ໄຊຍະບູລີ ປາຖະກະຖາວັນສ້າງຕັ້ງອົງການກຳມະບານລາວ

  ໃນວັນທີ 2 ກຸມພາ 2019 ແຂວງໄຊຍະບູລີ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງອົງການກຳມະບານລາວຄົບຮອບ 63 ປີ ຈັດຂຶ້ນທີ່ຫ້ອງປະຊຸມໂຮງຮຽນການເມືອງການປົກຄອງແຂວງໄຊຍະບູລີ, ໃຫ້ກຽດປາຖະກະຖາໂດຍທ່ານ ຄຳສຸກທໍ ຮອງປະທານແນວລາວສ້າງຊາດແຂວງໄຊຍະບູລີ, ມີບັນດາຫົວໜ້າພະແນກ, ຮອງພະແນກການ, ກົມກອງ, ອົງການຈັດຕັ້ງລັດວິສາຫະກິດພ້ອມດ້ວຍສະມາຊິກກຳມະບານອ້ອມຂ້າງແຂວງເຂົ້າຮ່ວມ 200 ກວ່າຄົນ.

   ທ່ານ ຄຳສຸກ ທໍ ໄດ້ໃຫ້ກຽດ ຂຶ້ນປາຖະກະຖາ ໂດຍໄດ້ຍົກໃຫ້ເຫັນການກຳເນີດເຕີບໃຫຍ່ຂະ ຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວຄົບຮອບ 63 ປີ (1 ກຸມພາ 1956-1 ກຸມພາ 2019) ນັບແຕ່ທ້າຍສະຕະວັດທີ 19 ພວກລ່າເມືອງຂຶ້ນຝຣັ່ງເຂົ້າ ຮຸກຮານຍຶດຄອງເອົາ 3 ຊາດອິນ ດູຈີນ, ລາວ-ຫວຽດ ນາມ ແລະ ກໍາປູເຈຍ ເປັນຫົວເມືອງຂຶ້ນ, ພວກ ເຂົ້າໄດ້ກົດຂີ່ຂູດຮີດປະຊາຊົນ 3 ຊາດອິນດູຈີນຢ່າງແສນສາຫັດ. ໄລຍະປີ 1893-1954 ພວກເຂົາໄດ້ເກັບເກນເອົາປະຊາຊົນລາວໄປເປັນກຸລີຂຸດຄົ້ນເອົາແຮ່ກົ່ວຢູ່ບໍ່ໂພນຕິ້ວ, ບໍ່ແໜງແຂວງຄຳມ່ວນ, ສ້າງເສັ້ນທາງ, ສ້າງໂຮງ ເລື່ອຍໄມ້, ໂຮງສີເຂົ້າ, ໂຮງຈັກ ໄຟຟ້າຢູ່ຫຼາຍແຫ່ງໄດ້ເກີດໃຫ້ມີ ກຳມະກອນລະດູການກາຍມາ ເປັນກຳມະກອນອາຊີບນັບມື້ເພີ່ມ ຂຶ້ນເລື້ອຍໆ. ໃຕ້ການປົກຄອງຂອງ ພວກລ່າເມືອງຂຶ້ນຝຣັ່ງກຳມະ ກອນລາວໄດ້ຖືກກົດຂີ່ຂູດຮີດ ແຮງງານຢ່າງໜັກໜ່ວງ ພວກເຂົາໄດ້ບັງຄັບກຳມະກອນອອກແຮງງານ 14-16 ຊົ່ງໂມງຕໍ່ມື້ ອອກແຮງງານຫຼາຍໃຫ້ຄ່າຕອບ ແທນໜ້ອຍ, ມີຄວາມສ່ຽງອັນຕະ ລາຍຕໍ່ການອອກແຮງງານ, ຂາດ ສິດເສລີພາບດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລດ້ານສະຫວັດດີການສັງຄົມ, ບໍ່ໄດ້ສຶກ ສາຮ່ຳຮຽນ ແລະອື່ນໆ. ຕໍ່ກັບສະ ພາບດັ່ງກ່າວກຳມະກອນຊາວ ຜູ້ອອກແຮງງານ ແລະປະຊາຊົນລາວບັນດາເຜົ່າໄດ້ລຸກຂຶ້ນຕໍ່ສູ້ຢ່າງດຸເດືອດອົງອາດກ້າຫານທີ່ນຳພາໂດຍບັນພະບູລຸດຜູ້ຮັກຊາດແຕ່ເໜືອຮອດໃຕ້ແຕ່ຂະບວນການຕໍ່ສູ້ດັ່ງກ່າວບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນຳພາ. ຕໍ່ໜ້າສະພາບກາ ນດັ່ງກ່າວພັກຄອມມູນິດ ອິນດູຈີນໄດ້ເປີດກອງປະຊຸມມອບ ໃຫ້ແກນນຳສະມາຊິກພັກຄອມມູນິດແຕ່ລະປະເທດໄປສ້າງຕັ້ງພັກເປັນພັກຂອງປະເທດໃຜລາວ, ຈາກນັ້ນ ພັກປະຊາຊົນລາວຈິ່ງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ແລະ ໄດ້ກຳນົດຈຸດຢືນຂອງພັກແມ່ນພັກຂອງຊົນຊັ້ນກຳມະກອນລາວທີ່ຖືລັດທິມາກ-ເລນິນເປັນລະບົບແນວຄວາມຄິດຊີ້ນຳພາໂດຍຖືກຳລັງແຮງມາຈາກມະຫາຊົນ.

  ຫຼັງຈາກນັ້ນ, ພັກກໍໄດ້ສ້າງຕັ້ງບັນດາໜ່ວຍກຳມະບານລາວຂຶ້ນເປັນເທື່ອທຳອິດຢູ່ຕາມສຳນັກງານອົງການອ້ອມຂ້າງສູນກາງປັບປຸງພະນັກງານລັດຖະກອນກຳມະ ກອນ ບັນດາໂຮງຈັກໂຮງງານໃນ ເຂດປົດປ່ອຍ, ປັບປຸງແນວລາວ ອິດສະຫຼະເປັນແນວລາວຮັກຊາດ, ຈັດຕັ້ງສະຫະພັນແມ່ຍິງ ແລະຊາວໜຸ່ມເພື່ອສັງລວມກຳລັງແຮງຂອງມະຫາຊົນປະຕິວັດເຂົ້າໃນການປົກປັກຮັກສາ 2 ແຂວງເຕົ້າໂຮມ ແລະ ຍູ້ແຮງການຕໍ່ສູ້ຂອງກຳມະກອນ ແລະປະຊາຊົນບັນດາເຜົ່າຢູ່ໃນ 10 ແຂວງທົ່ວປະເທດ.

ມາເຖິງວັນທີ 1 ກຸມພາ 1956 ກົມກອງເມືອງສູນກາງພັກກໍໄດ້ມີມະຕິຕົກລົງສ້າງຕັ້ງອົງການກຳມະບານລາວຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນໂດຍແມ່ນ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ.ຈຸດປະສົງກໍເພື່ອສືບຕໍ່ໂຄສະນາຂົນຂວາຍເຕົ້າໂຮມກຳມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ມີນ້ຳໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງເສີມຂະຫຍາຍປະຊາທິປະ ໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະເປັນຕົວແທນໃຫ້ແກ່ການ ປົກປ້ອງສິດທິຜົນປະໂຫຍດອັນ ຊອບທຳໃຫ້ແກ່ກຳມະກອນຜູ້ອອກແຮງງານລາວບັນດາເຜົ່າກາຍເປັນກຳລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະເປັນເຈົ້າການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.