ເນັດຟລິກມີບັນຫາເຊີເວີລົ່ມທັງໃນອາເມລິກາ ແລະເອີຣົບເພາະຄົນເບິ່ງຫຼາຍເກີນໄປ

ການກັກຕົວຢູ່ກັບເຮືອນ ພ້ອມກັບການເຮັດວຽກຢູ່ເຮືອນແລະຮຽນຢູ່ເຮືອນຂອງຫຼາຍປະເທດເລີ່ມສົ່ງຜົນໃຫ້ບໍລິການເຊັ່ນ Netflix ມີບັນຫາເພາະເນື່ອງຈາກການໃຊ້ງານເປັນຈຳນວນຫຼາຍ.

ລ້າສຸດເວັບໄຊ Down Detector ໄດ້ອອກມາເປີດເຜີຍວ່າພົບ Server ຂອງ Netflix ລົ່ມໃນອາ ເມລິກາ ແລະເອີຣົບ ໂດຍການລົ່ມ ຄັ້ງນີ້ບໍ່ໄດ້ສົ່ງຜົນຕໍ່ທະວິບອາຊີ ຊຶ່ງ ໃນໜ້າເວັບໄຊຂອງ Netflix ຍັງສະແດງຜົນໄດ້ປົກກະຕິແຕ່ມີ ການແຈ້ງເຕືອນ Support ວ່າ ອາດຈະໂຫຼດຂໍ້ມູນໄດ້ຊ້າກວ່າປົກ ກະຕິ.

 ການລະບາດຂອງໂຄວິດ-19 ສົ່ງຜົນໃຫ້ລັດຖະບານຂອງອາເມລິກາ ແລະເອີຣົບສັ່ງໃຫ້ປະຊາຊົນ ກັກຕົວຢູ່ກັບເຮືອນຫຼາຍຂຶ້ນ ແລະ ແມ່ນວ່າປະເທດໄທຍັງບໍ່ໄດ້ສັ່ງປິດປະເທດແຕ່ເຫດການແບບນີ້ຫາກ ໃຜຢາກເບິ່ງລະຄອນຊີຣີແນະນຳວ່າຄວນຈະໂຫຼດມາເບິ່ງແບບ Of fline ກັນກໍດີ.

--------

ໜັງສືພິມເສດຖະກິດ-ສັງຄົມ