ສະຫວັນສືບຕໍ່ເຝົ້າລະວັງພະຍາດໂຄວິດ-19 ຢ່າງເຂັ້ມງວດ

  ວັນທີ 20 ເມສາ 2020 ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປະເມີນຜົນຕິດຕາມຄວາມຄືບໜ້າການປະຕິບັດມາດຕະການໂຕ້ຕອບພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມ ວິຫານເຈົ້າແຂວງສະຫວັນນະເຂດພ້ອມຄະນະມີບັນດາພະແນກການອ້ອມຂ້າງແຂວງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານສະເພາະກິດຂັ້ນແຂວງກໍໄດ້ຂຶ້ນຜ່ານບົດລາຍງານຄວາມຄືບໜ້າການປະຕິບັດມາດຕະການໂຕ້ຕອບພະຍາດໂຄວິດ-19 ຊຶ່ງໃຫ້ຮູ້ວ່າ: ນັບແຕ່ມີການລະບາດພະຍາດໂຄວິດ 19 ຢູ່ໃນພາກພື້ນ ແລະ ສາກົນ ແລະ ຢູ່ ສປປ ລາວ ບັນດາການນຳທຸກຂັ້ນກໍ່ຄືບັນດາ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ຂັ້ນແຂວງຂັ້ນເມືອງກໍ່ໄດ້ມີການຊີ້ນຳປະເມີນສະພາບການ ແລະ ວາງແຜນ ການເຄື່ອນໄຫວໃນແຕ່ລະໄລຍະຢ່າງເຂັ້ມງວດ, ໄດ້ຜັນຂະຫຍາຍມະຕິຄຳສັ່ງແຈ້ງການຕ່າງໆຂອງຄະນະນຳກໍ່ຄືຄະນະສະເພາະກິດຂັ້ນສູນກາງ, ກົມ ແລະກະຊວງຕ່າງໆຢ່າງເຂັ້ມງວດພ້ອມນີ້ກໍໄດ້ອອກຄຳສັ່ງເພີ່ມເຕີມຂອງເຈົ້າແຂວງຈຳນວນໜຶ່ງ, ໄດ້ກັ່ນກອງຜູ້ສົງໄສຕິດເຊື້ອທຸກກຸ່ມຄົນທັງພາຍໃນ ແລະຕ່າງປະເທດທີ່ເດີນທາງມາຈາກເຂດສ່ຽງໂດຍສະເພາະກຸ່ມແຮງງານທີ່ເດີນທາງມາຈາກປະເທດເພື່ອນບ້ານໄດ້ມີການສົ່ງເຂົ້າໄປກັກກັນຢູ່ສູນຈຳກັດບໍລິເວນ ແລະຕິດຕາມອາການໃຫ້ຄົບ 14 ວັນ.

  ຜ່ານການຕິດຕາມແຕ່ວັນທີ 20/3- 19/4/2020 ມີສູນຈຳກັດບໍລິເວນສະສົມຈຳນວນ 481 ແຫ່ງ (ໃນນີ້, ປິດແລ້ວ 418 ແຫ່ງ, ຍັງເຫຼືອ 63 ແຫ່ງ) ມີຜູ້ຖືກຈຳກັດບໍລິເວນ 26,2 ພັນຄົນ, ຍິງ 12,6 ພັນຄົນ (ຕ່າງແຂວງ 103 ຄົນຍິງ 44 ຄົນ ແລະ ຕ່າງປະເທດ 1 ຄົນ, ພະນັກງານພູເບ້ຍ 14 ຄົນ) ຕິດຕາມຄົບ 14 ວັນ ແລະອອກກັບບ້ານສະສົມຈຳນວນ 25,8  ພັນຄົນ, ຍິງ 12,5  ພັນຄົນ, ຍັງຄ້າງສູນປະຈຸບັນ 376 ຄົນ, ຍິງ 145 ຄົນ, ມີລາຍງານຄົນເຈັບທົ່ວໄປ 108 ຄົນ, ໄດ້ມີຄົນເຈັບສະແດງອາການຈຳນວນ 92 ຄົນ ແລະມີ 27 ຄົນ ທີ່ມີອາການຄ້າຍຄືກັບພະຍາດໂຄວິດ-19 ຈໍານວນ 27 ຄົນ (ໃນນັ້ນມີຕ່າງປະເທດຈາກບໍ່ຄຳເຊໂປນຄົນ,ພະນັກງານພູເບ້ຍ 1 ຄົນຊຶ່ງເປັນຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອກໍລະນີທີ 11) ຜົນການວິເຄາະຢັ້ງຢືນວ່າເປັນລົບທັງໝົດ 27 ຄົນ ມາຮອດປະຈຸບັນແຂວງສະຫວັນນະເຂດ ຍັງບໍ່ທັນມີຜູ້ຕິດເຊື້ອພະຍາດໂຄວິດ-19.

  ເຖິງວ່າແຂວງສະຫວັນນະເຂດ ຍັງບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ກໍ່ຕາມແຕ່ກໍ່ໄດ້ມີການກະກຽມຄວາມພ້ອມໃນການບົ່ງມະຕິ ແລະປິ່ນປົວຢູ່ໂຮງໝໍແຂວງ ເປັນຕົ້ນແມ່ນຕ້ອງໄດ້ຕິດຕັ້ງເຄື່ອງກວດເຊື້ອຈຳນວນ 1 ເຄື່ອງ, ສາມາດກວດ ໄດ້ 5 ຕົວຢ່າງຕໍ່ມື້, ໄດ້ປັບປຸງຫ້ອງແຍກ ປ່ຽວ ຈຳນວນ 6 ຫ້ອງ, 12 ຕຽງໃນນັ້ນມີເຄື່ອງຊ່ວຫາຍໃຈ 1 ເຄື່ອງ, ເພື່ອເປັນບ່ອນກັ່ນກອງເກັບຕົວຢ່າງ, ໄດ້ມີການປ່ຽນແຜນປັບປຸງຕຶກປິ່ນປົວພາຍ 1 ແລະພາຍໃນ 2 ເປັນສະຖານທີ່ປິ່ນປົວຄົນເຈັບຕິດເຊື້ອ, ສ່ວນຕຶກພິເສດອາດຈະໃຊ້ເປັນບ່ອນພັກແພດ.

  ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ສະແດງຄວາມຄິດເຫັນພ້ອມທັງໃຫ້ທິດຊີ້ນໍາກ່ຽວກັບການຕ້ານ ແລະກັດກັ້ນພະຍາດໂຄວິດ-19 ແມ່ນຕ້ອງໄດ້ເອົາໃຈໃສ່ເນັ້ນໜັກໃຫ້ພະນັກງານວິຊາການ, ແພດໝໍ,ເຈົ້າໜ້າທີ່ຕ່າງໆຕ້ອງຖືເອົາວຽກງານປ້ອງກັນ, ເຝົ້າລະວັງ ເປັນສິ່ງສໍາຄັນ, ສືບຕໍ່ສຶກສາອົບຮົມແນວຄິດຢ່າງລະອຽດເປັນຕົ້ນແມ່ນອໍານາດການປົກຄອງບ້ານຍັງຖືກເບົາ, ຄວາມເປັນເຈົ້າການຍັງບໍ່ທັນໄດ້ດີເທົ່າທີ່ຄວນເພື່ອປະຕິບັດມາດຕະການຕ່າງໆຂອງລັດຖະບານກໍ່ຄືຄຳສັ່ງເລກທີ 06/ນຍ ໃຫ້ມີ ະສິດທິຜົນສູງສຸດ.

____________

ໜັງສືພິມເສດຖະກິດ-ສັງຄົມ