ມື້ທີ 10 ລາວປອດຜູ້ຕິດເຊື້ອໂຄວິດ-19 ແລະປົວຫາຍເຊົາອິກ 2 ຄົນ

   ວັນທີ 22 ເມສາ 2020 ທາງຄະນະຄະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ໄຂພະຍາດອັດເສບປອດໄດ້ສືບຕໍ່ຖະແຫຼງຂ່າວຕໍ່ມ່ວນຊົນໂດຍ ທ່ານ ພູທອນ ເມືອງປາກ ຮອງລັັດຖະມົນຕີກະຊວງສາທາລະນະສຸກຜູ້ປະຈຳການຄະນະສະເພາະກິດຊຶ່ງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມທີ່ສຳຄັນເປັນຂ່າວດີແມ່ນສາມາດຮັກສາຜູ້ຕິດເຊື້ອຫາຍເຊົາໄດ້ອີກ 2 ຄົນ ກັບເມື່ອສູ່ຄອບຄົວປົກກະຕິ.

ໂດຍອີງຕາມການເຝົ້າລະວັງການເຂົ້າ-ອອກດ່ານປະຈຳວັນທີ 21 ເມສາມີຈຳນວນທັງໝົດ 1.424 ຄົນ,ມີຜູ້ເດີນທາງຜ່ານດ່ານລາວ- 877 ຄົນ,ລາວ-ຈີນ 172 ຄົນ ແລະເດີນທາງລາວ-ຫວຽດ 374 ຄົນ. ສຳລັບການເຝົ້າລະວັງ.

   ວັນທີ 21 ຜ່ານມາໄດ້ກັກຕົວຢ່າງມາກວດທັງໝົດ 83 ຄົນ ໃນນັ້ນມີຜູ້ໃກ້ຊິດຜູ້ຕິດເຊື້ອ 21 ຄົນ ກໍລະນີສົງໄສ 11 ຄົນ, ກໍລະນີ້ສົງໄສ 11 ຄົນ ແລະ 51 ຄົນ ແຮງງານລາວຈຳນວນ 82 ຄົນ ທີ່ມາກວດແມ່ນມີນະຄອນຫຼວງ 13 ຄົນ ແລະຕ່າງແຂວງ 70 ຄົນ ຊຶ່ງຜົນກວດທັງໝົດ 83 ກໍລະນີແມ່ນບໍພົບຜູ້ຕິດເຊື້ອ ແລະ ສຳ ລັບຜູ້ຕິດເຊື້ອທີ່ຍັງເຫຼືອ 17 ຄົນ ມາຮອດປະຈຸບັນແມ່ນສາມາດຮັກສາປິ່ນປົວກັບຊູອອ້ມກອດຄອບຄົວໄດ້ອີກ 2 ຄົນ ຈາກແຂວງຫຼວງພະບາງ ແລະ ທີ່ຍັງ ຫຼື ແມ່ນອາ ການແຕ່ລະຄົນເບົາບາງລົງ.

_____________

ຂຽນໂດຍບຸນນິກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ