນໍ້າປະປາກໍປັບລົງເຊັ່ນດຽວກັນ 5% ໂດຍມີຜົນປະຕິບັດນັບແຕ່ເດືອນໜ້າເປັນຕົ້ນໄປ.


  ອີງຕາມບົດລາຍງານຂອງໜ່ວຍງານ ນະໂຍບາຍທີ່ຕິດພັນກັບພາກປະຊາຊົນ ແລະສັງຄົມຂອງຄະນະຕິດຕາມຜົນກະທົບ ແລະຜັນຂະຫຍາຍມາດຕາການດ້ານ ເສດ ຖະກິດເພື່ອແກ້ໄຂຜົນກະທົບຈາກໂຄ ວິດ-19 ຮູ້ວ່າ: ທ່ານລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ໄດ້ອອກແຈ້ງການສະບັບເລກທີ 438/ພບ ລົງວັນທີ 8 ເມສາ 2020 ກ່ຽວກັບການປັບລົງລາຄາໄຟຟ້າໂດຍຜູ້ຊົມໃຊ້ແຕ່ລະປະເພດຈະໄດ້ຮັບສ່ວນຫຼຸດ 2-35% ຂອງລາຄາເດີມໃນນີ້ພາກທີ່ຢູ່ອາໄສຜ່ານມາໄດ້ແບ່ງອອກເປັນ 6 ຂັ້ນຄື: ລາຄາ 348 ກີບ ແລະ 414 ກີບຕໍ່ກິໂລວັດຕໍ່ຊົວໂມງແມ່ນປັບລົງເປັນລາຄາດຽວ 355 ກີບຕໍ່ກິໂລ ວັດຕໍ່ຊົວໂມງ ສ່ວນລາຄາ 799 ກີບ, 880 ກີບ, 965 ກີບ ແລະ 999 ກີບ ແມ່ນໄດ້ເປັບລົງເປັນລາຄາດຽວ 710 ກີບຕໍ່ ກິໂລວັດຕໍ່ຊົວໂມງ,


  ປະເພດລູກຄ້າທີ່ບໍ່ແມ່ນທີ່ຢູ່ອາໄສຄື: ຜູ້ຊົມໃຊ້ເກົ່າທີ່ກໍາລັງໃຊ້ ແລະເປີດກິດຈະການໃໝ່, ເຮັດສັນຍາໃໝ່ ຫຼືລູກຄ້າໃໝ່ຕ່າງກໍໄດ້ຮັບສ່ວນຫຼຸດ 2-35% ນອກນັ້ນຍັງມີນະໂຍບາຍການເລື່ອນເວລາໄລຍະ ຊຳລະເພີ່ມ 15 ວັນເຊັ່ນ: ພາກບໍ່ແມ່ນທີ່ຢູ່ ອາໄສຜູ້ຊົມໃຊ້ທົ່ວໄປ (ບໍ່ມີສັນຍາ)ຈາກເດີມ 7-15 ວັນ ເລື່ອນເປັນ 7-30 ວັນ, ຜູ້ຊົມໃຊ້ກະແສໄຟຟ້າທີ່ມີສັນຍາອະນຸຍາດໃຫ້ເພີ່ມເວລາຊຳລະຕື່ມອີກ 15 ວັນ ພິເສດການປະຕິບັດນະໂຍບາຍຕໍ່ກັບພະນັກງານແພດໝໍທີ່ເຮັດວຽກປະຈຳການຕານພະຍາດໂຄວິດ-19 ຈະ ໄດ້ຮັບສ່ວນຫຼຸດ 15% ໃນສາມເດືອນ ເມສາ-ມິຖຸນາ 2020 ກ່ອນຫັກອາກອນ.


   ສຳລັບນໍ້າປະປາຜູ້ຊົມໃຊ້ປະເພດຄົວເຮືອນກວມເອົາຫຼາຍກວ່າ 90% ແມ່ນຫຼຸດ 5% ໃນເດືອນພຶດສະພາ-ກໍລະກົດ 2020 ສ່ວນລູກຄ້າປະເພດທຸລະກິດສິນຄ້າ (ປະເພດ2) ເຊັ່ນ: ໂຮງງານນໍ້າດື່ມ, ນໍ້າກ້ອນ ແລະອື່ນໆຈະບໍ່ໄດ້ຮັບສ່ວນຫຼຸດ ແລະອາກອນບໍ່ໄດ້ຮັບການຍົກເວັ້ນພຽງແຕ່ໄດ້ຮັບນະໂຍບາຍການເລື່ອນຊຳລະຈາກໜຶ່ງ ເດືອນມາເປັນສອງເດືອນ, ປະເພດລູກຄ້າທຸລະກິດສິນຄ້ານຳໃຊ້ນໍ້າປະປາເປັນວັດຖຸດິບ (ປະເພດ3) ເຊັ່ນ: ນຳໃຊ້ຢູ່ບັນດາໂຮງຈັກ, ໂຮງງານ, ໂຮງແຮມ, ເຮືອນພັກ ແລະອື່ນໆຈະບໍໄດ້ຮັບສ່ວນຫຼຸດແຕ່ສະເໜີໃຫ້ຫຼຸດອາກອນຊົມໃຊ້ 10% ແລະເລື່ອນການຊຳລະຈາກໜຶ່ງເດືອນມາເປັນສອງເດືອນ.


  ສຳລັບລາຄາໃໝ່ໄຟຟ້າ ແລະນໍ້າປະປາແມ່ນຈະເລີ່ມຈັດຕັ້ງປະຕິບັດວັນທີ 1 ພຶດສະພາ 2020 ເນື່ອງຈາກການຕີພິມອອກໃບບິນເກັບເງິນຂອງເດືອນເມສາ 2020 ແມ່ນໄດ້ດໍາເນີນການໄປແລ້ວ.

--------------

ໜັງສືພິມເສດຖະກິດ-ສັງຄົມ