ເມືອງໂຂງ ແຮງງານກັບເຮືອນ 3 ພັນກວ່າຄົນ

  ເມືອງໂຂງ ແຂວງຈໍາປາສັກ ກໍ່ແມ່ນອີກເມືອງໜຶ່ງທີ່ມີແຮງງານຈໍານວນບໍ່ໜ້ອຍກັບມາຈາກການໄປໃຊ້ແຮງງານທີ່ຕ່າງປະເທດ ລະໄດ້ກັກຕົວເອງ 14 ວັນ ຕາມຄໍາສັ່ງລັດຖະບານເພື່ອຕ້ານ ແລະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເມື່ອຫຼ້າສຸດແຮງງານຈໍານວນ 3.252 ຄົນ ທີ່ຖືກກັກຕົວໄວ້ສູນພາຍໃນເມືອງຄົບກໍານົດໄດ້ຮັບອະນຸມັດໃຫ້ກັບເຮືອນເປັນທີ່ຮຽບຮ້ອຍແລ້ວ.

  ທ່ານ ສົມສະໜຸກ ຫອມກິ່ງແກ້ວ ຫົວໜ້າຫ້ອງວ່າການປົກຄອງເມືອງໂຂງແຂວງຈໍາປາສັກ, ໄດ້ລາຍງານໃຫ້ຮູ້ເມື່ອວັນທີ20 ເມສາ 2020 ຜ່ານມານີ້ວ່າ: ນັບແຕ່ມື້ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ຍົກລະດັບການເຝົ້າລະວັງເຊື້ອພະຍາດໂຄວິດ-19 ຂຶ້ນສູ່ລະດັບໃໝ່, ໂດຍສະເພາະນັບແຕ່ວັນທີ 1-19 ເມສາ 2020 ອໍານາດການປົກຄອງເມືອງໂຂງຂອງພວກເຮົາກໍໄດ້ຮັບນິຕິກໍາຕ່າງໆຈາກສູນກາ ລະຂັ້ນແຂວງຫຼັງຈາກນັ້ນກໍໄດ້ຈັດຕັ້ງຜັນຂະຫຍາຍອອກເປັນນິຕິກໍາຂອງເມືອງແລ້ວສົ່ງໃຫ້ບັນດາຫ້ອງການ, ກົມກອງ, ກຸ່ມບ້ານ ແລະບ້ານເພື່ອນໍາໄປຈັດຕັ້ງປະຕິບັດ

 ເຜີຍແຜ່ໃຫ້ປະຊາຊົນໃນທົ່ວສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ພ້ອມນັ້ນກໍ່ຍັງໄດ້ນໍາໃຊ້ສື່ສານມວນຊົນພາຍໃນເມືອງກໍຄືສະຖານີວິທະຍຸ-ໂທລະພາບ ແລະໂທລະໂຄ່ງແຕ່ ລະບ້ານ, ລົດຕິດຕັ້ງເຄື່ອງສຽງແລ້ວປະກາດຕາມທ້ອງຖະໜົນໃນການຜັນຂະຫຍາຍນິຕິກໍາຕ່າງໆຂອງເມືອງເພື່ອໃຫ້ເຂົ້າເຖິງປະຊາຊົນທຸກຊັ້ນຄົນ.

 ປະຈຸບັນເມືອງໂຂງຍັງເຫຼືອແຮງງານທີ່ຖືກກັກຕົວເອງຢູ່ສູນຈໍານວນ 53 ຄົນ, ໃນນັ້ນມີກຸ່ມນາຝັ່ງຈໍານວນ 17 ຄົນ, ກຸ່ມຫາດຊາຍຄູນຈໍານວນ 10 ຄົນ, ກຸ່ມກະດັນ 8 ຄົນ, ກຸ່ມຂະເໝົາ 11 ຄົນ ແລະ ໄດ້ໃຫ້ກັບບ້ານຫຼັງທີ່ຖືກກັກຕົວຄົບກໍານົດຕາມສູນຕ່າງໆທີ່ເມືອງໄດ້ກະກຽມໄວ້ຈໍານວນທັງໝົດ 3.252 ຄົນ.

 ___________

ຂຽນໂດຍໂພທິຣາຊ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ