ການຄ້າໃຫ້ພຽງຮ້ານຂາຍຍົກ-ຍ່ອຍສະບຽງອາຫານ ແລະອຸປະໂພກ-ບໍລິໂພກເປີດບໍລິການ

  ກະຊວງອຸດສາຫະກຳອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການຮ້ານຄ້າຂາຍຍົກ ແລະຮ້ານຄ້າຂາຍຍ່ອຍທີ່ຂາຍສິນຄ້າປະເພດສະບຽງອາຫານ ແລະອຸປະໂພກ-ບໍລິໂພກຮັບໃຊ້ຊີວິດການເປັນຢູ່ປະຈຸວັນ,ຮ້ານຂາຍອຸປະກອບການແພດ,ຮ້ານຂາຍຢາທີ່ຕັ້ງຢູ່ຫຼືບໍ່ຕັ້ງຢູ່ໃນສູນການຄ້າ,ຮ້ານສັບພະສິນຄ້າ,ຕະຫຼາດສົດ ຫຼືຕະຫຼາດຂາຍເຄື່ອງກະສິກຳ.

  ເພື່ອຜັນຂະຫຍາຍຄຳສັ່ງຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ການແຜ່ລະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ, ການຕິດຕາມ, ການກວດກາ ແລະການຄຸ້ມຄອງຊຶ່ງໄດ້ກຳນົດໄວ້ໃນຂໍ້ທີ 10 ຂອງຄຳສັ່ງສະບັບນີ້ໃນການອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການທີ່ມີຄວາມຈຳເປັນໂດຍສະເພາະການກຳນົດຄວາມເປັນເອກະພາບໃນຄຳວ່າຮ້ານເຄື່ອງຍ່ອຍ.

  ແຈ້ງການສະບັບນີ້ແມ່ນອະນຸຍາດລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຈຶ່ງອອກແຈ້ງການສະບັບເລກທີ 0376/ອຄກຄພນ ລົງວັນທີ 8 ເມສາ 2020 ຊຶ່ງອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການທີ່ມີຄວາມຈຳເປັນໆເປັນຕົ້ນຮ້ານຄ້າຂາຍຍົກ ແລະຮ້ານຄຳຂາຍຍ່ອຍທີ່ຂາຍສິນຄ້າປະເພດສະບຽງອາຫານ,ເຄື່ອງອຸປະໂພກ-ບໍລິ ໂພກທີ່ຮັບໃຊ້ຊີວິດການເປັນຢູ່ປະຈຸວັນ, ຮ້ານຂາຍອຸປະກອບການແພດ, ຮ້ານຂາຍຢາທີ່ຕັ້ງຢູ່ ຫຼືບໍ່ຕັ້ງຢູ່ໃນສູນການຄ້າ, ຮ້ານສັບພະສິນຄ້າ, ຕະຫຼາດສົດ ຫຼືຕະຫຼາດຂາຍເຄື່ອງກະສິກຳ.

  ການຈຳໜ່າຍສິນຄ້າຢູ່ສູນການຄ້າ ແລະຮ້ານສັບພະສິນຄ້າທີ່ມີເຄື່ອງຫຼາຍປະເພດຢູ່ນຳກັນອະນຸຍາດໃຫ້ເປີດຈຳໜ່າຍສະເພາະຮ້ານຊຸມເປີ້ມາເກັດທີ່ຂາຍສິນຄ້າປະເພດສະບຽງອາຫານ, ເຄື່ອງອຸປະໂພກ-ບໍລິໂພກ, ຮ້ານຂາຍອຸປະກອນການແພດ, ຮ້ານຂາຍຢານອກນັ້ນແມ່ນໃຫ້ປິດບໍລິການຊົ່ວຄາວ.

  ມອບໃຫ້ພະແນກອຸດສາຫະກຳ ແລະການຄ້າແຂວງ, ນະຄອນຫຼວງວຽງຈັນເຮັດບົດບັນທຶກກັບບໍລິສັດນຳເຂົ້າ-ສົ່ງອອກ, ຂາຍຍົກ-ຮັບປະກັນການສະໜອງສິນຄ້າສະ ບຽງອາຫານ ແລະສິນຄ້າອຸປະໂພກ-ບໍລິໂພກ ເພື່ອຮັບປະກັນການສະໜອງມີການເກັບຮັກສາເຄື່ອງຢູ່ໃນສ້າງໃຫ້ສາມາດກຸ້ມໄດ້ 1-2 ເດືອນເປັນຢ່າງຕໍ່າ ແລະ ໃຫ້ພະ ແນກຊ່ວຍອຳນວຍຄວາມສະດວກໃຫ້ບໍລິສັດດັ່ງກ່າວຂ້າງເທິງເພື່ອສາມາດເຮັດຫຼ້ອນພາລະບົດບາດດັ່ງກ່າວ.

   ມອບໃຫ້ພະແນກອຸດສາຫະກຳ ແລະການຄ້າແຂວງນະຄອນຫຼວງວຽງຈັນຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນະຄອນກຳນົດຈຸດຈຳໜ່າຍສິນຄ້າປະ ເພດສະບຽງອາຫານທີ່ເຫັນວ່າມີຄວາມຈຳເປັນ ແລະເໝາະສົມຕາມການແບ່ງຂຶ້ນຄຸ້ມຄອງທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍຕະຫຼາດ, ຮັບປະກັນດ້ານລາຄາ ແລະການສະໜອງສົມຄຳໃຫ້ໄດ້ປົກກະຕິ ແລະ ປະຕິບັດຕາມລະບຽບການຂອງຂະແໜງສາທາລະນະສຸກວາງອອກເພື່ອປ້ອງກັນ ແລະ ຫຼີກລ່ຽງການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບຈຸດຈຳ ໜ່າຍສິນຄ້າທີ່ແຂວງ, ເມືອງບໍ່ໄດ້ກຳນົດແມ່ນໃຫ້ປິດຮ້ານຊົ່ວຄາວໃນໄລຍະນີ້.

ສະໜັບສະໜູນໂດຍ: HONDA

  ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ແລະ ຫ້ແງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນຊຸກຍູ້ສົ່ງເສີມຜູ້ປະກອບການທີ່ມີເງື່ອນໄຂຂາຍສິນຄ້າຜ່ານສື່ອອນລາຍຕ່າງໆ ເພື່ອຫຼຸດຜ່ອນຄວາມແອອັດໃນການໄປຊື້ສິນຄ້າຕົວຈິງໃນທ້ອງຕະຫຼາດ,ສູນການຄ້າ ແລະຮ້ານສັບພະສິນຄ້າ, ການຂາຍສິນຄ້າຕ້ອງຮັບປະກັນດ້ານຄຸນນະພາບ, ຄວາມສະອາດ ແລະ ຄວາມປອດໄພຂອງສິນຄ້າ ແລະ ຫ້າມເດັດຂາດບໍ່ໃຫ້ເກງກຳໄລ ຫຼື ຂຶ້ນລາຄາສິນຄ້າໂດຍບໍ່ໄດ້ຮັບອະນຸ ຍາດຈາກຂະແໜງອຸດສາຫະກຳ ແລະການຄ້າ.

 ສຳລັບຮ້ານຂາຍຍົກ-ຂາຍຍ່ອຍທີ່ບໍ່ໄດ້ຈຳໜ່າຍສິນຄ້າປະເພດສະບຽງອາຫານ, ເຄື່ອງອຸປະໂພກ-ບໍລິໂພກຮ້ານຂາຍອຸປະກອນການແພດ, ຮ້ານຂາຍຢາ, ອຸປະກອນທີ່ຮັບໃຊ້ເຂົ້າໃນການຕ້ານ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແມ່ນໃຫ້ປິດຮ້ານຊົ່ວຄາວ.

 ມອບໃຫ້ພະແນກອຸດສາຫະກຳ ແລະການຄ້າແຂວງ, ນະຄອນຫຼວງວຽງຈັນ ແລະຫ້ອງການອຸດສາຫະກຳ ແລະການຄ້າເມືອງ, ນະຄອນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ,້າຫາກການຈັດຕັ້ງປະຕິບັດພົບບັນຫາ ຫຼືຂໍ້ຫຍຸ້ງຍາກໃຫ້ປະສານຫາຄະນະສະເພາະກິດຂອງແຂວງ, ເມືອງຂອງຕົນຂໍທິດຊີ້ນຳເພື່ອຄວາມເປັນເອກະພາບ ຫຼື ສາມາດສະເໜີຫາຄະນະສະເພາະກິດຂອງກະຊວງອຸດສາຫະກຳແລະການຄ້າເພື່ອຮັບມືການແຜ່ລະບາດຂອງພະຍາດໂຄງວິດ-19.

_____________

ຂຽນໂດຍ: ບຸນນິກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ