ລັດວິສະຫະກິດການບິນລາວມອບ-ຮັບໜ້າທີ່ຜູ້ອຳນວຍການ

  ວັນທີ 21 ເມສາ 2020 ທີ່ຫ້ອງປະຊຸມໃຫຍ່ລັດວິສາຫະກິດການບິນລາວໄດ້ຈັດພິທີມອບ-ຮັບໜ້າທີ່ວຽກງານລະຫວ່າງທ່ານ ບຸນມາ ຈັນທະວົງສາ ຜູ້ອໍານວຍການຜູ້ເກົ່າ ແລະທ່ານ ຄໍາຫຼ້າ ພົມມະວັນ ຜູ້ອໍານວຍການຜູ້ໃໝ່ເພື່ອສືບຕໍ່ຊີ້ນໍາ-ນໍາພາ ບໍລິຫານວຽກງານຂອງລັດວິສາຫະກິດການບິນລາວຊຶ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງພ້ອມນີ້ກໍມີຫົວໜ້າກົມຈັດຕັ້ງ ແລະພະນັກງານກະຊວງ ຍທຂ ແລະມີພະນັກງານຫຼັກແຫຼ່ງພາຍໃນລັດວິສາຫະກິດເຂົ້າຮ່ວມ.

  ໃນພິທີ ທ່ານ ບຸນມາ ຈັນທະວົງສາ ຜູ້ອໍານວຍການຜູ້ເກົ່າໄດ້ສະຫຼຸບສັງລວມຂໍ້ມູນວຽກງານເພື່ອມອບໃຫ້ ທ່ານ ຄໍາຫຼ້າ ພົມມະວັນ ຜູ້ອໍານວຍການຜູ້ໃໝ່ສືບຕໍ່ຊີ້ນໍາ-ນໍາພາບໍລິຫານວຽກງານຕໍ່ໄປ.

  ຫຼັງຈາກນັ້ນ ທ່ານ ຄໍາຫຼ້າ ພົມມະວັນ ກໍໄດ້ຂຶ້ນກ່າວຮັບໜ້າທີ່ຊຶ່ງມີຄຳ ເຫັນວ່າ: ຂ້າພະເຈົ້າພ້ອມທັງພະນັກງານຂອງລັດວິສາຫະກິດການບິນລາວຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງວ່າຕະຫຼອດໄລຍະແຕ່ປີ 2018 ມາຮອດປະຈຸບັນ, ພາຍໃຕ້ການຊີ້ນຳ-ນຳພາຂອງຄະນັກ-ຄະນະນຳລັດວິສາຫະກິດເວົ້າສະເພາະແມ່ນທ່ານ ພົຈວ ບຸນມາ ຈັນທະວົງສາ,ທີ່ເປັນຜູ້ອຳນວຍການໃຫຍ່ໄດ້ເອົາໃຈໃສ່ສຸມທຸກກຳລັງເຮື່ອແຮງ ແລະສະຕິປັນຍາຢ່າງເຕັມທີ່ເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຖະບານກໍຄືວຽກງານການດຳເນີນທຸລະກິດຂອງລັດວິສາຫະກິດໃນທ່າມກາງວິກິດຄວາມຫຍຸ້ງຍາກທາງດ້ານການເງິນ ແລະການແຂ່ງຂັນທາງດ້ານທຸລະກິດກັບບັນດາສາຍການບິນຕ່າງໆໃນຂົງເຂດ.

ເພື່ອສືບຕໍ່ຮັກສາ ແລະເສີມຂະຫຍາຍຜົນງານທີ່ທ່ານໄດ້ສ້າງໄວ້ໃຫ້ພວກເຮົາຜ່ານມານັ້ນ, ພວກເຮົາຈະພ້ອມກັນສຸມທຸກກຳລັງແຮງ ແລະສະຕິປັນຍາໃນການສືບຕໍ່ປັບປຸງ ແລະປະຕິບັດແຜນດຳເນີນທຸລະກິດ, ຄ່ຽງຄູ່ໄປກັບການແກ້ໄຂບັນດາຂໍ້ຄົງຄ້າງບົນພື້ນຖານທິດທາງການຄົ້ນຄວ້າຂອງຄະນະສະເພາະກິດກວດກາປັບປຸງຮອບດ້ານລັດວິ ສາຫະກິດການບິນລາວ, ຄະນະປັບປຸງທຸລະກິດການບິນລາວ ແລະທິດຊີ້ນໍາຂອງລັດຖະບານ.

  ເພື່ອບັນລຸໄດ້ຄາດໝາຍສູ້ຊົນດັ່ງກ່າວນັ້ນພວກເຮົາຕ້ອງເປັນເອກະພາບສູງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຢຶດຖືເອົາຜົນປະໂຫຍດຂອງຊາດ ແລະຂອງປະຊາຊົນເປັນກົກ, ປະຕິບັດຕາມລະບຽບກົດໝາຍຂອງລັດຢ່າງເຄັ່ງຄັດ ແລະດ້ວຍຄວາມຮັບຜິດຊອບສູງ, ໃນນີ້ຈະຕ້ອງໄດ້ກຳນົດແຜນຈັດຕັ້ງປະຕິບັດໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງຕະຫຼາດການບິນ ແລະ ຄວາມສາມາດຂອງຕົວຈິງຂອງພວກເຮົາຕິດພັນກັບການປັບປຸງດ້ານການຕະ ຫຼາດ, ການເຊື່ອມໂຍງກັບບັນ ດາສາຍການບິນຕ່າງໆ, ການຮ່ວມມືທາງດ້ານທຸລະກິດ ແລະການປັບປຸງແບບແຜນວິທີການເຮັດວຽກເປັນຕົ້ນ.

  ໃນນີ້ອັນຮີບດ່ວນທີ່ສຸດ, ແມ່ນຈະຕ້ອງຄົ້ນຄວ້າກຳນົດແຜນແກ້ໄຂສະພາບຜົນກະທົບຈາກພະຍາດລະບາດໂຄວິດ-19 ຊຶ່ງເຫັນວ່າພວກເຮົາຈະຕ້ອງໄດ້ສະເໜີລັດຖະ ບານພິຈາລະນາກ່ຽວກັບມາດຕະການ ແລະນະໂຍບາຍທີ່ຈຳເປັນຕ່າງໆເພື່ອປະຄັບປະຄອງຝ່າວິກິດອັນຫຍຸ້ງຍາກໃນຄັ້ງນີ້ໄປໃຫ້ໄດ້, ຈົນກວ່າສະພາບການຈະຄີ່ຄ້າຍແລະສາມາດກັບມາເຮັດການຜະລິດໄດ້ເປັນປົກກະຕິ.

___________

ໜັງສືພິມເສດຖະກິດ-ສັງຄົມ