ພາກກາງ-ໃຕ້ ສະຫຼຸບໂຄງການສົ່ງເສີມການຜະລິດເປັນສິນຄ້າ

 ໃນວັນທີ 4 ກຸມພາ ຜ່ານ ມາທີ່ສະໂມສອນຫຼັກ 4 ນະຄອນປາກເຊ ແຂວງຈຳປາສັກ, ກົມແຜນການ ແລະການເງິນ, ກະຊວງກະສິກໍາ ແລະປ່າໄມ້, ໄດ້ຈັດກອງປະຊຸມສະຫຼຸບຖອດຖອນ ບົດຮຽນການຈັດຕັ້ງປະຕິບັດໂຄງ ການສົ່ງເສີມການຜະລິດເປັນ ສິນຄ້າ ແລະໂຄງການການຄ້ຳປະ ກັນສະບຽງອາຫານແຫ່ງຊາດຂອງເຂດພາກກາງ-ພາກໃຕ້ ປະຈຳປີ 2018 ແລະທິດທາງແຜນການໃນຕໍ່ໜ້າ,ໂດຍການເປັນປະທານຂອງທ່ານ ສະຫວັນ ຫານພົມ ຮອງຫົວໜ້າກົມແຜນການ ແລະການເງິນກະຊວງກະ ສິກຳ ແລະປ່າໄມ້, ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງຈຳປາ, ພ້ອມນີ້ຍັງມີຫົວໜ້າ ແລະຮອງຫົວ ໜ້າກົມ, ຫົວໜ້າ, ຮອງຫົວໜ້າພະ ແນກກະສິກໍາ ແລະປ່າໄມ້ ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ, ສາລະວັນ, ອັດຕະປື, ຈຳປາສັກ ແລະນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

 ຈຸດປະສົງຂອງກອງປະຊຸມແມ່ນເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດກະສິກຳເປັນສິນຄ້າ ແລະໂຄງການຄ້ຳປະກັນສະບຽງອາຫານໃນໄລຍະຜ່ານມາ, ເພື່ອປຶກສາຫາລືການກະກຽມບັນດາໂຄງການຈຸດສຸມຕາມທີ່ໄດ້ກຳນົດ ແລະກົນໄກການຈັດຕັ້ງປະຕິບັດໃນຕໍ່ໜ້າ, ໂດຍການລະດົມ ຂົນຂວາຍຜູ້ປະກອບການທັງພາຍໃນ ແລະຕ່າງປະເທດເຂົ້າມາມີສ່ວນຮ່ວມໃນການພັດທະນາໂຄງການ, ໃນກອງປະຊຸມຍັງໄດ້ນຳສະເໜີ ແລະ ປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງ ແລະພັດທະນາທີ່ດິນກະສິກຳ, ວຽກງານຊົນລະປະທານ, ວຽກງານແນວພັນສົ່ງເສີມວຽກງານຕັ້ງກຸ່ມ, ການຜະລິດແບບລວມໝູ່, ການນຳໃຊ້ກົນຈັກ ແລະເຕັກນິກໃໝ່, ວຽກງານກະສິກຳສະອາດ, ວຽກງານການລ້ຽງສັດເພື່ອສົ່ງເສີມເປັນຟາມ, ການສ້າງເປັນຕ່ອງໂສ້ ແລະບັນດາກົນໄກທາງດ້ານ ພາສີ, ອາກອນສິນເຊື່ອ ແລະອື່ນໆຕາມແຜນພັດທະນາກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ, ຕາມ 4 ແຜນງານໃຫຍ່ໂດຍສະເພາະແມ່ນແຜນງານຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະແຜນງານຜະລິດກະສິກຳເປັນສິນຄ້າທີ່ຕິດພັນກັບການປຸງແຕ່ງ.