ໄຊພູທອງໃຫ້ແຮງງານອອກຈາກສູນແລ້ວ 2.504 ຄົນ

  ພາຍຫຼັງເລີ່ມຈັດຕັ້ງປະຕິບັດແຜນຄວບຄຸມການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ມາແຕ່ວັນທີ 21 ມີນ 20 ເມສາ 2020ເປັນຕົ້ນມາ, ທາງທີມງານຄະນະສະເພາະກິດຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ, ກໍ່ໄດ້ຈັດສູນກັກກັນແຮງງານລາວທີ່ມາຈາກປະເທດທີ່ມີກຸ່ມສ່ຽງ ຕິດພະຍາດໂຄວິດ-19 ມີສູນກັກກັນທັງໝົດ 46 ສູນ, ມີແຮງງານເຂົ້ານອນສູນທັງໝົດ 2.507 ຄົນ, ຍິງ1.246 ຄົນ, ດັ່ງນັ້ນມາຮອດວັນທີ 19 ເມສາ 2020 ສູນກັກກັນຢູ່ແຕ່ລະສູນໄດ້ປະຕິບັດລະ ບຽບຂອງສູນຢ່າງເຂັ້ມງວດ.

 ບັນດາແຮງງານລາວທີ່ຖືກກັກຕົວຢູ່ສູນແຕ່ລະແຫ່ງປະຕິບັດຄົບກໍານົດ 14 ວັນ, ທາງທີມງານແພດໝໍປະຈໍາສູນກໍ່ໄດ້ກວດກາສຸຂະພາບ ແລະອຸນຫະພູມກ່ອນການກັບຄືນສູ່ຄອບຄົວກໍ່ເຫັນວ່າບໍມີອາການສົງໃສຫຍັງຜິດປົກກະຕິຈຶງໄດ້ໃຫ້ແຮງງານອອກຈາກສູນເມືອຕິດຕາມອາການຢູ່ບ້ານຈໍານວນ 2.504 ຄົນ, ຍິງ1.244 ຄົນ, ມີແຮງງານລາວ ອອກຈາກສູນແລ້ວມີຈໍານວນ 45 ສູນ, ຍັງເຫຼືອພຽງສູນດຽວຄື: ບ້ານສີສະຫວ່າງ ໃຕ້ທີ່ຍັງເຫຼືອມີແຮງງານຄ້າງສູນ 3 ຄົນ, ຍິງ 2 ຄົນ ຈາກນັ້ນທາງທີມງານແພດໝໍກໍ່ໄດ້ທໍາຄວາມສະອາດສູນ ແລະຜົ່ນຢາຂ້າເຊື້ອທີ່ແຮງງານລາວເກັບມາຈາກປະເທດທີ່ມີການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼືໂຄວິດ-19 ແຕ່ຕ້ອງຈະໄດ້ປະຕິບັດຕາມຄໍາສັ່ງຂອງຂັ້ນເທິງເປັນຕົ້ນແມ່ນຫ້າມຈັດກິດຈະກໍາ ຫຼືໂຮມຊຸມນຸມຕ່າງໆ ເປັນຈຸດເປັນກຸ່ມຫ້າມອອກ-ເຂົ້າເມືອງໃນຊ່ວງໄລຍະປິດເມືອງຕ້ອງປະຕິບັດວິທີປ້ອງກັນຢ່າງເຂັ້ມງວດ.

____________

ຂຽນໂດຍພັນທະມິດ ວົງສຸທິ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ